ເປີດສະຖານີຄ່ຽນຖ່າຍສິນຄ້າຢູ່ດ່ານສາກົນບໍ່ເຕັນ

ໃນວັນທີ 28 ມີນານີ້, ແຂວງຫລວງນ້ຳທາໄດ້ຈັດພິທີເປີດສະຖານີຄ່ຽນຖ່າຍສິນຄ້າຂອງບໍລິສັດ ລາວສາກົນ ໄອຊີດີ ຈຳກັດ ຢູ່ທີ່ດ່ານຜ່ານແດນສາກົນ ບໍ່ເຕັນ, ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງີນນຳດ້ວຍ.
ທ່ານນາງ ທຸນສະຫວັນ ສີຈັນທອງທິບ ປະທານສະພາບໍລິຫານຜູ້ຖືຮຸ້ນ ບໍລິສັດລາວສາກົນ ໄອຊີດີ ຈຳກັດ ໃຫ້ຮູ້ວ່າ: ອີງໃສ່ການພັດທະນາເຊື່ອມໂຍງ ແລະ ເຊື່ອມຈອດທາງດ້ານໂຄງລ່າງຄົມມະນາຄົມ-ຂົນສົ່ງ ແລະ ເສດຖະກິດກັບບັນດາປະເທດໃກ້ຄຽງ ແລະ ພາກພຶ້ນ, ຈຶ່ງມີຄວາມຈຳເປັນໃນການພັດທະນາການບໍລິການດ້ານການຂົນສົ່ງ ແລະ ໂລຈິດສະຕິກຢູ່ໃນລາວໃຫ້ສອດຄ່ອງກັບນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຫັນເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດບໍລິການທາງຜ່ານດ້ານຄົມມະນາຄົມ-ຂົນສົ່ງຢ່າງມີປະສິດທິຜົນ, ສາມາດສ້າງລາຍຮັບຈາກການລົງທຶນອັນມະຫາສານໃສ່ໂຄງລ່າງພຶ້ນຖານໄດ້, ບໍລິສັດຂອງຕົນໄດ້ລິງເຫັນຄວາມສຳຄັນ ແລະ ຄວາມຈຳເປັນຂອງວຽກງານດັ່ງກ່າວ ຈຶ່ງໄດ້ສະເຫນີລັດຖະບານເພື່ອສ້າງຕັ້ງສະຖານີຄ່ຽນຖ່າຍສິນຄ້າຢູ່ແຫ່ງນີ້ຂຶ້ນ, ເພື່ອອຳນວຍຄວາມສະດວກ ແລະ ຮອງຮັບການຂະຫຍາຍຕົວຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ເພາະດ່ານແຫ່ງນີ້, ເປັນທີ່ຕັ້ງຍຸດທະສາດສຳຄັນໃນເສັ້ນທາງຫລວງແຫ່ງຊາດເລກ 3 ທີ່ເປັນສ່ວນໜຶ່ງຂອງແລວເສດຖະກິດເຫນືອ-ໃຕ້ຂອງອານຸພາກພຶ້ນແມ່ນ້ຳຂອງ ເຊື່ອມຈອດລະຫວ່າງຄຸນຫມິງ ສປຈີນ ຜ່ານແຂວງຫລວງນ້ຳທາ ແລະ ບໍ່ແກ້ວຂອງ ສປປ ລາວ ໄປຫາບາງກອກປະເທດໄທ, ຊຶ່ງມີບໍລິມາດການຂົນສົ່ງສິນຄ້າລະຫວ່າງ 2 ສົ້ນນັນມື້ເພີ່ມຂຶ້ນ.
ປະທານສະພາບໍລິຫານ ຜູ້ຖືຮຸ້ນ ບໍລິສັດດັ່ງກ່າວ ໃຫ້ຮູ້ອີກວ່າ: ສະຖານີຄ່ຽນຖ່າຍສິນຄ້າມີເນື້ອທີ່ 22,3 ເຮັກຕາ, ໃນນັ້ນໄດ້ພັດທະນາໄລຍະ 1 ມີຈຳນວນ 9 ເຮັກຕາ, ດ້ວຍມູນຄ່າການລົງທຶນກວ່າ 10 ລ້ານໂດລາ, ຊຶ່ງພວກເຮົາໄດ້ພັດທະນາໃຫ້ເປັນໄອຊີດີ ທີ່ໄດ້ມາດຖານສາກົນ, ມີພຶ້ນຖານໂຄງລ່າງ, ພາຫະນະ, ອຸປະກອນ, ຄຸ້ມຄອງດ້ວຍລະບົບໄອທີ, ລະບົບເອຊີກຸດາ ຂອງກົມພາສີ ແລະ ສິ່ງອຳນວຍຄວາມສະດວກຄົບວົງຈອນ, ເພື່ອອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງຂ້າມແດນມີຄວາມຄ່ອງຕົວ, ສະດວກ, ປອດໄພ ແລະ ສາມາດດຶງດູດການລົງທຶນຂອງຕ່າງປະເທດເຂົ້າມາ ສປປ ລາວ ໃຫ້ຫລາຍຂຶ້ນ.