ຜົນສຳເລັດ ຂອງກອງປະຊຸມສຸດຍອດທຸລະກິດອະນຸພາກພື້ນແມ່ນໍ້າຂອງຄັ້ງທຳອິດ, ກອງປະຊຸມສຸດຍອດ ອະນຸພາກພື້ນແມ່ນຳ້ຂອງ ຄັ້ງທີ 6 ແລະ ກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 ໃນລະຫວ່າງ ວັນທີ 30-31 ມີນາ 2018, ທີ່ ຮ່າໂນ້ຍ, ສສ ຫວຽດນາມ

ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທຸລະກິດອະນຸພາກພື້ນແມ່ນໍ້າຂອງຄັ້ງທຳອິດ, ກອງປະຊຸມສຸດຍອດອະນຸພາກພື້ນແມ່ນຳ້ຂອງ ຄັ້ງທີ 6 ແລະ ກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 ໃນລະຫວ່າງ ວັນທີ 30-31 ມີນາ 2018 ທີ່ຮ່າໂນ້ຍ ສສ ຫວຽດນາມ ໄດ້ສຳເລັດລົງດ້ວຍຜົນອັນຈົບງາມ.
ໃນວັນທີ 30 ມີນາ 2018 ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດທຸລະກິດອະນຸພາກພື້ນແມ່ນໍ້າຂອງຄັ້ງທໍາອິດ ເຊິ່ງມີບັນດາຜູ້ນຳ ແລະ ການນຳຂອງບັນດາປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງ, ທະນາຄານພັດທະນາອາຊີ, ທະນາຄານໂລກ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມຫຼາຍກວ່າພັນທ່ານ. ບັນດາຜູ້ນຳໄດ້ປຶກສາຫາລືກ່ຽວກັບຕົວຂັບເຄື່ອນໃໝ່ສຳລັບການພັດທະນາໃນພາກພື້ນແມ່ນຳ້ຂອງ ໃນອະນາຄົດ ເຊິ່ງໃນກອງປະຊູມດັ່ງກ່າວ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສະເໜີແນວທາງການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ແລະ ບັນດາໃຫ້ນັກລົງທຶນພາຍໃນ ແລະ ພາຍນອກອະນຸພາກພື້ນ ລວມທັງບັນດາທ່າແຮງຂອງ ສປປ ລາວ.
ໃນຕອນເຊົ້າຂອງວັນທີ 31 ມີນາ 2018, ພະນະທ່ານ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອະນຸພາກພື້ນແມ່ນຳ້ຂອງ ຄັ້ງທີ 6 ພາຍໃຕ້ຫົວຂໍ້ “ກຳລັງແຮງຂອງການຮ່ວມມື 25 ປີ ແລະ ການສ້າງອະນຸພາກພື້ນແມ່ນຳ້ຂອງໃຫ້ມີຄວາມຍືນຍົງ, ເຊື່ອມໂຍງ ແລະ ຈະເລີນຮຸ່ງເຮື່ອງ”. ກອງປະຊຸມດັ່ງກ່າວໄດ້ຮັບຟັງລາຍງານກ່ຽວກັບຜົນສຳເລັດທີ່ສຳຄັນໃນການຈັດຕັ້ງປະຕິບັດວຽກງານການຮ່ວມມືໃນອະນຸພາກພື້ນແມ່ນຳ້ຂອງ ໃນໄລຍະ 25 ປີ ອັນເກີດມາຈາກຄວາມພະຍາຍາມ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາປະເທດສະມາຊິກນຳກັນ. ນອກນັ້ນ, ຍັງໄດ້ຮັບຟັງກ່ຽວກັບບັນດາສິ່ງກີດຂວາງຕ່າງໆ ທີ່ທ່ວງດຶຶງການພັດທະນາໃນຂົງເຂດດັ່ງກ່າວ ແລະ ການຮ່ວມມືກັນ ເພື່ອພັດທະນາຂອບການຮ່ວມມືດັ່ງກ່າວ ໃຫ້ນັບມື້ນັບດີຂຶ້ນເທ່ຶອລະກ້າວ. ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ເຊີນຊວນຜູ້ເຂົ້າຮ່ວມກອງປະຊຸມທຸກທ່ານໄປຢ້ຽມຢາມ ສປປ ລາວ ເນື່ອງໃນໂອກາດປີທ່ອງທ່ຽວ 2018 ອີກດ້ວຍ. ໃນກອງປະຊຸມສູດຍອດໃນຄັ້ງນີ້ ໄດ້ຮັບຮອງເອົາຖະແຫຼງການຮ່ວມ (The Sixth GMS Summit Joint Declaration), ແຜນດຳເນີນງານຮ່າໂນ້ຍ ໃນປີ 2018-2022 (The Ha Noi Action Plan 2018-2022) ແລະ ບັນຊີໂຄງການລົງທຶນໃນຂອບການລົງທຶນພາກພື້ນແມ່ນຳ້ຂອງ 2022 (The Regional Investment Framework 2022) ເພື່ອເປັນທິດທາງໃນການຮ່ວມມືກັນໃນຕໍ່ໜ້າ. ພ້ອມດຽວກັນນັ້ນ, ກໍໄດ້ຢ້ຽມຊົມງານວາງສະແດງຮູບພາບທີ່ສະທ້ອນໃຫ້ເຫັນຜົນສໍາເລັດຂອງການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ ໃນໄລຍະ 25 ປີທີ່ຜ່ານມາ.
ໃນຕອນບ່າຍຂອງວັນທີ 31 ມີນາ 2018 ພະນະທ່ານ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 ເຊິ່ງກອງປະຊຸມໄດ້ຕີລາຄາຄືນຜົນການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 9 ໃນປີ 2016 ຜ່ານມາ ທີ່ສຽມລຽບ ແລະ ໄດ້ປຶກສາຫາລື ກ່ຽວກັບທິດທາງການຮ່ວມມືໃນການພັດທະນາໃນຂົງເຂດດັ່ງກ່າວໃນຕໍ່ໜ້າ. ນອກນັ້ນ, ຍັງໄດ້ລົງນາມ ແລະ ຮັບຮອງຖະແຫຼງການຮ່ວມກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 (Joint Declaration of the 10th Cambodia-Laos PDR-Viet Nam Summit on Development Triangle Area) ແລະ ໄດ້ຮັບຮອງເອົາແຜນປະຕິບັດງານ ວ່າດ້ວຍການເຊື່ອມຈອດເສດຖະກິດ ກຳປູເຈຍ-ລາວ-ຫວຽດນາມ ຮອດປີ 2030 (The Action Plan for Cambodia-Laos-Viet Nam Economic Connectivity up to 2030) ເພື່ອສົ່ງເສີມການເຊື່ອມຈອດຮອບດ້ານ ລະຫວ່າງສາມປະເທດໃນຕໍ່ໜ້າດັ່ງກ່າວ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບພະນະທ່ານ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ໄດ້ພົບປະສອງຝ່າຍກັບທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີການຕ່າງປະເທດ ສປ ຈີນ.