ສະຫະພັນແມ່ຍິງເມືອງວັງວຽງໄດ້ຮັບຮອງເປັນແມ່ຍິງ 3 ດີ

ພິທີປະກາດເມືອງວັງ ວຽງແຂວງວຽງຈັນເປັນສະ ຫະພັນແມ່ຍິງ ເມືອງ 3 ດີ ຄັ້ງທີ່ II ໄດ້ມີຂຶ້ນໃນວັນທີ 19 ມີນາ ນີ້, ທີ່ເມືອງດັ່ງກ່າວ ໂດຍການ ເຂົ້າຮ່ວມຂອງ ທ່ານ ຄຳຜອງ ດວງວິໄລ ເລຂາພັກເມືອງ ເຈົ້າ ເມືອງ ວັງວຽງ, ມີທ່ານ ນາງ ຈັນທະບູນ ໂພສາລາດ ປະທານ ສະຫະພັນແມ່ຍິງແຂວງວຽງ ຈັນພ້ອມດ້ວຍ, ອຳນາດການ ປົກຄອງບ້ານ ແລະ ສະມາຊິກ ສະຫະພັນແມ່ຍິງ ເຂົ້າຮ່ວມຢ່າງ ພ້ອມພຽງ.
+ ແມ່ຍິງເຂດຊົນນະບົດມີສິ່ງທ້າທາຍໃນການເຂົ້າເຖິງຂໍ້ມູນຂ່າວສານ
+ ແມ່ຍິງລາວຈົ່ງກ້າວໄປບົນເສັ້ນທາງແຫ່ງຍຸກສະໄໝ
ໃນພິທີ ທ່ານ ເຈົ້າເມືອງ ໄດ້ມີຄຳເຫັນເປີດພິທີປະກາດ ເມືອງວັງວຽງເປັນສະຫະພັນ ແມ່ຍິງ ເມືອງ 3 ດີ ຄັ້ງທີ່ II ຂຶ້ນ ຢ່າງເປັນທາງການ ແລະ ຈາກ ນັ້ນ ທ່ານ ປະທານ ສະຫະພັນ ແມ່ຍິງເມືອງວັງວຽງ ໄດ້ຂຶ້ນ ຜ່ານບົດລາຍງານການຈັດຕັ້ງ ປະຕິບັດຂໍ້ແຂ່ງຂັນ 3 ດີ ໄລ ຍະປີ 2015-2017ວ່າ: ທົ່ວ ເມືອງມີໜ່ວຍສະຫະພັນແມ່ ຍິງ 115 ໜ່ວຍ, ໜ່ວຍກົມກອງ ອ້ອມຂ້າງ ເມືອງ, ມີຄະນະບໍລິ ຫານງານ 19 ສະຫາຍ, ມີສະ ມາຊິກສະຫະພັນແມ່ຍິງທັງໝົດ 8.047ຄົນ, ຜ່ານການຈັດ ຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ, ເຊິ່ງສາມາດຮັບຮອງໜ່ວຍ ສະຫະພັນແມ່ຍິງ 3 ດີໄດ້ ທັງໝົດ 115 ໜ່ວຍ, ມີສະມາ ຊິກສະຫະພັນແມ່ຍິງ 3 ດີ ທັງໝົດ 7.927 ຄົນ. ໂດຍ ທ່ານ ປະທານສະຫະພັນແມ່ ຍິງແຂວງ ເປັນຜູ້ ມອບໃບຢັ້ງ ຢືນດັ່ງກ່າວ./.