ເຄື່ອງດົນຕີພື້ນເມືອງຂອງເຜົ່າມົ້ງ

- 2221 1 - ເຄື່ອງດົນຕີພື້ນເມືອງຂອງເຜົ່າມົ້ງ
- Untitled design - ເຄື່ອງດົນຕີພື້ນເມືອງຂອງເຜົ່າມົ້ງ

ໂດຍ: ຊາຍພະເນຈອນ  

ເຄື່ອງດົນຕີພື້ນເມືອງ ຂອງ ພີ່ນ້ອງເຜົ່າມົ້ງໃນ ສປປ ລາວ ເຫັນວ່ານໍາໃຊ້ຫຼາຍແມ່ນມີຢູ່ 11 ຊະນິດຄື: ເປົ່າໃບໄມ້, ເລ້ເລ (ເປົ່າ ລີ້ນໄມ້), ຕຣ່າບຣົງ (ປີ່ໃບໄມ້ ທີ່ ເປົ່າເປັນທໍານອງຄ້າຍຄືທໍາ ນອງເປົ່າໃບໄມ້), ຕຣ່າປຶລິ (ປີ່ ມີດອນອັດຢູ່ສົ້ນເປົ່າ), ຕຣາ ເຮຣັຍ(ປີ່ທີ່ເຮັດໃຫ້ແຫຼມຢູ່ສົ້ນ ເປົ່າ), ຕຣ່າໄບ່ຣ (ປີ່ລີ້ນທອງ), ສີຊໍ, ເຕິ່ນ, ແຄນ, ກອງໃຫຍ່ ແລະ ຄ້ອງ. ມີບາງຊະນິດກໍໃຊ້ໃນຮີດ ຄອງປະເພນີ, ແຕ່ສ່ວນຫລາຍ ກໍໃຊ້ໃນງານມ່ວນຊື່ນລື່ນເລີງ ຕ່າງໆ.

 

- 1111 3 - ເຄື່ອງດົນຕີພື້ນເມືອງຂອງເຜົ່າມົ້ງ
(ພາບປະກອບ)

 

+ ພ້ອມກັນສົ່ງເສີມວັດທະນະທຳລາວໃຫ້ເປັນມໍລະດົກໂລກ

+ ກະຊວງຖະແຫລ່ງຂ່າວຈັດກິດຈະກຳຫລາຍຢ່າງ ເພື່ອຮັກສາມູນເຊື້ອວັດທະນະທຳຂອງລາວ

- Wave100S AD to Website 2020 0 - ເຄື່ອງດົນຕີພື້ນເມືອງຂອງເຜົ່າມົ້ງ

ຕາມການບອກ ເລົ່າ ຂອງ ພີ່ນ້ອງເຜົ່າມົ້ງ ບ້ານໂພນງາມ, ເມືອງໄຊທານີນະຄອນຫລວງ ວຽງຈັນໃຫ້ຮູ້ວ່າ: ຊົນເຜົ່າມົ້ງ ມີການເປົ່າໃບໄມ້ເປັນທໍານອງ ແລະ ມີເນື້ອຄວາມອັນລະອຽດ ທີ່ສະແດງໃຫ້ເຫັນເຖິງອາລົມ ຈິດ, ຄວາມມັກຮັກ, ຄວາມອາ ໄລອາວອນຂອງຄວາມຮັກ, ຄວາມ ສຸກສົດຊື່ນ ຄືກັບເຜົ່າ ອື່ນໆ. ຕາມການບອກເລົ່າ ຂອງພໍ່ແມ່ວ່າ: ການເອົາໃບໄມ້ ມາເປົ່າສະແດງເປັນດົນຕີນີ້ ມີຕົ້ນກຳເກີດມາຈາກການລ່າ ສັດທີ່ມີມາແຕ່ບູລານນະການ ເຊິ່ງຜູ້ໄປລ່າສັດມັກຈະເອົາ ໃບ ໄມ້ມາເປົ່າເພື່ອຕໍ່ສັດເຊັນ: ເປົ່າ ເປັນສຽງລູກຟານຮ້ອງຫາແມ່, ໃນເວລານັ້ນ, ຖ້າມີຟານແມ່ລູກ ອອ່ນຢູ່ໃກ້ ເມື່ອໄດ້ ຍິນສຽງ ເປົ່າ ໃບໄມ້ຄືກັບສຽງລູກຟານຮ້ອງ ແລະ ຟານແມ່ ກໍຈະແລ່ນນໍາ ມາຕາມສຽງ ຂອງນາຍພານ ແລະ ກໍອາດຈະຖືກນາຍພານ ຍິງ ເອົາໄປເປັນ ອາຫານ. ຈາກການ ໃຊ້ໃບໄມ້ເປົ່າໃນການລ່າສັດກໍ ຄ່ອຍໆ ຫັນມາເປັນສັນຍານ ລະຫວ່າງຄົນກັບຄົນດ້ວຍເນື້ອ ຄວາມ ແລະ ທໍານອງທີ່ນັບມື້ ພັດທະນາ ແລະ ກາຍເປັນດົນ ຕີພື້ນເມືອງ ອີກຢ່າງໜຶ່ງທີ່ ຕິດພັນກັບຊີວິດຈິດໃຈຂອງເຂົາ ເຈົ້າມາແຕ່ບູຮານນະການ, ເຊິ່ງ ບາງຄົນກໍເປົ່າເປັນສຽງທໍາ ມະດາດ້ວຍເນື້ອຫາຖາມ ເຖິງ ຄວາມຮັກແລ້ວກໍຈະຫັນມາ ເປົ່າເປັນສຽງຟາວເປັນການ ຕອບຄືນ ເຊິ່ງຟັງແລ້ວ ເໝືອນ ຜູ້ໜຶ່ງຢູ່ໃກ້ ແລະ ອີກຜູ້ໜຶ່ງ ຢູ່ໄກໆຖາມ- ຕອບກັນຢ່າງມີ ຊີວິດຊີວາ, ສ່ວນປີ່ລີ້ນໄມ້ເປັນ ປີ່ຊະນິດໜຶ່ງ ທີ່ເຮັດມາຈາກໄມ້ ປ່ອງຫຼາຍຊະນິດ ໂດຍເລືອກໃຊ້ ໄມ້ປ່ອງລໍານ້ອຍຂະໜາດເທົ່າ ນີ້ວກ້ອຍລົງມາ, ເປັນໄມ້ທີ່ບໍ່ສາ ມາດປາດເປັນລີ້ນເປົ່າ ແລະ ເປົ່າ ດັງງ່າຍ, ເຊິ່ງ ພວກຜູ້ເຖົ້າພາຍ ໃນບ້ານຫຼາຍຄົນໄດ້ໃຫ້ຄວາມ ເຫັນວ່າ ປີ່ລີ້ນ ໄມ້ເປັນປີ່ທີ່ເຮັດ ງ່າຍດາຍ, ຫຼາຍຄົນກໍມັກເຮັດ ມາເປົ່າສໍາລັບຕົນເອງ, ເດັກ ນ້ອຍຍິງ- ຊາຍກໍເຮັດໄດ້ໃນ ການເຈາະຮູກໍານົດຂັ້ນສຽງບໍ່ ເປັນຫຼັກການພໍເທົ່າໃດ ພຽງ ແຕ່ເປົ່າໄດ້ຟັງອອກເນື້ອຄວາມ ທີ່ ເປົ່າແລ້ວກໍເປັນພໍ, ສຳລັບ ຕຣ່າບຣົງ ແມ່ນປີ່ ໃບໄມ້ທີ່ແປ ມາຈາກຄໍາວ່າ: ຕຣ່າບົງ, ພາ ສາມົ້ງຄໍາວ່າ: ຕຣ່າ ແປວ່າບັ້ງ (ບັ້ງໄມ້, ບັ້ງເຫຼັກ…) ແຕ່ໃນ ເຄື່ອງດົນ ຕີເແປວ່າ: ປີ່ . ຄໍາວ່າ: ບົງ ເປັນຄໍາພ້ຽນມາ ຈາກ ບຣົງ ແປວ່າ: ໃບໄມ້. ຈາກສອງຄໍາ ຕຣ່າບົງຈຶ່ງແປເປັນປີ່ໃບໄມ້, ເຊິ່ງຖືກຕ້ອງກັບຄວາມໝາຍ ທີ່ຊົນເຜົ່າມົ້ງເອີ້ນ ຊື່ຂອງປີ່ດັ່ງ ກ່າວ. ແມ່ນເນື່ອງມາຈາກສີ ສັນສຽງ ແລະ ວາດ ທໍານອງ ຂອງປີ່ດັ່ງກ່າວເປົ່າເປັນວາດ ຄ້າຍຄືວາດເປົ່າ ໃບໄມ້ ແຕ່ສຽງ ເສາະໃສກວ່າ. ປີ່ໃບໄມ້ ເປັນປີ່ ຊະນິດໜຶ່ງທີ່ ຊາວມົ້ງ ນິຍົມກັນ ເປົ່າມາແຕ່ດົນນານ ຫາກບໍ່ສາ ມາດຮູ້ໄດ້ ວ່າໃຜເປັນ ຊ່າງຜູ້ທໍາ ອິດ ແລະ ມານໍາໃຊ້ໄດ້ ດົນນານ ປານໃດ ແລ້ວ ແລະ ອີກປີ່ດອນ ແມ່ນປີ່ທີ່ເຮັດມາຈາກໄມ້ລັນ ປ້ອງດຽວທີ່ຍາວ ລະຫວ່າງ 30 ກວ່າ ຊັງຕີແມັດ, ຢູ່ສົ້ນເປົ່າແມ່ນ ໃຊ້ດອນອັດ ແລະ ປາດດອນ ອັດເປັນແຫວ່ງເປົ່າ, ເຈາະຮູ ສຽງຢູ່ໃກ້ກັບດອນອັດເມື່ອເວ ລາເປົ່າຜ່ານແຫວ່ງເປົ່າກໍຈະ ເກີດເປັນສຽງດັງຂຶ້ນ. ປີ່ ດອນ ມີຮູນັບສຽງຫົກຮູ, ເປັນປີ່ຊະນິດ ໜຶ່ງຂອງຊົນເຜົ່າມົ້ງ ທີ່ນິຍົມໃຊ້ ເປົ່າເພື່ອຄວາມມ່ວນຊື່ນ ແລະ ສຳລັບ ປີ່ຟ້າຍ ເປັນ ປີ່ທີ່ປ້າຍເຮັດ ໃຫ້ສົ້ນມັນແຫຼມ ຄືກັນກັບສົ້ນ ເປົ່າຂອງຕຣ່າບຣົງ (ປີ່ໃບໄມ້), ປີ່ຟ້າຍໄດ້ປະດິດສ້າງມາໂດຍ ມີການປະສົມປະສານກັນລະ ຫວ່າງ ຕຣ່າບຣົງ(ປີ່ໃບໄມ້) ກັບປີ່ດອນ, ເພາະ ລວງຍາວ ແລະ ລະບົບຮູນັບສຽງຫຼືຮູໄລ່ ລູກແມ່ນເປັນອັນດຽວກັນກັບ ປີ່ດອນແຕ່ ສົ້ນເປົ່າ ພັດຟ້າຍ ແຫຼມ ແລະ ເປັນອັນດຽວກັບ ຕຣ່າບຣົງ (ປີ່ໃບໄມ້) ສ່ວນສີ ສັນສຽງຂອງປີ່ຟ້່າຍຟັງແລ້ວ ເປັນລັກສະນະດຽວກັນກັບ ຕຣ່າ ບຣົງ ຕ່າງແຕ່ຂັ້ນສຽງ ແລະ ແບບການເປົ່າບໍ່ຄືກັນກັບ ປີ່ ໃບໄມ້ທີ່ນິຍົມ ເປົ່າມ່ວນຊື່ນຢູ່ ຕາມທ້ອງຖິ່ນຕ່າງໆ, ສ່ວນປີ່ ລີ້ນທອງ ພີ່ນ້ອງເຜົ່າມົ້ງ ເອີ້ນວ່າ: ຕຣ່າ ໄບ່ຣ ແມ່ນຄໍາ ພ້ຽນມາ ຈາກ ຄໍາວ່າ:ໄບ່ຣ ແປວ່າ: ລີ້ນ, ໄບ່ຣ ຂອງປີ່ແມ່ນ ໝາຍເຖິງລີ້ນ ທອງທີ່ນາຍ ຊ່າງໄດ້ໃຊ້ ທອງ ຫຼື ມາຕີໃຫ້ ບາງແລ້ວໃຊ້ເຮັດເປັນ ລີ້ນຂອງ ປີ່ຊະນິດນີ້ ເຊິ່ງພາ ໃຫ້ສຽງມີລັກສະນະສະເພາະ ຂອງລີ້ນທອງ. ການເຮັດປີ່ລີ້ນ ທອງເຂົາເຈົ້າໃຊ້ໄມ້ລັນແກ່ ໂດຍ ໃຊ້ສອງປ້ອງຕິດຕໍ່ກັນດ້ວຍຂໍ້ຕໍ່ ຕາມທໍາມະຊາດ ຂອງໄມ້. ປີ່ລີ້ນ ທອງເປັນປີ່ຊະນິດໜຶ່ງທີ່ຊົນ ເຜົ່າມົ້ງນິຍົມໃຊ້ເປົ່າເພື່ອຄວາມ ມ່ວນຊື່ນສະແດງອາລົມລະ ຫວ່າງ ຄູ່ບ່າວສາວໃດໜຶ່ງ ເຊິ່ງ ຍາມ ຄໍ່າຄືນພວກຜູ້ບ່າວມັກຈະ ໄປ ເປົ່າປີ່ເລາະບ້ານດັງແວວໆ ມາພາໃຫ້ ນາງ ສາວ ຜູ້ຢູ່ໃນ ເຮືອນຕ່າງ ກໍມີອາລົມຈິດຊື່ນ ຊ້ອຍກັບສຽງປີ່ຂອງ ອ້າຍບ່າວ ແລະ ນາງສາວ ກໍເກີດ ຄວາມຮັກ ຄວາມຄິດຮອດ ແລະ ຄິດເຖິງ ຜູ້ ບ່າວ ທີ່ຕົນຮັກທັງຫວງ ແລະ ຫວັງສ້າງເປັນຄູ່ຄອງ.

– ສີຊໍ. ການສີຊໍນີ້ ກໍຄື ກັນ ກັບພີ່ນ້ອງເຜົ່າອື່ນໆໃນວົງສາຄະ ນາຍາດແຫ່ງຊາດ, ຊົນເຜົ່າມົ້ງ ກໍມີສີຊໍແບບສະເພາະຂອງຕົນ ເອງສີຊໍດັ່ງເດີມ ຂອງເຂົາເຈົ້າ, ຜູ້ ອາວຸໂສຫຼາຍໆ ທ່ານເວົ້າວ່າ: ແຕ່ກ່ອນເຂົາເຈົ້າເຮັດເຕົ້າສີຊໍ ດ້ວຍໝາກນໍ້າເຕົ້າຊະນິດໜຶ່ງເຊິ່ງ ເປັນໜ່ວຍກົມຍາວ ແລະ ເມື່ອແກ່ ມາເປືອກຂອງໝາກນໍ້າເຕົ້ານັ້ນ ແຂງແກ່ນດີ. ມາເຖິງສະໄໝນີ້ ແມ່ນນໍາໃຊ້ກະປ໋ອງ ໂລຫະທີ່ ເໝາະ ສົມມາເຮັດເຕົ້າ ແລະ ໃຊ້ ສາຍ ໂລຫະສອງເສັ້ນມາເຮັດ ສາຍ, ສີຊໍມົ້ງມີສຽງແຫບເສາະ ໃສດີອັນເປັນເອກະລັກສະເພາະ ຂອງ ເຂົາເຈົ້າ. ສີຊໍ ເປັນເຄື່ອງດົນ ຕີພື້ນ ເມືອງທີ່ມີຫຼາຍຊົນເຜົ່ານໍາ ໃຊ້ ເຊິ່ງໃນນັ້ນ ແມ່ນຊົນເຜົ່າ ມົ້ງໃຊ້ສີຊໍສໍາລັບ ການມ່ວນຊື່ນ ທົ່ວໄປຕາມທ້ອງ ຖິ່ນຊົນນະບົດ ຕ່າງໆດ້ວຍການ ເສບທໍານອງ ຂັບເປັນສ່ວນຫຼາຍ.

– ເຕິ່ນ ເປັນເຄື່ອງດົນຕີ ຊະນິດ ໜຶ່ງທີ່ຊົນເຜົ່າມົ້ງໄດ້ ປະດິດຄິດແຕ່ງຂຶ້ນມາຈາກ ທອງເຫຼືອງ ແລະ ມີຮູບຮ່າງລັກ ສະນະພິເສດແດ່ຈັກໜ້ອຍ ໂດຍ ອາໄສຜົ້ງປາກເປັນເຕົ້າສຽງ ແລະ ໃຊ້ສົບເປັນບ່ອນປັບສຽງ ເຮັດໃຫ້ສຽງເຕິ່ນທີ່ມີສີສັນພິ ເສດຢູ່ແລ້ວນັ້ນ, ເໝືອນສຽງ ເວົ້າຈາດ້ວຍທໍານອງຂັບຢູ່ໃນ ຄໍ່າຄືນງຽບສະງັດ, ຊາບຊຶ້ງ ແລະ ອອນຊອນ.
– ແຄນຂອງເຜົ່າມົ້ງ ເປັນດົນຕີທີ່ເກົ່າແກ່ຢ່າງໜຶ່ງ ໂດຍມີການນໍາໃຊ້ຫຼາຍກວ່າ ດົນຕີພື້ນເມືອງຂອງເຜົ່າມົ້ງ ຊະນິດອື່ນໆ. ໄດ້ມີຕໍານານເລົ່າ ລືກັນມາວ່າ: ແຕ່ເປີງກ່ອນພຸ້ນ, ຊົນເຜົ່າມົ້ງໄດ້ມີຮີດຄອງຄົບ ງັນບັນພະຊົນຂອງເຂົາເຈົ້າ ດ້ວຍການເປົ່າປີ່ຂອງກຸ່ມອ້າຍ ນ້ອງຫົກຄົນໃນພາບ ດຽວກັນ. ການດໍາລົງຊີວິດຕໍ່ໆ ມາເລີຍ ເກີດ ມີການແຍກຍ້າຍກັນ, ຫົກອ້າຍນ້ອງບໍ່ໄດ້ຢູ່ນໍາກັນໃນ ບ້ານໃກ້ກັນ, ພາໃຫ້ການ ປະຕິ ບັດຮີດຄອງໃນການເປົ່າປີ່ຄົບ ງັນບັນພະຊົນພົບຄວາມຫຍຸ້ງ ຍາກ ຈຶ່ງເກີດມີຄວາມຄິດ ເອົາ ປີ່ຫົກອັນມາປະດິດໄວ້ໃນໝາກນໍ້າເຕົ້າ ແລ້ວໃຊ້ຜູ້ດຽວເປົ່າ ໃຫ້ ດັງໄດ້ຕາມຄວາມຕ້ອງ ການນັບແຕ່ນັ້ນມາຈຶ່ງເກີດ ມີແຄນ ຂອງເຜົ່າມົ້ງ ແລະ ດັດ ແປງຂຶ້ນເທື່ອລະກ້າວ. ການ ໃຊ້ແຄນເປົ່າຂອງຊົນເຜົ່າມົ້ງ ແມ່ນໃຊ້ເປົ່າສໍາລັບການມ່ວນ ຊື່ນທົ່ວໄປ, ເປົ່າງານບຸນກິນ ຈຽງ ແລະ ເຕັ້ນແຄນ , ເປົ່າໃນ ງານຮີດຄອງປະເພນີ(ພິທີງັນສົບ ແລະ ສົ່ງສະການ).
– ກອງໃຫຍ່ ຊົນເຜົ່າມົ້ງ ບາງແຫ່ງກໍເອີ້ນຊື່ກອງໃຫຍ່ ວ່າ: ເຫນຍ ເກົ່າປາ ເຊິ່ງມີ ຄວາມໝາຍວ່າ: ນາງດົນຕີ ຫຼື ວ່ານາງເອກແຫ່ງດົນຕີ. ເນື່ອງ ຈາກວ່າໄພສົງຄາມ ແລະ ພວກ ມົ້ງທີ່ໄດ້ອົບພະຍົບ ຈາກ ຈີນໄປ ຢູ່ແຫ່ງອື່ນ ແລະ ຍັງສືບຕໍ່ພົບ ກັບສົງຄາມເປັນເວລາອັນ ຍາວນານ, ເຂົາເຈົ້າຈຶ່ງມີພຽງ ແຕ່ໂອກາດໃຊ້ກອງ ໃຫຍ່ທີ່ ເຮັດດ້ວຍໄມ້ ແລະ ຫຸ້ມດ້ວຍ ໜັງງົວແຫ້ງຢູ່ໃນຮີດຄອງ ການງັນ ສົບອັນສຸດ ຈໍາເປັນ ເທົ່ານັ້ນ. ກອງມີຂະໜາດໃຫຍ່- ນ້ອຍລຸດລື່ນກັນບໍ່, ຫຼາຍແຕ່ ລະບ້ານກໍຈະມີຜູ້ລ້ຽງກອງ ແລະ ເອົາກອງອອກໃຊ້ ຫຼືໃຫ້ ຜູ້ອື່ນຢືມໄດ້ສະເພາະແຕ່ ເວລາ ມີການງັນສົບເທົ່ານັ້ນ. ການຕີ ກອງແມ່ນໃຊ້ ໄມ້ຕີກອງສອງ ອັນຄືດັ່ງໄມ້ ຕີກອງ ຊຸມຂອງວົງ ດົນຕີທົ່ວໄປເພື່ອຕີ ໜ້າກອງ ໃຫຍ່ຕາມຈັງຫວະຂອງຮີດ ຄອງໂດຍສົມທົບກັບການເປົ່າ ແຄນງັນສົບ.

– ຄ້ອງທອງ ຊົນເຜົ່າ ມົ້ງໃຊ້ສໍາລັບທາງຮີດ ຄອງ ປະເພນີເປັນຕົ້ນ: ຕີຄອ້ງເວລາ ສູ່ຂັວນ ແລະ ການເຢົາ, ໃນແງ່ ສຽງຄ້ອງທອງກໍເປັນເຄື່ອງ ດົນຕີຊະນິດໜຶ່ງທີ່ນໍາໃຊ້ ທາງ ຮີດຄອງ ແລະ ມີການນໍາໃຊ້ ທາງດົນຕີມ່ວນຊື່ນທົ່ວໄປ ແຕ່ ປາງກ່ອນພຸ້ນ. ຄ້າຍຄືກອງ ໃຫຍ່ຂອງເຜົ່າລາວທີ່ບໍ່ທັນມີ ໂອກາດໃຊ້ຄ້ອງທອງເຂົ້າຢູ່ ໃນດົນໄນຕີຄືກັນ./.

- 2221 1 - ເຄື່ອງດົນຕີພື້ນເມືອງຂອງເຜົ່າມົ້ງ

- WhatsApp Image 2020 05 27 at 5 - ເຄື່ອງດົນຕີພື້ນເມືອງຂອງເຜົ່າມົ້ງ
- WhatsApp Image 2020 05 27 at 5 - ເຄື່ອງດົນຕີພື້ນເມືອງຂອງເຜົ່າມົ້ງ
error: Alert: ເນື້ອຫາຂ່າວມີລິຂະສິດ !!