ງານວາງສະແດງສິນຄ້າໂອດອບ 8 ແຂວງພາກເໜືອ ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກມວນ​ຊົນຢ່າງ​ກວ້າງຂວາງ

- odop - ງານວາງສະແດງສິນຄ້າໂອດອບ 8 ແຂວງພາກເໜືອ ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກມວນ​ຊົນຢ່າງ​ກວ້າງຂວາງ
- kitchen vibe - ງານວາງສະແດງສິນຄ້າໂອດອບ 8 ແຂວງພາກເໜືອ ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກມວນ​ຊົນຢ່າງ​ກວ້າງຂວາງ

 ­­ງານຕະຫລາດນັດວາງສະແດງສິນຄ້າໂອດ໊ອບ (ODOP) 8 ແຂວງພາກເໜືອ ທີ່​ໄດ້​ຈັດ​ຂຶ້ນ​ໃນລະຫວ່າງວັນທີ 20-30 ມີນານີ້ ຢູ່ສະໜາມກິລາ​ປ່າ​ອ້ອຍ ​ເມືອງ​ຫ້ວຍ​ຊາຍ ແຂວງບໍ່​ແກ້ວ ເພື່ອ​ສະ​ເຫລີມ​ສະ​ຫລອງວັນ​ສ້າງ​ຕັ້ງ​ແຂວງ​ບໍ່​ແກ້ວ ຄົບ​ຮອບ 35 ປີ ໄດ້​ຮັບ​ຄວາມ​ສົນ​ໃຈຈາກມວນ​ຊົນຢ່າງ​ກວ້າງຂວາງ.

ງານວາງສະແດງດັ່ງກ່າວເປັນ​ການສ້າງເງື່ອນໄຂໃຫ້ບັນດາຜູ້ປະກອບການພາຍໃນ 8 ແຂວງພາກເໜືອ ໄດ້ພົບປະແລກປ່ຽນດ້ານການຜະລິດ, ການຄ້າ-ການລົງທຶນ ທັງເປັນການໂຄສະນາ, ປັບປຸງຜະລິດຕະພັນຂອງຕົນໃຫ້ໄດ້ຕາມມາດຕະຖານຂອງຕະຫລາດ ກໍຄືຜູ້ຊົມໃຊ້ ເຊິ່ງມີທັງໝົດ 295 ຫ້ອງວາງສະແດງ, ມີ 12 ໝວດສິນຄ້າ ເປັນຕົ້ນແມ່ນຜະລິດຕະພັນຈາກສັດລ້ຽງ, ເຂົ້າໜົມທີ່ເປັນເອກະລັກ, ເຟີນິເຈີ, ຫັດຖະກຳຈັກສານ, ຜະລິດຕະພັນຝ້າຍ ແລະ ເຄື່ອງນຸ່ງພື້ນເມືອງຂອງຊົນເຜົ່າຕ່າງໆ, ຜະລິດຕະພັນກະສິກຳ ແລະ ເຄື່ອງປ່າຂອງດົງ, ປຸຍຊີວະພາບ, ວັດສະດຸຮັບໃຊ້ການກໍ່ສ້າງ, ອັນຍະມະນີແຮ່ທາດ, ອຸປະກອນການສຶກສາ, ເຄື່ອງໃຊ້ສອຍ ແລະ ບັນດາສິນຄ້າສຳເລັດຮູບອື່ນໆ. ງານວາງສະແດງຄັ້ງນີ້ ມີຜະລິດຕະພັນຈາກແຂວງບໍ່ແກ້ວ, ຫົວພັນ, ຫລວງນ້ຳທາ, ຊຽງຂວາງ, ຫລວງພະບາງ, ແຂວງໄຊຍະບູລີ ແລະ ນະຄອນຫລວງວຽງຈັນ. ນອກຈາກນີ້, ຍັງມີສິນຄ້າຈາກປະເທດໄທ, ສສ ຫວຽດນາມ ແລະ ສປ ຈີນ ເຂົ້າຮ່ວມວາງສະແດນໍາ​ດ້ວຍ.

ນອກ​ຈາກ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ແລ້ວ ຍັງ​ມີ​ກິດ​ຈະ​ກຳທີ່​ສ້າງ​ຄວາມ​ຕື່ນ​ຕາ​ຕື່ນ​ໃຈໃຫ້​ກັບ​ມວນ​ຊົນ ຊາວ​ແຂວງບໍ່​ແກ້ວ ໂດຍ​ສະ​ເພາະກິດ​ຈະ​ກຳ​ໂດດ​ຈ້ອງ, ຈູດ​ບັ້ງ​ໄຟ​ດອກ, ຕີ​ມວຍ, ສະ​ແດງ​ສິ​ລະ​ປະ​ວັນ​ນະ​ຄະ​ດີ, ສະ​ແດງ​ກາ​ຍະ​ສິນ, ມາ​ຍາ​ກົນຈາກ​ປະ​ເທດ​ເພື່ອນ​ບ້ານ ແລະ ​ນັກ​ຮ້ອງ​ທີ່​ມີຊື່​ສຽງຈາກ​ນະ​ຄອນ​ຫລວງວຽງ​ຈັນມາ​ຮ່ວມ​ສ້າງ​ຄວາມ​ມ່ວນ​ຊື່ນໃຫ້​ໄດ້​ເບິ່ງ​ໄດ້​ຊົມ​ຢ່າງ​ຄຶກ​ຄື້ນ.

- 4 - ງານວາງສະແດງສິນຄ້າໂອດອບ 8 ແຂວງພາກເໜືອ ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກມວນ​ຊົນຢ່າງ​ກວ້າງຂວາງ
- 3 - ງານວາງສະແດງສິນຄ້າໂອດອບ 8 ແຂວງພາກເໜືອ ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກມວນ​ຊົນຢ່າງ​ກວ້າງຂວາງ
- 5 - ງານວາງສະແດງສິນຄ້າໂອດອບ 8 ແຂວງພາກເໜືອ ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກມວນ​ຊົນຢ່າງ​ກວ້າງຂວາງ