ເຕັກນິກການຕອບຄຳຖາມສຳພາດວຽກໃຫ້ຜ່ານ

- 013003 2018 - ເຕັກນິກການຕອບຄຳຖາມສຳພາດວຽກໃຫ້ຜ່ານ
- kitchen vibe - ເຕັກນິກການຕອບຄຳຖາມສຳພາດວຽກໃຫ້ຜ່ານ
  1. ເປັນຫຍັງເຈົ້າຈຶ່ງຢາກເຮັດວຽກຢູ່ບ່ອນນີ້ ?

ການຈະເຂົ້າເຮັດວຽກຢູ່ບ່ອນໃດກໍຕາມ ຜູ້ສຳພາດຈະຕ້ອງຖາມຄວາມເປັນມາວ່າ ເປັນຫຍັງທ່ານຈຶ່ງຢາກເຮັດວຽກໃນບໍລິສັດຂອງເຂົາ. ໂຕຢ່າງ : ຂ້ອຍສົນໃຈໃນຂະບວນການເຮັດວຽກຂອງບໍລິສັດນີ້ຫລາຍ ແລະ ກໍຮູ້ມາວ່າທາງບໍລິສັດໄດ້ເປີດໂອກາດໃຫ້ພະນັກງານທຸກຄົນໄດ້ສະແດງຄວາມສາມາດໄດ້ຢ່າງເຕັມທີ່ ແລະ ຂ້ອຍກໍຍັງຮູ້ມາອີກວ່າທີ່ບໍລິສັດຮັບຟັງຂໍ້ສະເໜີ ຂອງພະນັກງານທຸກຄົນ ແລະ ພ້ອມຈະແກ້ໄຂ ຖ້າຂໍ້ສະເໜີນັ້ນຈະສາມາດພັດທະນາໃຫ້ບໍລິສັດມີຄວາມໝັ້ນຄົງ ແລະ ໜ້າເຊື່ອຖືຍິ່ງຂຶ້ນ.

  1. ເປັນຫຍັງເຈົ້າຈຶ່ງອອກຈາກບ່ອນເຮັດວຽກທີ່ເຄີຍເຮັດຢູ່ ?

ເປັນຄຳຖາມທີ່ກົງປະເດັນຫລາຍທີ່ສຸດ ເພາະຫາກທ່ານພໍໃຈຕໍ່ວຽກທີ່ເຮັດຢູ່ ທ່ານຄົງບໍ່ຕ້ອງຫາວຽກໃໝ່ເຮັດແມ່ນບໍ່ ຄຳຖາມນີ້ຈຶ່ງເປັນຄຳຖາມທີ່ທ່ານຕ້ອງກຽມໂຕຢ່າງຫລາຍ. ໂຕຢ່າງ : ຂ້ອຍຢາກຮຽນຮູ້ເຖິງວຽກສາຍໃໝ່ທີ່ໜ້າຈະເໝາະສົມກັບໂຕຂ້ອຍຫລາຍກ່ວາທີ່ຂ້ອຍເຄີຍເຮັດຢູ່ ແລະ ຂ້ອຍຄິດວ່າວຽກຢູ່ບ່ອນນີ້ເໝາະສົມກັບຂ້ອຍ ແລະ ຂ້ອຍພ້ອມທີ່ຈະເຮັດວຽກຢູ່ນີ້ຫລາຍທີ່ສຸດ.

- Visit Laos Visit SALANA BOUTIQUE HOTEL - ເຕັກນິກການຕອບຄຳຖາມສຳພາດວຽກໃຫ້ຜ່ານ
- Visit Laos Visit SALANA BOUTIQUE HOTEL - ເຕັກນິກການຕອບຄຳຖາມສຳພາດວຽກໃຫ້ຜ່ານ

ແລະ ສິ່ງສຳຄັນ ຫ້າມທ່ານນຳຂໍ້ເສຍທີ່ທ່ານໄດ້ຮູ້ຈາກບໍລິສັດເກົ່າມາເວົ້າເດັດຂາດ ເພາະສິ່ງນັ້ນອາດເຮັດໃຫ້ຄະແນະແຫ່ງຄວາມເຊື່ອຖືຂອງທ່ານຫລຸດລົງໄດ້.

  1. ລອງເລົ່າປະຫວັດຂອງທ່ານແບບຫຍ້ໍໍໆໄດ້ບໍ່ ?

ການຈະເຮັດວຽກຮ່ວມກັນໄດ້ນັ້ນ ສິ່ງສຳຄັນກໍຈະເປັນເລື່ອງຂໍ້ມູນສ່ວນໂຕ, ປະຫວັດຄວາມເປັນມານ້ອຍໆທີ່ສາມາດບົ່ງບອກເຖິງນິໄສໃຈຄໍຂອງທ່ານໄດ້ ແລະ ສາມາດບອກເຖິງຄວາມເໝາະສົມກັບວຽກດ້ານນີ້ຂອງທ່ານໃນການຕອບຄຳຖາມ ຈຶ່ງຄວນຢູ່ໃນດ້ານຂອງການເຮັດວຽກ, ບຸກຄະລິກກະພາບສ່ວນໂຕ ແລະ ແງ່ຄິດຂອງຊີວິດແດ່ໜ້ອຍໜຶ່ງ ທ່ານບໍ່ຄວນຈະເລົ່າປະຫວັດຊີວິດຂອງທ່ານໃຫ້ຫລາຍເກີນໄປ.

  1. ເຈົ້າຄິດຈະເຮັດຫຍັງໃຫ້ກັບບໍລິສັດຫລາຍທີ່ສຸດ ?

ຄຳຖາມນີ້ຈະເຮັດໃຫ້ທ່ານບອກເຖິງຄວາມສາມາດຂອງທ່ານທີ່ຈະເຮັດໃຫ້ກັບບໍລິສັດ ວ່າມີຫລາຍໜ້ອຍປານໃດໃນການບອກເຖິງຄຸນສົມບັດທີ່ທ່ານສາມາດເຮັດໄດ້ນັ້ນບໍ່ຖືວ່າເປັນການໂອ້ອວດວ່າທ່ານເກັ່ງແຕ່ຢ່າງໃດ, ແຕ່ສິ່ງທີ່ທ່ານເວົ້ານັ້ນຈະສາມາດສ້າງນຳ້ໜັກໃນການຕອບຄຳຖາມໃຫ້ແກ່ທ່ານໄດ້.

  1. ຈະມີປັນຫາຫຍັງບໍ່ຫາກຕ້ອງເຮັດວຽກລ່ວງເວລາ ?

ໃນການຕອບຄຳຖາມນີ້ ທ່ານຄວນຈະກ່າວເຖິງຄວາມພ້ອມສະເໝີໃນການເຮັດວຽກລ່ວງເວລາ ເຖິງວ່າຄ່າຕອບແທນອາດຈະມີໜ້ອຍ ຫລື ໃນການເຮັດວຽກລ່ວງເວລາຈະໄປກົງກັບຕາຕະລາງນັດໝາຍສຳຄັນກັບຄົນພິເສດຂອງທ່ານກໍຕາມ ເຊິ່ງທ່ານຄວນຈະຕອບວ່າ : ເພື່ອໃຫ້ວຽກປະສົບຜົນສຳເລັດ ຂ້ອຍກໍພ້ອມຈະເຮັດວຽກລ່ວງເວລາສະເໝີ.

  1. ເລື່ອງທົ່ວໆໄປ :

ໃນການສຳພາດທ່ານອາດຈະຕ້ອງເວົ້າເຖິງເລື່ອງປະຈຸບັນ ບໍ່ວ່າຈະເປັນຂ່າວທາງການເມືອງ ເສດຖະກິດ ສັງຄົມ ແລະ ຄ່ານິຍົມທີ່ເກີດຂຶ້ນໃນເວລານັ້ນ ເປັນຂ່າວໜັງສືພິມ ຄຳຖາມນີ້ຈະສະແດງໃຫ້ເຫັນວ່າທ່ານໃຫ້ຄວາມສົນໃຈກັບຂ່າວສານບ້ານເມືອງ ບໍ່ເປັນຄົນຕົກຂ່າວ ສາມາດໂອ້ລົມໄດ້ທຸກເລື່ອງທີ່ກ່ຽວກັບເຫດການປະຈຸບັນ, ການຮູ້ຂໍ້ມູນເຫລົ່ານີ້ອາດເຮັດໃຫ້ຄະແນນການສຳພາດຂອງທ່ານເພີ່ມຂຶ້ນມາກໍໄດ້.

  1. ຄວາມໄຝ່ຝັນ ແລະ ໂຄງການໃນອະນາຄົດ :

ເປັນການພິຈາລະນາເຖິງຄວາມເອົາຈິງເອົາຈັງຂອງທ່ານ ເພາະຫາກທ່ານສາມາດບອກເຖິງທິດທາງໃນອະນາຄົດໄດ້ນັ້ນກໍສະແດງວ່າທ່ານສາມາດຮັບຜິດຊອບໃນວຽກທີ່ໄດ້ຮັບມອບໝາຍຢ່າງດີນຳອີກ ເພາະຂະໜາດອະນາຄົດທີ່ບໍ່ມີໃຜສາມາດຮູ້ໄດ້ ທ່ານຍັງວາງແຜນສູ່ອະນາຄົດໄດ້ຢ່າງເປັນລະບົບ ນັ້ນກໍໝາຍເຖິງວ່າ ທ່ານບໍ່ໄດ້ມີຄວາມຄິດຢຸດຢູ່ແຕ່ບ່ອນເກົ່າ.

  1. ເຈົ້າມີວຽກຍາມວ່າງຫຍັງແດ່ ?

ຄຳຖາມນີ້ຈະເຈາະປະເດັນວ່າທ່ານຮູ້ຈັກແບ່ງເວລາຂອງທ່ານໃຫ້ເກີດປະໂຫຍດຫລາຍໜ້ອຍປານໃດ ແລະ ສະແດງໃຫ້ເຫັນເຖິງບຸກຄະລິກຂອງທ່ານວ່າທ່ານເປັນຄົນແນວໃດ, ສົດໃສລ່າເລີງ, ເປີດເຜີຍ ຫລື ເກັບໂຕ ເຊັ່ນ : ຖ້າທ່ານຕອບວ່າທ່ານມັກອ່ານໜັງສື ທ່ານອາດຈະຖືກຖາມຕໍ່ວ່າໜັງສືເຫລັ້ມຫລ້າສຸດທີ່ທ່ານອ່ານແມ່ນເລື່ອງຫຍັງ ແລະ ອາດໃຫ້ທ່ານວິຈານເຖິງໜັງສືເຫລັ້ມນັ້ນ ໃນການຕອບຄຳຖາມນີ້ຍັງສາມາດໄດ້ຮູ້ເຖິງຄວາມລະອຽດອ່ອນຂອງໂຕທ່ານ ການຮູ້ຈັກສັງເກດການມີ ໄຫວພິບ ຈົນເຖິງການໃຊ້ຊີວິດຮ່ວມກັບຄົນອື່ນໆນຳອີກ.

  1. ເຈົ້າຕ້ອງການເງິນເດືອນເທົ່າໃດ ?

ຖ້າຫາກວ່າວຽກທີ່ທ່ານໄປສະໝັກລະບຸເງິນເດືອນໄວ້ແລ້ວ ກໍເກີດຄວາມສະບາຍໃຈໄດ້, ແຕ່ຖ້າບໍ່ລະບຸເຖິງອັດຕາຄ່າຈ້າງເລີຍ ກໍຍາກແດ່ ທາງທີ່ດີທ່ານຄວນຕອບຕາມອັດຕາເງິນເດືອນທີ່ຄົນທົ່ວໄປໄດ້ຮັບກັນ ເຊັ່ນວ່າ : ອາດຈະຖາມໝູ່ທີ່ເຮັດວຽກຄືກັບຕຳແໜ່ງທີ່ທ່ານສະໝັກ ຫລື ຕອບຕາມເງິນເດືອນລາຊະການທີ່ທ່ານຮູ້ກໍໄດ້, ແຕ່ຖ້າຫາກຜູ້ສຳພາດສະເໜີເງິນເດືອນມາສູງ ຫລື ຕໍ່າກ່ວາອັດຕາທີ່ທ່ານຮູ້ ທ່ານກໍຢ່າຟ້າວຕອບເຫັນດີ ທ່ານອາດຈະຂໍເວລາໃນການພິຈາລະນາຈັກ 3 ມື້ ແລ້ວຄ່ອຍໃຫ້ຄຳຕອບ ເພາະຖ້າທ່ານຕອບເຫັນດີໄປແລ້ວ ແລະ ທ່ານມາຂໍຂຶ້ນເງິນເດືອນຕາມຫລັງກໍເທົ່າກັບວ່າທ່ານເປັນຄົນໂລເລ ບໍ່ໜ້າເຊື່ອຖືກໍໄດ້.

     + ເລື່ອງຄວນຮູ້ກ່ອນໄປສຳພາດວຽກ ໂດຍສະເພາະກິລິຍາບໍ່ເໝາະສົມທີ່ເຮົາມັກເຜີເຮັດ :

– 67% ບໍ່ສົບສາຍຕາ, 38% ບໍ່ຍິ້ມ, ຍິ້ມໜ້ອຍເກີນໄປ, 21% ຈັບໜ້າ, ຫລິ້ນຜົມ, 38% ກະວົນກະວາຍເກີນໄປ, 21% ກອດເອິກ, 9% ໃຊ້ພາສາມືຫລາຍເກີນໄປ.

     + 3 ສິ່ງທີ່ທສ້າງຄວາມປະທັບໃຈໃນເທື່ອທຳອິດທີ່ພົບ :

– 55% ການແຕ່ງກາຍ, ທ່າທາງ, ການຍ່າງ, 38% ການເວົ້າຈະແຈ້ງ, ໝັ້ນໃຈ, 7% ການເວົ້າຄວາມຈິງ.

 

- 5 - ເຕັກນິກການຕອບຄຳຖາມສຳພາດວຽກໃຫ້ຜ່ານ
- 3 - ເຕັກນິກການຕອບຄຳຖາມສຳພາດວຽກໃຫ້ຜ່ານ
- 4 - ເຕັກນິກການຕອບຄຳຖາມສຳພາດວຽກໃຫ້ຜ່ານ