ຄະນະ​ເຈົ້າໜ້າ​ທີ່​ອາວຸ​ໂສພາ​ຍ​ໃຕ້​ຄະນະ​ກຳມາ​ທິການ​ຊາຍ​ແດນ​ຮ່ວມລາວ-​ໄທ ລົງ​ກວດກາ​ສະພາບ​ພູມີ​ປະ​ເທດ​ຕາມ​ບໍລິ​ເວນ​ຊາຍ​ແດນ​ທາງ​ພາກ​ເໜືອ

- 023 - ຄະນະ​ເຈົ້າໜ້າ​ທີ່​ອາວຸ​ໂສພາ​ຍ​ໃຕ້​ຄະນະ​ກຳມາ​ທິການ​ຊາຍ​ແດນ​ຮ່ວມລາວ-​ໄທ ລົງ​ກວດກາ​ສະພາບ​ພູມີ​ປະ​ເທດ​ຕາມ​ບໍລິ​ເວນ​ຊາຍ​ແດນ​ທາງ​ພາກ​ເໜືອ
- kitchen vibe - ຄະນະ​ເຈົ້າໜ້າ​ທີ່​ອາວຸ​ໂສພາ​ຍ​ໃຕ້​ຄະນະ​ກຳມາ​ທິການ​ຊາຍ​ແດນ​ຮ່ວມລາວ-​ໄທ ລົງ​ກວດກາ​ສະພາບ​ພູມີ​ປະ​ເທດ​ຕາມ​ບໍລິ​ເວນ​ຊາຍ​ແດນ​ທາງ​ພາກ​ເໜືອ

​ໃນ​ວັນ​ທີ 21 ມີນາ 2018, ​ໂດຍ​ປະຕິບັດ​ຕາມ​ບົດ​ບັນທຶກ​ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ຊາຍ​ແດນ​ຮ່ວມ ລາວ-​ໄທ ຄັ້ງທີ 11 ສະບັບ​ລົງ​ວັນ​ທີ 18 ມັງກອນ 2018 ທີ່​ບາງ​ດອກ ຣາຊະ​ອານາຈັກ​ໄທ, ຄະນະ​ເຈົ້າໜ້າ​ທີ່​ອາວຸ​ໂສ ພາຍ​ໃຕ້​ຄະນະ​ກຳມາ​ທິການ​ຊາຍ​ແດນ​ຮ່ວມ ລາວ-​ໄທ, ​ໄທ-ລາວ ​ໄດ້​ລົງ​ກວດກາ​ພື້ນທີ່​ຊາຍ​ແດນ​ທີ່​ຄົງ​ຄ້າງ​ທາງ​ພາກ​ເໜືອ​ບໍລິ​ເວນ​ພູຜາ​ໝົ່ນ ​ເຊິ່ງ​ເບື້ອງລາວ​ຂຶ້ນກັບ​ເມືອງ​ປາກ​ທາ ​ແຂວງ​ບໍ່​ແກ້ວ ​ແລະ ​ເບື້ອງ​ໄທ​ຂຶ້ນກັບ​ອຳ​ເພີ​ວຽງ​ແກ່ນ ຈັງຫວັດ​ຊຽງຣາຍ.

ຄະນະ​ເຈົ້າໜ້າ​ທີ່​ອາວຸ​ໂສ​ຝ່າຍ​ລາວ ນຳ​ໂດຍ​ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ, ປະທານ​ຄະນະ​ເຈົ້າໜ້າ​ທີ່​ອາວຸ​ໂສ​ຮ່ວມ​ຝ່າຍ​ລາວ ​ແລະ ຄະນະ​ເຈົ້າໜ້າ​ທີ່​ອາວຸ​ໂສ​ຝ່າຍ​ໄທ ນຳ​ໂດຍ​ທ່ານ ວະ​ສິນ ທິຣະ​ເວດ​ຊະ​ຍານ ທີ່​ປຶກສາ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ຣາຊະ​ອານາຈັກ​ໄທ.

- Visit Laos Visit SALANA BOUTIQUE HOTEL - ຄະນະ​ເຈົ້າໜ້າ​ທີ່​ອາວຸ​ໂສພາ​ຍ​ໃຕ້​ຄະນະ​ກຳມາ​ທິການ​ຊາຍ​ແດນ​ຮ່ວມລາວ-​ໄທ ລົງ​ກວດກາ​ສະພາບ​ພູມີ​ປະ​ເທດ​ຕາມ​ບໍລິ​ເວນ​ຊາຍ​ແດນ​ທາງ​ພາກ​ເໜືອ
- Visit Laos Visit SALANA BOUTIQUE HOTEL - ຄະນະ​ເຈົ້າໜ້າ​ທີ່​ອາວຸ​ໂສພາ​ຍ​ໃຕ້​ຄະນະ​ກຳມາ​ທິການ​ຊາຍ​ແດນ​ຮ່ວມລາວ-​ໄທ ລົງ​ກວດກາ​ສະພາບ​ພູມີ​ປະ​ເທດ​ຕາມ​ບໍລິ​ເວນ​ຊາຍ​ແດນ​ທາງ​ພາກ​ເໜືອ

ການ​ລົງ​ສຳ​ຫລວດ​ພື້ນທີ່​ຕົວ​ຈິງ​ໃນ​ຄັ້ງນີ້, ທັງ​ສອງ​ຝ່າຍ​ໄດ້​ເດີນ​ສຳ​ຫລວດ​ກວດກາ​ສະພາບ​ພູມີ​ປະ​ເທດ​ຕົວ​ຈິງ​ຕາມ​ທິດ​ເນັ່ງ​ເສັ້ນຊາຍ​ແດນ​ທີ່​ຝ່າຍ​ລາວ​ສະ​ເໜີ ​ໂດຍ​ເລີ່​ມຈາກ​ບໍລິ​ເວນ​ຈຸດ​ພິກັດ (PC 593012) ຈົນ​ເຖິງ​ບໍລິ​ເວນ​ຈຸດ​ພິກັດ (PC 593013), ຈາກ​ນັ້ນ​ໄດ້​ເດີນ​ສຳ​ຫລວດ​ກວດກາ​ໄປ​ຕາມ​ທິດ​ເນັ່ງ​ເສັ້ນຊາຍ​ແດນ​ຕາມ​ຝ່າຍ​ໄທ​ສະ​ເໜີ ຈາກ​ຈຸດ​ພິກັດ (PC 593013) ​ເຖິງ​ຍອດພູ​ຜາ​ໝົ່ນ​ບໍລິ​ເວນ​ຈຸດ​ພິກັດ (PC 595015) ​ແລ້ວ​ລົງ​ເຖິງ​ບໍລິ​ເວນ​ຈຸດ​ພິກັດ (PC 593012).

ຜ່ານ​ການ​ລົງ​ກວດກາ​ສະພາບ​ພື້ນທີ່​ຕົວ​ຈິງ​ໃນ​ຄັ້ງນີ້, ທັງ​ສອງ​ຝ່າຍ​ຈະ​ໄດ້​ແລກປ່ຽນ​ທັດສະນະ​ທີ່​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ສະພາບ​ພູມີ​ປະ​ເທດ ​ແລະ ບັນຫາ​ທີ່​ກ່ຽວຂ້ອງ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ທູດ​ໃນ​ເວລາ​ຕໍ່​ໄປ ​ແລະ ​ເຫັນ​ດີ​ຮ່ວມ​ກັນ​ມອບ​ໝາຍ​ໃຫ້​ຄະນະ​ປະຕິບັດ​ງານ​ດ້ານ​ກົດໝາຍ​ຮ່ວມ (Legal Working Group) ​ເພື່ອ​ແກ້​ໄຂ​ບັນຫາ​ຊາຍ​ແດນ​ທີ່​ຄົງ​ຄ້າງ ນຳ​ຜົນ​ການ​ກວດກາ​ພູມີ​ປະ​ເທດ​ຕົວ​ຈິງ​ໃນ​ຄັ້ງນີ້​ນຳ​ໄປ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ທັດສະນະ​ທີ່​ແຕກ​ຕ່າງ​ກັນ​ໂດຍ​ໄວ ​ແລ້ວ​ລາຍ​ງານ​ຜົນ​ໃຫ້​ຄະນະ​ເຈົ້າໜ້າ​ທີ່​ອາວຸ​ໂສ​ຮ່ວມ​ທັງ​ສອງ​ຝ່າຍ ​ແລະ ຄະນະ​ກຳມາ​ທິການ​ຊາຍ​ແດນ​ຮ່ວມ ລາວ-​ໄທ ພິຈາລະ​ນາ​ຕໍ່​ໄປ.

- 4 - ຄະນະ​ເຈົ້າໜ້າ​ທີ່​ອາວຸ​ໂສພາ​ຍ​ໃຕ້​ຄະນະ​ກຳມາ​ທິການ​ຊາຍ​ແດນ​ຮ່ວມລາວ-​ໄທ ລົງ​ກວດກາ​ສະພາບ​ພູມີ​ປະ​ເທດ​ຕາມ​ບໍລິ​ເວນ​ຊາຍ​ແດນ​ທາງ​ພາກ​ເໜືອ
- 5 - ຄະນະ​ເຈົ້າໜ້າ​ທີ່​ອາວຸ​ໂສພາ​ຍ​ໃຕ້​ຄະນະ​ກຳມາ​ທິການ​ຊາຍ​ແດນ​ຮ່ວມລາວ-​ໄທ ລົງ​ກວດກາ​ສະພາບ​ພູມີ​ປະ​ເທດ​ຕາມ​ບໍລິ​ເວນ​ຊາຍ​ແດນ​ທາງ​ພາກ​ເໜືອ
- 3 - ຄະນະ​ເຈົ້າໜ້າ​ທີ່​ອາວຸ​ໂສພາ​ຍ​ໃຕ້​ຄະນະ​ກຳມາ​ທິການ​ຊາຍ​ແດນ​ຮ່ວມລາວ-​ໄທ ລົງ​ກວດກາ​ສະພາບ​ພູມີ​ປະ​ເທດ​ຕາມ​ບໍລິ​ເວນ​ຊາຍ​ແດນ​ທາງ​ພາກ​ເໜືອ