ປະທານາທິບໍດີມຽນມາຊຸດໃໝ່ ສາບານຕົວຂຶ້ນຮັບຕຳແໜ່ງ

- 3d04d157cd26c73eb10ebebc0a161c2c - ປະທານາທິບໍດີມຽນມາຊຸດໃໝ່ ສາບານຕົວຂຶ້ນຮັບຕຳແໜ່ງ
- kitchen vibe - ປະທານາທິບໍດີມຽນມາຊຸດໃໝ່ ສາບານຕົວຂຶ້ນຮັບຕຳແໜ່ງ

ທ້າຍອາທິດ​ຜ່ານ​ມາ, ທ່ານ ວິນ​ມິນ ໄດ້​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ ແໜ່ງ​ປະ​ທານ​າ​ທິ​ບໍ​ດີ​​ຄົນ​ໃໝ່ ໃນ​ ພິ​ທີ​ຂອງ​ລັດ​ຖະ​ສະ​ພາ​ມຽນ​ມາ. ຜູ້​ທີ່​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງໃນ​ມື້​​ດຽວ​ກັນ​ຍັງ​ມີ​ທ່ານ ມິນ​ສ໌​ວີ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ທີ 1 ແລະ ທ່ານ ເຮັນ​ຣີ ວານ​ຕີ ຮອງ​ປະ​ທາ ​ນາ​ທິ​ບໍ​ດີ​ຜູ້​ທີ​ 2.
ຫຼັງ​ຈາກ​ສາ​ບານ​ຕົວ​ແລ້ວ, ທ່ານ ວິນ​ມິນ​ ໄດ້ກ່າ​ວ​​ປາ​ໄສວ່າ: ສິ່ງ​ທ້າ​ທາຍ ​ແລະ ​ຄວາມ​ຫຍຸ້ງ​ ຍາກ​ທີ່​ປະ​ເທດ ​ແລະ ​ປະ​ຊາ​ຊົນ​ ຜະ​ເຊີນ​ໃນ​ປັດ​ຈຸ​ບັນ​ບໍ່​ສາ​ມາດ​ ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ງ່າຍ​ ດາຍ, ແຕ່​ທ່ານ​ຈະ​ພະ​ຍາ​ຍາມ​ສຸດ ​ຂີດ​ຊຸກ​ຍູ້​​ການ​ປົກ​ຄອງ​ປະ​ເທດ​ ຕາມ​ກົດ​ໝາຍ, ຍົກ​ລະ​ດັບ​ຊີ​ວິດ ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ສູງ​ ຂຶ້ນ, ບັນ​ລຸ​ຄວາມ​ປອງດອງ​ຊາດ​ ແລະ ​ສັນ​ຕິ​ພາບ​ພາຍ​ໃນ​ປະ​ເທດ.
ທ່ານ ວິນ​ມິນ​ ປີ​ນີ້​ອາ​ຍຸ 66 ປີ, ເຄີຍ​ເປັນ​ປະ​ທານ​ສະ​ພາ​ປະ​ ຊາ​ຊົນ​ມຽນ​ມາ, ໄດ້​ລາ​ອອກ​ ຈາກ​ຕຳ​ແໜ່ງ​ໃນ​ວັນ​ທີ 21 ມີ​ນາ​ ຜ່ານ​ມາ. ໃນ​ວັນ​ທີ 23 ມີ​ນາ​ຜ່ານ​ ມາ, ສະ​ພາ​ດັ່ງ​ກ່າວ​ໄດ້​ເລືອກ​ຕັ້ງ ​ທ່ານ ວິນ​ມິນ​ ເປັ​ນ​ຮອງ​ປະ​ທາ ​ນາ​ທິ​ບໍ​ດີ​ ແລະ ​ໄດ້​ສະ​ເໜີ​ທ່ານ​ເຂົ້າ ​ຮ່ວມ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ. ໃນ​ວັນ​ທີ 28 ມີ​ນາ​ຜ່ານ​ມາ, ທ່ານ ວິນ​ມິນ ໄດ້​ຮັບ​ເລືອກ​ຕັ້ງ ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ​ຄົນໃໝ່ຢ່າງ​ສຳ​ເລັດ​ຜົນ.

- 5 - ປະທານາທິບໍດີມຽນມາຊຸດໃໝ່ ສາບານຕົວຂຶ້ນຮັບຕຳແໜ່ງ
- 3 - ປະທານາທິບໍດີມຽນມາຊຸດໃໝ່ ສາບານຕົວຂຶ້ນຮັບຕຳແໜ່ງ
- 4 - ປະທານາທິບໍດີມຽນມາຊຸດໃໝ່ ສາບານຕົວຂຶ້ນຮັບຕຳແໜ່ງ
- Visit Laos Visit SALANA BOUTIQUE HOTEL - ປະທານາທິບໍດີມຽນມາຊຸດໃໝ່ ສາບານຕົວຂຶ້ນຮັບຕຳແໜ່ງ
- Visit Laos Visit SALANA BOUTIQUE HOTEL - ປະທານາທິບໍດີມຽນມາຊຸດໃໝ່ ສາບານຕົວຂຶ້ນຮັບຕຳແໜ່ງ