ກອງປະຊຸມ CLV-10 ອອກຖະແຫລງການຮ່ວມ ນຳມາເຊິ່ງກຳລັງຫນູນການຮ່ວມມືຢ່າງແຮງ

- vov5hoinghiclvratuyenbochung1 hkdj - ກອງປະຊຸມ CLV-10 ອອກຖະແຫລງການຮ່ວມ ນຳມາເຊິ່ງກຳລັງຫນູນການຮ່ວມມືຢ່າງແຮງ
- kitchen vibe - ກອງປະຊຸມ CLV-10 ອອກຖະແຫລງການຮ່ວມ ນຳມາເຊິ່ງກຳລັງຫນູນການຮ່ວມມືຢ່າງແຮງ

ກອງປະຊຸມສຸດຍອດການຮ່ວມມືເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ10 ດຳເນີນໃນຕອນບ່າຍວັນທີ 31 ມີນາ ຢູ່ນະຄອນຫລວງຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີກຳປູເຈຍ ສົມ​ເດັດ ຮຸນ​​ເຊັນ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ, ເຂົ້າຮ່ວມກອງປະຊຸມຍັງມີທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi, ທ່ານປະທານທະນາຄານພັດທະນາອາຊີ Takehiko Nakao, ຜູ້ອຳນວຍການຝ່າຍບໍລິຫານທະນາຄານໂລກ WB) Joaquim Levy. ນີ້ແມ່ນຄັ້ງທຳອິດການນຳຂັ້ນສູງບັນດາອົງການຈັດຕັ້ງສາກົນ ADB, WB ແລະ ອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດ CLV.

ກອງປະຊຸມໄດ້ຮັບຮູ້ບັນດາຄວາມກ້າວຫນ້າໃນການຮ່ວມມືລະຫວ່າງສາມປະເທດທີ່ບັນລຸໄດ້ໃນຫລາຍຂົງເຂດ ຈາກພື້ນຖານໂຄງລ່າງ ຕະຫລອດຮອດການສ້າງຄວາມສະດວກໃຫ້ດ້ານການຄ້າ, ເນັ້ນຫນັກຄວາມສຳຄັນຂອງການຮ່ວມມືລະຫວ່າງສາມປະເທດໃນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ຫນູນຊ່ວຍວິວັດການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ, ຊ່ວຍ 13 ແຂວງເຂດຊາຍແດນຮັດແຄບຊ່ອງຫວ່າງການພັດທະນາ.

- Visit Laos Visit SALANA BOUTIQUE HOTEL - ກອງປະຊຸມ CLV-10 ອອກຖະແຫລງການຮ່ວມ ນຳມາເຊິ່ງກຳລັງຫນູນການຮ່ວມມືຢ່າງແຮງ
- Visit Laos Visit SALANA BOUTIQUE HOTEL - ກອງປະຊຸມ CLV-10 ອອກຖະແຫລງການຮ່ວມ ນຳມາເຊິ່ງກຳລັງຫນູນການຮ່ວມມືຢ່າງແຮງ

ກ່ຽວກັບການກຳນົດທິດຮ່ວມມືໃນໄລຍະຈະມາເຖິງ, ບັນດາການນຳໄດ້ຢືນຢັນຄຳໝັ້ນສັນຍາຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສາມປະເທດກວ່າອີກ, ປະກອບສ່ວນສ້າງບັນດາພື້ນຖານເສດຖະກິດ ກຳປູເຈຍ, ລາວ, ຫວຽດນາມ ເຊື່ອມໂຍງ, ໝັ້ນຄົງ, ວັດທະນາຖາວອນ ແລະ ແມ່ນພາກສ່ວນຫນຶ່ງທີ່ຂາດບໍ່ໄດ້ຂອງວິໄສທັດປະຊາຄົມອາຊຽນປີ 2025. ກອງປະຊຸມໄດ້ເນັ້ນຫນັກຢ່າງແຮງເຖິງຄວາມຈຳເປັນຕ້ອງເພີ່ມທະວີການເຊື່ອມຈອດລະຫວ່າງສາມພື້ນຖານເສດຖະກິດ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດແກ່ງແຍ້ງເສດຖະກິດ, ເຂົ້າຮ່ວມບັນດາລະບົບມູນຄ່າພາກພື້ນ ແລະ ທົ່ວໂລກຢ່າງມີປະສິດທິຜົນ ແລະ ຮັບມືກັບບັນດາສິ່ງທ້າທາຍລວມ.

ກອງປະຊຸມໄດ້ເຫັນດີເປັນເອກະພາບເປີດກວ້າງການຮ່ວມມືເຂດສາມຫລ່ຽມພັດທະນາ ກຳປູເຈຍ, ລາວ ແລະ ຫວຽດນາມ ເທື່ອລະກ້າວ ມຸ້ງໄປເຖິງກວມລວມທົ່ວສາມປະເທດ, ບໍ່ພຽງແຕ່ຈຳກັດຢູ່ 13 ແຂວງຊາຍແດນ. ເພື່ອເລີ່ມປະຕິບັດວິວັດການນີ້, ບັນດາການນຳໄດ້ຮັບຮອງເອົາແຜນການສັງລວມກ່ຽວກັບການເຊື່ອມຕໍ່ສາມພື້ນຖານເສດຖະກິດກຳປູເຈຍ-ລາວ-ຫວຽດນາມ ຮອດປີ 2030. ຄຽງຄູ່ກັນນັ້ນ ບັນດາການນຳກໍໄດ້ຊີ້ນຳຄະນະກຳມະການປະສານງານຮ່ວມຕັ້ງຫນ້າຜັນຂະຫຍາຍບາງເນື້ອໃນ ເພື່ອແນໃສ່ຍົກສູງປະສິດທິຜົນການຮ່ວມມື.

ເນື່ອງໃນໂອກາດນີ້  ນາຍົກລັດຖະມົນຕີສາມທ່ານໄດ້ລົງນາມໃນຖະແຫລງການຮ່ວມກ່ຽວກັບການຮ່ວມມືເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ, ເປັນເອກະພາບຈັດຕັ້ງກອງປະຊຸມສຸດຍອດເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11 ຢູ່ ສປປ ລາວ.

- 4 - ກອງປະຊຸມ CLV-10 ອອກຖະແຫລງການຮ່ວມ ນຳມາເຊິ່ງກຳລັງຫນູນການຮ່ວມມືຢ່າງແຮງ
- 3 - ກອງປະຊຸມ CLV-10 ອອກຖະແຫລງການຮ່ວມ ນຳມາເຊິ່ງກຳລັງຫນູນການຮ່ວມມືຢ່າງແຮງ
- 5 - ກອງປະຊຸມ CLV-10 ອອກຖະແຫລງການຮ່ວມ ນຳມາເຊິ່ງກຳລັງຫນູນການຮ່ວມມືຢ່າງແຮງ