ສະຫວັນນະເຂດສຸມໃສ່ແກ້ໄຂໜີ້ສິນເກົ່າ

- 26 - ສະຫວັນນະເຂດສຸມໃສ່ແກ້ໄຂໜີ້ສິນເກົ່າ
- kitchen vibe - ສະຫວັນນະເຂດສຸມໃສ່ແກ້ໄຂໜີ້ສິນເກົ່າ

ຕາມການລາຍງານຈາກ ທ່ານ ຮອງຫົວໜ້າພະແນກ ແຜນການແລະການລົງທຶນ ແຂວງສະຫວັນນະເຂດໃຫ້ ຮູ້ວ່າ: ປີ2018 ນີ້ ແຂວງສະ ຫວັນນະເຂດຈະໄດ້ສຸມໃສ່ແກ້ ໄຂບັນຫາໜີ້ສິນເກົ່າໃຫ້ໝົດ ໄປ ເທື່ອລະໜ້ອຍ ແລະ ບັນດາ ໂຄງການຕ່າງໆທີ່ຍັງສືບຕໍ່ ໃຫ້ສຳເລັດ, ອາດຈະບໍ່ມີການ ສະເໜີໂຄງການໃໝ່ຢ່າງເດັດ ຂາດ, ໃນກໍລະນີມີການສະ ເໜີ ມາ ກໍຕ້ອງໄດ້ມີການກັ່ນຕອງ ຢ່າງລະອຽດ ວ່າເປັນໂຄງການ ມີຄວາມຈຳເປັນແທ້ໆ ແລະ ມີ ເງື່ອນໄຂທີ່ຄົບຖ້ວນ ຈຶ່ງຈະມີ ການພິຈາລະນາ.

- 27 1 - ສະຫວັນນະເຂດສຸມໃສ່ແກ້ໄຂໜີ້ສິນເກົ່າ

- Visit Laos Visit SALANA BOUTIQUE HOTEL - ສະຫວັນນະເຂດສຸມໃສ່ແກ້ໄຂໜີ້ສິນເກົ່າ
- Visit Laos Visit SALANA BOUTIQUE HOTEL - ສະຫວັນນະເຂດສຸມໃສ່ແກ້ໄຂໜີ້ສິນເກົ່າ

 

+ ສະຫວັນນະເຂດເລັ່ງແກ້ໄຂຄວາມທຸກຍາກຂອງປະຊາຊົນ

+ ເມືອງທຸລະຄົມເລັ່ງແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ

ສຳລັບ ການລົງທຶນຂອງ ລັດໃນປີນີ້ ແຂວງສະຫວັນ ນະເຂດໄດ້ສຸມໃສ່ວຽກງານ ພັດ ທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕິດພັນກັບວຽກງານ 3 ສ້າງ, ເອົາໃຈ ໃສ່ພັດທະນາຊັບພະຍາກອນ ມະນຸດ, ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະ ຫງົບ, ແກ້ໄຂບັນຫາໄພພິບັດ, ສົ່ງເສີມການຜະລິດສະບຽງ ອາຫານ, ການຜະລິດເປັນສິນ ຄ້າ ແລະ ການກໍ່ສ້າງສຳນັກ ງານຫ້ອງການທີ່ບໍ່ທັນສຳເລັດ ແລະ ໃນປີນີ້ລັດຈະບໍ່ລົງທຶນ ກໍ່ສ້າງສຳນັກງານຫ້ອງການ ໃໝ່. ໃນນີ້ເບື້ອງການລົງທຶນ ລັດຈະໄດ້ສຸມໃສ່ ສົມທົບທຶນ ກັບໂຄງການລົງທຶນຕ່າງ ປະ ເທດປະມານ 3.220 ລ້ານ ກີບ ກວມ 4,53%; ຊຳລະໜີ້ ປະມານ 31.289 ລ້ານກວ່າ ກີບ ກວມ 43,97%; ໂຄງ ການສືບຕໍ່ 29.288 ລ້ານ ກີບ ກວມ 41,16% ແລະ ໂຄງ ການສະເໜີໃໝ່ 7.360 ລ້ານກີບ ກວມ 10,34% ໂດຍພາກລັດໄດ້ລົງທຶນ ໃນຂົງເຂດເສດຖະກິດ ປະ ມານ 59,48%, ປີ 2017 ແມ່ນ 57,51%; ຂົງເຂດ ວັດທະນະທໍາ-ສັງຄົມປະ ມານ 20.12% ແລະ ຂະ ແໜງການອື່ນໆ ປະມານ 20,40%.

- 26 - ສະຫວັນນະເຂດສຸມໃສ່ແກ້ໄຂໜີ້ສິນເກົ່າ

- 5 - ສະຫວັນນະເຂດສຸມໃສ່ແກ້ໄຂໜີ້ສິນເກົ່າ
- 4 - ສະຫວັນນະເຂດສຸມໃສ່ແກ້ໄຂໜີ້ສິນເກົ່າ
- 3 - ສະຫວັນນະເຂດສຸມໃສ່ແກ້ໄຂໜີ້ສິນເກົ່າ