ໄຊຍະບູລີທຳລາຍສິນຄ້າໝົດອາຍຸ ແລະ ສິນຄ້ານຳເຂົ້າຜິດກົດໝາຍ

ທ້າຍອາທິດຜ່ານມາ, ພະ ແນກອຸດສາຫະກຳ ແລະ ການ ຄ້າແຂວງໄຊຍະບູລີ, ໄດ້ຈັດ ພິທີທຳລາຍສິນຄ້າໝົດອາຍຸ ແລະ ສິນຄ້ານຳເຂົ້າທີ່ຜິດກົດ ໝາຍຫລາຍລາຍການ ເຊັ່ນ: ເຂົ້າໜົມ, ໜີ່, ນົມ, ນ້ຳອັດລົມ, ເຄື່ອງປຸງແຕ່ງອາຫານ, ປາມຶກ ສົດ, ປະເພດສິນຄ້ານອກລະ ບົບ- ຢາສູບ, ສິນຄ້າຫ້າມນຳ ເຂົ້າ ແລະ ຫ້າມຈຳໜ່າຍມີ ໝໍ້ ຊອດປາ, 78 ໜ່ວຍ, ຈັກສະຕີນ 3 ເຄື່ອງ, ໂສ້ຈັກສະຕີນ 26 ເສັ້ນ. ລວມມູນຄ່າສິນຄ້າທີ່ທຳ ລາຍທັງໝົດ 20 ກວ່າລ້ານກີບ.
+ ແຂວງຫົວພັນທຳລາຍສິນຄ້າທີ່ໝົດອາຍຸ
+ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງພູວົງທຳລາຍສິນຄ້າເຊື່ອມຄຸນນະພາບເປັນຈຳນວນຫລາຍ
ທ່ານ ຫົວໜ້າ ຂະແໜງ ການຄ້າພາຍໃນ, ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງໄດ້ເປີດເຜີຍວ່າ: ເພື່ອ ສະກັດກັ້ນການສວຍໂອກາດ ຂອງບັນດາຜູ້ປະກອບການ ຈຳນວນໜຶ່ງທີ່ຄິດເຖິງຜົນ ປະໂຫຍດສ່ວນຕົວ ໂດຍບໍ່ຄຳ ນຶງ ເຖິງສຸຂະພາບ ຂອງຄົນ ອື່ນ ນຳເຂົ້າສິນຄ້າທີ່ບໍ່ມີຄຸນ ນະພາບ ແລະ ສິນຄ້າທີ່ຜິດ ລະບຽບກົດໝາຍເຂົ້າມາວາງ ຈຳໜ່າຍຢູ່ພາຍໃນ ແຂວງໄຊ ຍະບູລີ, ສະນັ້ນພະແນກອຸດສາ ຫະກຳ ແລະ ການຄ້າ ແຂວງ, ໄດ້ຊິ້ນຳເຈົ້າໜ້າທີ່ໆກ່ຽວຂ້ອງ ເຊັ່ນ: ພະແນກສາທາລະນະ ສຸກ, ພະແນກກະສິກຳ ແລະ ປ່າໄມ້, ເຈົ້າໜ້າທີ່ ປກສ ແຂວງ ຈຶ່ງໄດ້ລົງກວດກາບັນດາຫົວ ໜ່ວຍທຸລະກິດ ຢູ່ເມືອງໄຊ ຍະບູລີ ຈຳນວນ 30 ກວ່າຮ້ານ ແລະ ໄດ້, ຢຶດສິນຄ້າທີ່ບໍ່ຖືກ ຕ້ອງ 10 ກວ່າ ລາຍການ, ມາ ທຳລາຍຖິ້ມ./.