ເຈົ້າແຂວງໄຊຍະບູລີລົງສຳຫລວດຄວາມເສຍຫາຍຈາກລົມພາຍຸ

- 36222 - ເຈົ້າແຂວງໄຊຍະບູລີລົງສຳຫລວດຄວາມເສຍຫາຍຈາກລົມພາຍຸ
- kitchen vibe - ເຈົ້າແຂວງໄຊຍະບູລີລົງສຳຫລວດຄວາມເສຍຫາຍຈາກລົມພາຍຸ

ໃນວັນທີ 31 ມີນາຜ່ານມາ ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າ ແຂວງໄຊຍະບູລີ ໄດ້ລົງ ກວດກາເບິິ່ງຄວາມເສຍຫາຍ ຈາກໄພພິບັດລົມພາຍຸ ທີ່ບ້ານ ນາສິງ, ນາຕານ ແລະ ບ້ານນາ ໂສມໃຫຍ່ ເມືອງພຽງ ແຂວງ ໄຊຍະບູລີ ເຊິ່ງເຫດການດັ່ງ ກ່າວໄດ້ເກີດຂຶ້ນອັນເນື່ອງມາ ຈາກມີຝົນຕົກໜັກ ແລະ ລົມ ພັດແຮງໃນຕອນແລງຂອງ ວັນທີ 30 ມີນານີ້ ໄດ້ເຮັດໃຫ້ ເຮືອນຊານຂອງປະຊາຊົນ 3 ບ້ານໄດ້ຮັບຄວາມເສຍຫາຍ ຢ່າງຫຼວງຫຼາຍ.

 

- Visit Laos Visit SALANA BOUTIQUE HOTEL - ເຈົ້າແຂວງໄຊຍະບູລີລົງສຳຫລວດຄວາມເສຍຫາຍຈາກລົມພາຍຸ
- Visit Laos Visit SALANA BOUTIQUE HOTEL - ເຈົ້າແຂວງໄຊຍະບູລີລົງສຳຫລວດຄວາມເສຍຫາຍຈາກລົມພາຍຸ

- 66622 - ເຈົ້າແຂວງໄຊຍະບູລີລົງສຳຫລວດຄວາມເສຍຫາຍຈາກລົມພາຍຸ

+ ຫລາຍ​ທ້ອງ​ຖິ່ນໄດ້ຮັບຄວາມເສຍ​ຫາຍຈາກພາຍຸ​ລະດູ​ຮ້ອນ

+ ມີສະຕິກຽມ​ຮັບ​ມື​ກັບ​ພາຍຸ​ລະດູ​ຮ້ອນ 12-16 ເມສານີ້

ຕາມການ ລາຍງານ ຂອງ ທ່ານ ໜູພອນ ໄຊປັນ ຍາສິດ ຫົວໜ້າຂະແໜງ ສັງຄົມສົງເຄາະພະແນກ ຮສສ ໃຫ້ຮູ້ວ່າ: ໄດ້ມີເຮືອນຂອງປະ ຊາຊົນຈຳນວນ 272 ຫລັງ ໄດ້ຮັບຄວາມເສຍຫາຍ ແລະ ເປ່ເພໜັກ, ສັດລ້ຽງ ແລະ ພາຫະນະຈຳນວນໜຶ່ງ. ໄດ້ ຮັບຄວາມເສຍຫາຍ ແລະ ໃນ ວັນດຽວກັນນັ້ນ ກໍມີລົມພາຍຸ ພັດເຮືອນຂອງປະຊາຊົນ ຢູ່ ເມືອງບໍ່ແຕນ ແລະ ເມືອງທົ່ງມີ ໄຊ ເປ່ເພຈຳນວນ 5 ຫຼັງ, ຄາດ ວ່າຈະມີຜົນເສຍໃນເບື້ອງຕົ້ນ ປະມານ 1 ຕື້ກວ່າກີບ.
ໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງ ກໍໄດ້ຮຽກຮ້ອງ ໃຫ້ ອໍານາດການປົກຄອງເມືອງ ຈົ່ງເລັ່ງເກັບກຳຂໍ້ມູນຄວາມ ເສຍຫາຍຕົວຈິງ ເພື່ອຈະໄດ້ ລາຍງານໃຫ້ຂັ້ນເທິງເພື່ອຈະ ໄດ້ຄົ້ນຄວ້າ ແລະ ໃຫ້ການ ຊ່ວຍເຫຼືອທ່ວງທັນເວລາ./.

 

- 36222 - ເຈົ້າແຂວງໄຊຍະບູລີລົງສຳຫລວດຄວາມເສຍຫາຍຈາກລົມພາຍຸ

- 5 - ເຈົ້າແຂວງໄຊຍະບູລີລົງສຳຫລວດຄວາມເສຍຫາຍຈາກລົມພາຍຸ
- 4 - ເຈົ້າແຂວງໄຊຍະບູລີລົງສຳຫລວດຄວາມເສຍຫາຍຈາກລົມພາຍຸ
- 3 - ເຈົ້າແຂວງໄຊຍະບູລີລົງສຳຫລວດຄວາມເສຍຫາຍຈາກລົມພາຍຸ