ລັດຖະສະພາມຽນມາເລືອກທ່ານ ວິນມິນ ເປັນປະທານາທິບໍດີຄົນໃໝ່

- 920x920 2 - ລັດຖະສະພາມຽນມາເລືອກທ່ານ ວິນມິນ ເປັນປະທານາທິບໍດີຄົນໃໝ່
- kitchen vibe - ລັດຖະສະພາມຽນມາເລືອກທ່ານ ວິນມິນ ເປັນປະທານາທິບໍດີຄົນໃໝ່

ທ່ານ ວິນ​ມິນ ຄົນ​ໃກ້ຊິດ​ຂອງ​ນາງ ອອງຊານ ຊູ​ຈີ ​ໄດ້​ຮັບ​ຄະ​ແນນ​ສຽງ​ສະໜັບສະໜູນ​ຈາກ​ລັດຖະສະພາ​ມຽນມາ ​ໃຫ້​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ຄົນ​ໃໝ່ ​ແທນ​ທ່ານ ທິນຈໍ ​ເຊິ່ງລາ​ອອກ​ໃນ​ອາທິດ​ຜ່ານ​ມາ.

- 4959cbfa 1522220073 70a9ee45e3fee5ab898031a21d635502 300x216 - ລັດຖະສະພາມຽນມາເລືອກທ່ານ ວິນມິນ ເປັນປະທານາທິບໍດີຄົນໃໝ່

- Visit Laos Visit SALANA BOUTIQUE HOTEL - ລັດຖະສະພາມຽນມາເລືອກທ່ານ ວິນມິນ ເປັນປະທານາທິບໍດີຄົນໃໝ່
- Visit Laos Visit SALANA BOUTIQUE HOTEL - ລັດຖະສະພາມຽນມາເລືອກທ່ານ ວິນມິນ ເປັນປະທານາທິບໍດີຄົນໃໝ່

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ເນ​ປີ​ດໍ ປະ​ເທດ​ມຽນມາ ​ໃນ​ວັນ​ທີ 28 ມີນາ​ວ່າ: ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ສະຫະພາບ ຫລື ລັດຖະສະພາ​ຂອງ​ມຽນມາ ມີ​ມະຕິ​ສຽງ​ສ່ວນ​ຫລາຍ 403 ສຽງ ຈາກ​ຈຳນວນ​ຜູ້​ເຂົ້າປະຊຸມ 636 ສຽງ ​ເລືອກ​ທ່ານ ວິນ​ມິນ ອະດີດ​ປະທານ​ສະພາ​ຜູ້​ແທນ​ລາຊະ​ດອນ ​ເຊິ່ງ​ໄດ້​ຮັບ​ການສະ​ເໜີ​ຊື່​ຈາກ​ສະພາ​ຜູ້​ແທນ​ລາຊະ​ດອນ ​ໃຫ້​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ຄົນ​ໃໝ່ ​ແທນ​ທ່ານ ທິນຈໍ ​ເຊິ່ງຂໍ​ລາ​ອອກ​ໃນ​ອາທິດ​ຜ່ານ​ມາ ດ້ວຍ​ເຫດຜົນ​ດ້ານ​ສຸຂະພາບ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜົນ​ການ​ຢັ່ງ​ສຽງ​ຂອງ​ລັດຖະສະພາ​ເປັນ​ໄປ​ຕາມ​ຄວາມ​ຄາດໝາຍຂອງ​ທຸກ​ຝ່າຍ ​ໂດຍ​ທ່ານ ວິນ​ມິນ ອາຍຸ 66 ປີ ​ເຊິ່ງຈົບ​ການ​ສຶກສາລະ​ດັບ​ປະລິນຍາ​ຕີ​ຈາກ​ຄະນະ​ວິທະຍາສາດ ຂອງ​ມະຫາວິທະຍາ​ໄລ​ຢາງ​ກຸ້ງ ​ແລ້ວ​ໄປ​ສຶກສາ​ຕໍ່​ໃນ​ດ້ານ​ກົດໝາຍ ​ເປັນ​ໜຶ່ງ​ໃນ​ບຸກຄົນ​​ໃກ້ຊິດ​ກັບ​ນາງ ອອງຊານ ຊູ​ຈີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ເຊັ່ນ​ດຽວ​ກັບ​ທ່ານ ທິນຈໍ.

- 4 - ລັດຖະສະພາມຽນມາເລືອກທ່ານ ວິນມິນ ເປັນປະທານາທິບໍດີຄົນໃໝ່
- 3 - ລັດຖະສະພາມຽນມາເລືອກທ່ານ ວິນມິນ ເປັນປະທານາທິບໍດີຄົນໃໝ່
- 5 - ລັດຖະສະພາມຽນມາເລືອກທ່ານ ວິນມິນ ເປັນປະທານາທິບໍດີຄົນໃໝ່