ສອງເກົາຫລີພົບປະຫາລືກຽມ ຄວາມພ້ອມກອງປະຊຸມລະດັບຜູ້ນຳ
ເຈົ້າໜ້າທີ່ລະດັບສູງຂອງ ສປປ ເກົາຫລີ ແລະ ສ.ເກົາຫລີ ພົບປະຫາລືກັນໃນເຂດພື້ນທີ່ຄວາມໝັ້ນຄົງໃນເຂດປອດທະຫານ ເພື່ອກຽມກອງປະຊຸມຄັ້ງສຳຄັນລະດັບຜູ້ນຳຂອງທັງສອງປະເທດ ໃນວັນທີ 27 ເມສານີ້.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງເຊອຸນ ສ.ເກົາຫລີ ໃນວັນທີ 29 ມີນາວ່າ: ທ່ານ ໂຊ ມາຢອງຢອນ ລັດຖະມົນຕີກະຊວງລວມຊາດຂອງ ສ.ເກົາຫລີ ນຳຄະນະເດີນທາງຂ້າມເສັ້ນແບ່ງເຂດທາງທະຫານ (MDL) ບໍລິເວນພື້ນທີ່ຄວາມໝັ້ນຄົງຮ່ວມ ເຂດບ້ານປັນມຸນຈອມ ຂອງ ສປປ ເກົາຫລີ ໃນການພົບປະຫາລືກັບຄະນະເຈົ້າໜ້າທີ່ຂອງລັດຖະບານພຽງຢາງ ນຳໂດຍທ່ານ ຣີຊອນວອນ ປະທານຄະນະກຳມາທິການລວມຊາດຢ່າງສັນຕິຂອງ ສປປ ເກົາຫລີ ໃນວັນທີ 29 ມີນາ ເພື່ອກຽມຄວາມພ້ອມສຳລັບການພົບປະຫາລືຄັ້ງສຳຄັນລະຫວ່າງປະທານາທິບໍດີ ມຸນ ແຈອິນ ກັບທ່ານ ກິມ ຈອງອິນ ທີ່ຈະມີຂຶ້ນໃນວັນທີ 27 ເມສານີ້ ຢູ່ເຂດປອດທະຫານ (DMC).
ທັງນີ້, ທ່ານ ຣີຊອນວອນ ກ່າວໃນກອງປະຊຸມ ສະແດງຄວາມຍ້ອງຍໍທິດທາງການພົວພັນລະຫວ່າງສອງເກົາຫລີທີ່ດີຂຶ້ນຫລາຍນັບແຕ່ຕົ້ນປີນີ້ ໂດຍສະເພາະໃນໄລຍະຂອງການແຂ່ງຂັນໂອແລັມປິກລະດູໜາວ ຢູ່ເມືອງພາຍອງຊັງຂອງ ສ.ເກົາຫລີ ເປັນເຈົ້າພາບ ໃນເດືອນກຸມພາຜ່ານມາ ແລະ ຫວັງເປັນຢ່າງຍິ່ງວ່າການພົບປະຫາລືລະຫວ່າງຜູ້ນຳຂອງທັງສອງປະເທດ ຈະເປັນການປູທາງສູ່ “ການເຕີມເຕັມຄວາມຫວັງ ແລະ ຄວາມປາຖະໜາ” ຂອງທັງສອງຝ່າຍ. ຂະນະທີ່ທ່ານ ໂຊ ມາຢອງຢອນ ກ່າວວ່າ: ກອງປະຊຸມລະຫວ່າງຜູ້ນຳ ສ.ເກົາຫລີ ແລະ ຜູ້ນຳ ສປປ ເກົາຫລີ ໃນຄັ້ງນີ້ ຈະເປັນການຫາລືທີ່ “ປະສົບຜົນສຳເລັດ” ຕໍ່ເນື່ອງຈາກສະຖານະການປັດຈຸບັນ ເຊິ່ງເປັນຜົນຈາກການຕັດສິນໃຈໂດຍລັດຖະບານທັງສອງປະເທດ ໂດຍກອງປະຊຸມຄັ້ງນີ້ຈະເປັນຄັ້ງທີ 3 ຕໍ່ຈາກການພົບປະຫາລືລະຫວ່າງທ່ານ ກິມ ຈອງອິນ ກັບປະທານາທິບໍດີ ກິມ ແດຈຸງ ໃນປີ 2003 ແລະ ປະທານາທິບໍດີ ໂນ ມູຮາຢອນ ໃນປີ 2007.