ມສ ມິດຕະພາບລາວ-ຫວຽດນາມ ສະເຫລີມສະຫລອງວັນວິທະຍາສາດຄັ້ງທີ V

- DSC 6371 - ມສ ມິດຕະພາບລາວ-ຫວຽດນາມ ສະເຫລີມສະຫລອງວັນວິທະຍາສາດຄັ້ງທີ V
- kitchen vibe - ມສ ມິດຕະພາບລາວ-ຫວຽດນາມ ສະເຫລີມສະຫລອງວັນວິທະຍາສາດຄັ້ງທີ V

ໃນວັນທີ 30 ມີນານີ້, ທີ່ໂຮງຮຽນ ມສ ມິດຕະພາບລາວ-ຫວຽດນາມ ນະຄອນຫລວງວຽງຈັນ, ໄດ້ຈັດພິທີສະເຫລີມສະຫລອງ ວັນວິທະຍາສາດ ຄັ້ງທີ V ສົກຮຽນ 2017-2018, ໂດຍການເຂົ້າຮ່ວມຂອງທ່ານ ດອນ ແກ້ວມີໄຊ ຜູ້ອຳນວຍການໂຮງຮຽນດັ່ງກ່າວ ແລະ ມີ ທ່ານ ຫງວຽນ ງອກ ຖັງ ທູດທີ່ປຶກສາ ສຶກສາ-ວັດທະນະທຳຫວຽດນາມປະຈຳລາວ, ມີຜູ້ຕາງໜ້າຈາກພະແນກສຶກສານະຄອນຫລວງ, ກົມສາມັນກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.

ການຈັດຕັ້ງວັນວິທະຍາສາດດັ່ງກ່າວ, ແມ່ນມີຈຸດປະສົງເພື່ອສົ່ງເສີມຄວາມຮູ້, ຄວາມສາມາດ, ຫົວຄິປະດິດສ້າງທາງດ້ານການຮຽນ, ການສອນຂອງຄູ ແລະ ນ້ອງນັກຮຽນ ຈາກທິດສະດີສູ່ພຶດຕິກຳໃຫ້ມີຄວາມໜັກແໜ້ນ ແນ່ໃສ່ຈັດຕັ້ງປະຕິບັດເນື້ອໃນ 3 ຂໍ້ແຂງຂັນ, 5 ຫລັກມູນການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ.

- Visit Laos Visit SALANA BOUTIQUE HOTEL - ມສ ມິດຕະພາບລາວ-ຫວຽດນາມ ສະເຫລີມສະຫລອງວັນວິທະຍາສາດຄັ້ງທີ V
- Visit Laos Visit SALANA BOUTIQUE HOTEL - ມສ ມິດຕະພາບລາວ-ຫວຽດນາມ ສະເຫລີມສະຫລອງວັນວິທະຍາສາດຄັ້ງທີ V

ທ່ານ ສໍພຸດທະວົງ ໄຊວົງສາ ຫົວໜ້າໜ່ວຍງານວິຊາການ ໂຮງຮຽນດັ່ງກ່າວໃຫ້ຮູ້ວ່າ: ການຈັດຕັ້ງວັນວິທະຍາສາດຄັ້ງນີ້ມີ 12 ຈຸວິຊາ ແລະ 01 ສະໂມສອນ ໂດຍໄດ້ມີການຈັດວາງສະແດງ ແລະ ເຮັດກິດຈະກຳຕ່າງໆ ທີ່ສະແດງໃຫ້ເຫັນຜົນງານດ້ານການຮຽນ-ການສອນ ຂອງຈຸວິຊາເລົ່ານັ້ນ ແລະ ການປະກອບສ່ວນພັດທະນາໂຮງຮຽນ ຂອງຄູອາຈານ ແລະ ນ້ອງນັກຮຽນໃນຊຸມປີຜ່ານມາ. ແມ່ນໂຄງການລິເລີ່ມຂອງໂຮງຮຽນ ແນໃສ່ປະຕິບັດຫລັກສູດສາ ມັນປະສົມວິຊາຊີບທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ແລະ ຈະພັດທະນາໃຫ້ກ້າວໄປເລື້ອຍໆ.

ຂ່າວໃຫ້ຮູ້ອີກວ່າ: ໃນວັນທີ 29 ຜ່ານມາ, ໂຮງຮຽນມັດທະຍົມສົມບູນວຽງຈັນ ກໍໄດ້ຈັດພິທີສະຫລຸບສັບປະດາການຮຽນຮູ້ວິທະຍາສາດຄັ້ງທີ 4 ຂອງຕົນ, ພາຍຫລັງດໍາເນີນມາເປັນເວລາ 24 ວັນເພື່ອແນ່ໃສ່ຜັນຂະຫຍາຍແຜນຍຸດທະສາດປະຕິຮູບການສຶກສາແຫ່ງຊາດ ແລະ ປະຕິບັດຕາມແຜນການກະຊວງສຶກສາທິການ ແລະ ກິລາ ທີ່ໃຫ້ຈັດຕັ້ງການຮຽນ-ການສອນ ພາກທິດສະດີໄປພ້ອມໆກັບພາກປະຕິບັດຕົວຈິງ, ການຮຽນຮູ້ໃນຫ້ອງ ແລະ ນອກຫ້ອງຮຽນຄຽງຄູ່ກັນ, ການສຶກສາຮຽນຮູ້ດ້ານວິທະຍາສາດ ແມ່ນວຽກງານໜຶ່ງທີ່ສໍາຄັນ ເພື່ອສ້າງໂອກາດໃຫ້ນັກຮຽນໄດ້ຝຶກຝົນ, ສະແດງຄວາມຮູ້ຄວາມສາມາດ, ສະຕິປັນຍາ, ຫົວຄິດປະດິດສ້າງທາງດ້ານວິທະຍາສາດທໍາມະຊາດ ແລະ ວັດທະນະທໍາ-ສັງຄົມອັນດີາມຂອງຊາດ.

 

- 5 - ມສ ມິດຕະພາບລາວ-ຫວຽດນາມ ສະເຫລີມສະຫລອງວັນວິທະຍາສາດຄັ້ງທີ V
- 4 - ມສ ມິດຕະພາບລາວ-ຫວຽດນາມ ສະເຫລີມສະຫລອງວັນວິທະຍາສາດຄັ້ງທີ V
- 3 - ມສ ມິດຕະພາບລາວ-ຫວຽດນາມ ສະເຫລີມສະຫລອງວັນວິທະຍາສາດຄັ້ງທີ V