ບໍ່ແກ້ວໂຮມຊຸມນຸມໃຫຍ່ສະຫລອງວັນສ້າງຕັ້ງແຂວງ ຄົບຮອບ 35 ປີ
ພິທີໂຮມຊຸມນຸມໃຫຍ່ສະເຫລີມສະຫລອງວັນສ້າງຕັ້ງແຂວງບໍ່ແກ້ວ ຄົບຮອບ 35 ປີ (26 ມີນາ 1983-26 ມີນາ 2018) ໄດ້ມີຂຶ້ນໃນວັນທີ 26 ມີນາ ຢູ່ສະໜາມກິລາປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ມີຄະນະນຳຂອງແຂວງ ພ້ອມດ້ວຍການນຳພັກ, ພະນັກງານ, ທະຫານ-ຕຳຫລວດ, ນັກຮຽນ-ນັກສຶກສາ ແລະ ຊາວແຂວງບໍ່ແກ້ວເຂົ້າຮ່ວມຢ່າງຫລວງຫລາຍ.
ໃນພິທີໂຮມຊຸມນຸມດັ່ງກ່າວ, ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ ໄດ້ຂຶ້ນກ່າວຄຳປາໄສ ໂດຍມີບາງຕອນສຳຄັນວ່າ: ຕະຫລອດໄລຍະ 35 ປີຜ່ານມາ ພາຍໃຕ້ການນຳພາຂອງອົງຄະນະພັກແຕ່ລະຮຸ້ນ ພວກເຮົາໄດ້ຜ່ານຜ່າທຸກອຸປະສັກ, ຄວາມຫຍຸ້ງຍາກນາໆປະການ ເພື່ອນຳເອົາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມເປັນຢູ່ທີ່ດີມາສູ່ປະຊາຊົນ. ໃນເບື້ອງຕົ້ນແຂວງບໍ່ແກ້ວປະກອບມີ 3 ເມືອງຂຶ້ນກັບ ເຊິ່ງໄດ້ແຍກອອກຈາກແຂວງຫລວງນ້ຳທາ ຄືເມືອງຫ້ວຍຊາຍ, ເມືອງຕົ້ນຜິ້ງ ແລະ ເມືອງເມິງ, ມີພົນລະເມືອງທັງໝົດ 54.441 ຄົນ, ມາຮອດວັນທີ 5 ກໍລະກົດ 1992 ສູນກາງພັກ ໄດ້ຕົກລົງໂອນມອບເມືອງປາກທາ ແລະ ເມືອງຜາອຸດົມ ແຂວງອຸດົມໄຊ ໃຫ້ແຂວງບໍ່ແກ້ວ ຈົນເຖິງປັດຈຸບັນ. ແຂວງບໍ່ແກ້ວ ປະກອບມີ 5 ເມືອງ, 1 ເຂດເສດຖະກິດພິເສດສາມຫລ່ຽມຄຳ, ມີພົນລະເມືອງທັງໝົດ 183.126 ຄົນ. ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນ ຄະນະນຳຂອງແຂວງຕ່າງກໍໄດ້ອອກແຮງເຄື່ອນໄຫວຊີ້ນຳ-ນຳພາໃນທຸກຂົງເຂດວຽກງານ ໂດຍສະເພາະໄດ້ຫັນລົງກໍ່ສ້າງຮາກຖານການເມືອງ ຖືເອົາວຽກງານ ປກສ-ປກຊ, ກໍ່ສ້າງປັບປຸງພັກ, ອຳນາດການປົກຄອງໃຫ້ເຂັ້ມແຂງໜັກແໜ້ນ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫລວດ ຕະຫລອດຮອດປະຊາຊົນບັນດາເຜົ່າ, ກໍ່ສ້າງ ແລະ ປັບປຸງກຳລັງຫລວງ, ກຳລັງທ້ອງຖິ່ນ ອັນໄດ້ເຮັດໃຫ້ແຂວງບໍ່ແກ້ວມີຄວາມສະຫງົບໂດຍພື້ນຖານ, ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆ.
ໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ໄດ້ມີຄຳເຫັນ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະນຳຂອງແຂວງ, ເມືອງ ຕະຫລອດຮອດປະຊາຊົນບັນດາເຜົ່າຊາວແຂວງບໍ່ແກ້ວ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງບໍ່ແກ້ວຕະຫລອດໄລຍະ 35 ປີຜ່ານມາ ເຊິ່ງສາມາດຍາດໄດ້ຜົນສຳເລັດໃນຫລາຍດ້ານ ເປັນຕົ້ນມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ທົ່ວສັງຄົມມີຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ. ພ້ອມດຽວກັນນັ້ນ, ທ່ານຮອງປະທານປະເທດ ຍັງໄດ້ເນັ້ນໃຫ້ຄະນະພັກ, ຄະນະນຳຂອງແຂວງ ສືບຕໍ່ສູ້ຊົນສ້າງທຸກເງື່ອນໄຂເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ, ຖືກທິດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃນທົ່ວແຂວງໃຫ້ໄດ້ໂດຍພື້ນຖານ, ສ້າງແຂວງບໍ່ແກ້ວໃຫ້ມີພື້ນຖານໂຄງລ່າງເສດຖະກິດ-ເຕັກນິກ, ວັດທະນະທຳ, ວິທະຍາສາດ ແລະ ບຸກຄະລາກອນເຂັ້ມແຂງ ເພື່ອຮອງຮັບພາລະກິດການຫັນເປັນອຸດສາຫະກຳ ແລະ ທັນສະໄໝໃນອະນາຄົດໃຫ້ຮັບປະກັນ.