ຈີນຢຸດການຫລຸດພາສີໃຫ້ແກ່ສິນຄ້າ ອາເມລິກາ 128 ຊະນິດໃນ 7 ປະເພດ

ຫຼັງໄດ້ຮັບການອະນຸມັດ ຈາກລັດຖະບານຈີນ, ຄະນະກຳ ມະການກົດລະບຽບພາສີຂອງລັດຖະບານ ໄດ້ຕັດສິນວ່າ: ນັບ ແຕ່ວັນທີ 2 ເມສານີ້ເປັນຕົ້ນໄປ, ຈະຢຸດຕິການຫຼຸດພາສີໃຫ້ແກ່ສິນ ຄ້ານຳເຂົ້າທີ່ຜະລິດຢູ່ອາເມລິກາ 128 ຊະນິດໃນ 7 ປະເພດ ແລະ ຂຶ້ນພາສີຕື່ມບົນພື້ນຖານອັດຕາພາສີທີ່ກຳນົດໃຊ້ໃນປັດຈຸບັນ, ຍົກ ອັດຕາພາສີຂຶ້ນ 15% ຕໍ່ສິນຄ້າ ນຳເຂົ້າ 120 ຊະນິດ ເປັນຕົ້ນ ໝາກໄມ້ ແລະ ຜະລິດຕະພັນທີ່ ກ່ຽວຂ້ອງ, ຍົກອັດຕາພາສີຂຶ້ນ 25% ຕໍ່ສິນຄ້ານຳເຂົ້າ 8 ຊະນິດ ເຊັ່ນຊີ້ນໝູ ພ້ອມຜະລິດຕະພັນທີ່ ກ່ຽວຂ້ອງ. ຂະນະທີ່ນະໂຍບາຍ ສະຫງວນພາສີ, ຫຼຸດພາສີ ແລະ ປອດພາສີນັ້ນບໍ່ມີການປ່ຽນ ແປງ.
ວັນທີ 8 ມີນາຜ່ານມາ, ທ່ານ ໂດນັນ ທຣຳ ປະທານາທິ ບໍດີອາເມລິກາ ໄດ້ລົງນາມໃນບົດ ຖະແຫຼງຂ່າວ ໂດຍເຫັນວ່າການ ນຳເຂົ້າຜະລິດຕະພັນເຫຼັກກ້າ ແລະ ອາລູມີນຽມ ມີຜົນກະທົບທີ່ ເປັນໄພຂົ່ມຂູ່ຕໍ່ຄວາມປອດໄພ ຂອງອາເມລິກາ ແລະ ຕົກລົງວ່າ ຈະຂຶ້ນພາສີຕື່ມຕໍ່ການນຳເຂົ້າຜະ ລິດຕະພັນສອງຊະນິດດັ່ງກ່າວ ນັບແຕ່ວັນທີ 23 ເດືອນດຽວ ກັນເປັນຕົ້ນໄປ (ຖືກເອີ້ນວ່າ ມາດຕະການ 232).
ເຈົ້າໜ້າທີ່ກົມພາສີ ກະຊວງ ການເງິນຈີນ ກ່າວວ່າ: ມາດຕະ ການ 232 ໄດ້ຝືນກັບກົດລະ ບຽບທີ່ກ່ຽວຂ້ອງຂອງອົງການການຄ້າໂລກ. ຂະນະທີ່ຈີນສົ່ງ ເສີມ ແລະ ສະໜັບສະໜູນໂຄງ ປະກອບການຄ້າຫຼາຍຝ່າຍ ແລະ ການຢຸດຕິການຫຼຸດພາສີໃຫ້ແກ່ສິນຄ້າທີ່ຜະລິດຢູ່ອາເມລິການັ້ນ ແມ່ນປະຕິບັດໂດຍມີກົດລະບຽບ ຂອງອົງການການຄ້າໂລກເປັນສິ່ງອ້າງອີງ ແລະ ເປັນມາດຕະ ການທີ່ຊອບທຳຂອງຈີນໃນການ ປົກປັກຮັກສາຜົນປະໂຫຍດຂອງ ປະເທດຕົນ.
China has a legitimate right to suspend US tariff concessions: spokesperson https://t.co/BvPU0Jry3n
— CGTN (@CGTNOfficial) April 1, 2018