ຫວຽດນາມ-ຣັດເຊຍ ຫວັງເພີ່ມມູນຄ່າ ການຄ້າ 3 ເທົ່າພາຍໃນປີ 2020
ຫວຽດນາມ ແລະ ຣັດເຊຍ ຕັ້ງເປົ້າເພີ່ມການຮ່ວມມືການຄ້າອີກ 3 ເທົ່າເປັນ 10.000 ລ້ານໂດລາສະຫະລັດ ພາຍໃນປີ 2020.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 25 ມີນາວ່າ: ທ່ານ ເຊີເກ ລາຟຣອຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ກ່າວລະຫວ່າງເຂົ້າຢ້ຽມຂໍ່ານັບ ແລະ ພົບປະຫາລືກັບທ່ານ ຫງວຽນ ຝູ ຈ່ອງ ເລຂາທິການພັກກອມມູນິດຫວຽດນາມ ຢູ່ນະຄອນຫລວງຮ່າໂນ້ຍ ໃນວັນທີ 24 ມີນາວ່າ: ຫວຽດນາມເປັນໜຶ່ງໃນປະເທດທີ່ລັດຖະບານມົດສະກູຖືເປັນພັນທະມິດສຳຄັນໃນພາກພື້ນອາຊີ-ປາຊີຟິກ ແລະ ຣັດເຊຍຫວັງເປັນຢ່າງຍິ່ງວ່າຈະໄດ້ມີສ່ວນສົ່ງເສີມນະໂຍບາຍປະຕິຮູບເສດຖະກິດຂອງຫວຽດນາມ ເຊິ່ງເປັນໜຶ່ງໃນປະເທດທີ່ມີການພັດທະນາທາງເສດຖະກິດດີເປັນລຳດັບຕົ້ນໃນພາກພື້ນ.
ທັງນີ້, ກ່ອນໜ້າການເຂົ້າພົບທ່ານ ຫງວຽນ ຝູຈ່ອງ, ທ່ານ ລາຟຣອຟ ແລະ ທ່ານ ຟາມ ບິນ ມິນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ລົງນາມຮ່ວມກັນໃນບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຍົກລະດັບການຮ່ວມມືທາງການຄ້າ ເຊິ່ງສະຖິຕິໃນປີຜ່ານມາບັນລຸ 3.550 ລ້ານໂດລາສະຫະລັດ ເພີ່ມຂຶ້ນສູງເຖິງ 31% ຈາກມູນຄ່າໃນປີ 2016 ໃຫ້ເພີ່ມຂຶ້ນອີກຈົນເຖິງ 10.000 ລ້ານໂດລາສະຫະລັດ ພາຍໃນປີ 2020 ເຊິ່ງລວມທັງການເດີນໜ້າເຈລະຈາຂໍ້ຕົກລົງການຄ້າເສລີລະຫວ່າງຫວຽດນາມກັບສະຫະພາບເສດຖະກິດຢູເຣເຊຍ (EEC) ທີ່ມີຣັດເຊຍເປັນຫົວເຮືອໃຫຍ່ ແລະ ໂຄງການຂະຫຍາຍຂອບເຂດການຮ່ວມມືລະຫວ່າງລັດຖະບານທັງສອງປະເທດ ໃນດ້ານການສົ່ງເສີມການລົງທຶນໃນອຸດສາຫະກຳພະລັງງານ.