ຂີ້ກາກລະວັງເປັນຍ້ອນອາກາດຮ້ອນອັບຊຸ່ມ

ສະພາບອາກາດໃນປະເທດລາວເຮົາທີ່ມີຄວາມຮ້ອນເຮັດໃຫ້ເຫື່ອອອກໄດ້ງ່າຍ ສ້າງຄວາມອັບຊຸ່ມໃຫ້ແກ່ຜິວໜັງນັ້ນ ເຮັດໃຫ້ເຊື້ອພະຍາດຈະເລີນເຕີບໃຫຍ່ໄດ້ດີ ຈຶ່ງເປັນສາເຫດໃຫ້ເກີດພະຍາດຜິວໜັງ ຫລື ຂີ້ກາກໄດ້ງ່າຍ ເຊິ່ງຂີ້ກາກນີ້ເຮັດໃຫ້ຜູ້ເປັນຂາດຄວາມໝັ້ນໃຈໄດ້, ຕິດຕໍ່ໄດ້ງ່າຍຈາກການສຳຜັດ, ການໃຊ້ສິ່ງຂອງຮ່ວມກັນ, ຕິດຕໍ່ຈາກຄົນສູ່ຄົນ, ຈາກສັດສູ່ຄົນ ແລະ ຈາກພື້ນດິນໄດ້ ເພາະເຊື້ອຂີ້ກາກນັ້ນຢູ່ໃນຮູບແບບຂອງສະປໍ ເມື່ອມີສະພາບທີ່ເໝາະສົມຈະຂະຫຍາຍເສັ້ນໄຍເຂົ້າທຳລາຍຜິວໜັງກຳພ້າ, ເສັ້ນຜົມ ຫລື ເລັບ ໂດຍກິນໂປຣຕິນເຄຣາຕິນເທິງຜິວໜັງເປັນອາຫານ.
ບໍລິເວນທີ່ຂີ້ກາກມັກຈະຂຶ້ນນັ້ນເກີດຕາມພາກສ່ວນຕ່າງໆ ບໍ່ວ່າຈະແມ່ນໜັງຫົວ, ເສັ້ນຜົມ, ໃບໜ້າ, ແຂນຂາ, ຕົນໂຕ, ຕີນມື, ງ່າມຂາ ຫລືແມ່ນແຕ່ຫລັງ ມັກມີລັກສະນະເປັນຜື່ນແດງມີວົງຂອບຈະແຈ້ງ, ຜື່ນແຫ້ງລອກເປັນເກັດ, ບາງຄົນກໍອັກເສບຢ່າງຮຸນແຮງ ຂຶ້ນກັບພູມຕ້ານທານຂອງແຕ່ລະຄົນ ຫາກເປັນຂີ້ກາກຢູ່ບໍລິເວນຜົມ ຈະມີເປືອກເຊື້ອລາຫຸ້ມຢູ່ ຜົມຈະຫັກ ແລະ ຂາດງ່າຍ. ສ່ວນຂີ້ກາກເລັບອາດເລີ່ມຢູ່ປາຍ ຫລື ກົກເລັບກໍໄດ້ຄືກັນ, ສີຂອງເລັບຈະປ່ຽນໄປເປັນສີຂາວ, ນຳ້ຕານ, ຂຽວ ຫລື ຂີ້ເຖົ່າ, ເລັບຫັກ ແລະ ເປື່ອຍ.
ການປິ່ນປົວສາມາດໃຊ້ຢາໄດ້ຫລາຍກຸ່ມ ມີທັງຢາທາ ແລະ ຢາກິນ ໂດຍແພດຈະພິຈາລະນາຈາກລັກສະນະຂອງຜື່ນ ແລະ ບໍລິເວນທີ່ເປັນ, ຜູ້້ເປັນຂີ້ກາກບໍ່ຄວນຊື້ຢາໃຊ້ເອງ ຄວນໄປຫາທ່ານໝໍຮັບການບົ່ງມະຕິ ຫາກໃນເຮືອນເປັນຫລາຍຄົນຄວນປິ່ນປົວພ້ອມກັນ ເພື່ອປ້ອງກັນການຕິດຕໍ່ ແລະ ການເປັນຊຳ້ໄດ້ອີກ ອາດໃຊ້ເວລາດົນໃນການປິ່ນປົວ ແລະ ບໍ່ຄວນຢຸດຢາເອງເຖິງວ່າອາການຈະດີຂຶ້ນແລ້ວກໍຕາມ.
ການປ້ອງກັນຂີ້ກາກກໍແມ່ນຮັກສາຄວາມສະອາດຂອງຮ່າງກາຍ, ອາບນຳ້ຖູສະບູໃຫ້ສະອາດທຸກມື້, ເຊັດໂຕໃຫ້ແຫ້ງ, ນຸ່ງເຄື່ອງທີ່ລະບາຍເຫື່ອໄດ້ດີ, ຢ່າປ່ອຍໃຫ້ຮ່າງກາຍອັບຊຸ່ມ ໂດຍສະເພາະງ່າມ, ຂໍ້ພັບຕ່າງໆ, ມື, ເລັບ, ລ້າງມືທຸກເທື່ອທີ່ຈັບບາຍສິ່ງເປິເປື້ອນ, ດິນຊາຍ, ສັດລ້ຽງ ຫລື ການເກົາຜິວໜັງບໍລິເວນທີ່ເປັນຂີ້ກາກ, ຊັກເຄື່ອງນຸ່ງ, ລ້າງສິ່ງຂອງເຄື່ອງໃຊ້ ສ່ວນໂຕແລ້ວເອົາໄປຕາກແດດໃຫ້ແຫ້ງ ແລະ ບໍ່ໃຊ້ສິ່ງຂອງສ່ວນໂຕຮ່ວມກັບຜູ້ອື່ນນຳອີກ.