ຮອງນາຍົກລັດຖະມົນຕີ ສົມດີ ດວງດີ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ

ໃນວັນທີິ 29 ມີນາຜ່ານມາ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຊຸກຍູ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດປີ 2018 ຢູ່ແຂວງຜົ້ງສາລີ, ໂດຍການຕ້ອນຮັບຂອງທ່ານ ຄຳຜອຍ ວັນນະສານ ຮອງເຈົ້າແຂວງຜົ້ງສາລີ, ມີຫົວໜ້າພະແນກການເງິນແຂວງ , ຄະນະປະຈໍາພັກແຂວງ, ເຈົ້າເມືອງ, ຫ້ອງການ-ການເງິນເມືອງ ແລະ ພະນັກງານຂະແໜງການເງິນເຂົ້າຮ່ວມ.
ໃນໂອກາດນີ້, ຫົວໜ້າພະແນກການເງິນແຂວງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນງົບປະມານ ປະຈຳປີ 2017 ຜ່ານມາ ແລະ ທິດທາງແຜນການປີ 2018, ຊຶ່ງທ່ານໄດ້ຍົກໃຫ້ເຫັນການປະຕິບັດຂຸດຄົ້ນລາຍຮັບບັນລຸຕາມແຜນການ ແລະ ການຄຸ້ມຄອງລາຍຈ່າຍຕາມແຜນທີ່ສະພາປະຊາຊົນແຂວງຮັບຮອງ, ນອກຈາກນີ້, ພ້ອມກັນຜັນຂະຫຍາຍຄຳສັ່ງເລກທີ 40/ນຍ ວ່າດ້ວຍການສຳຫລວດຖານລາຍຮັບຄືນໃໝ່ຄື: ປີ 2017 ປະຕິບັດລາຍຮັບໄດ້ຫລາຍກວ່າ 399 ຕື້ກີບ, ກວມ 29,98% ຂອງ GDP ທຽບໃສ່ແຜນການປະຕິບັດໄດ້ 105,43%, ລາຍຮັບດຸ່ນດ່ຽງຈາກສູນກາງປະຕິບັດໄດ້ 307 ຕື້ກວ່າກີບ, ເທົ່າກັບ 100% ແລະ ລາຍຮັບທ້ອງຖິ່ນປະຕິບັດໄດ້ 59 ຕື້ກວ່າກີບ, ເທົ່າກັບ 113,48% ຂອງແຜນການ ໃນນັ້ນລາຍຮັບຈາກສ່ວຍສາອາກອນປະຕິບັດໄດ້ 46 ຕື້ກວ່າກີບ, ລາຍຮັບທີ່ດິນ 4,56 ຕື້ກີບ, ລາຍຮັບຊັບສິນຂອງລັດປະຕິບັດໄດ້ 8,49 ຕື້ກີບ.
ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະນຳຂອງແຂວງທີ່ໄດ້ເອົາໃຈໃສ່ຕໍ່ໜ້າທີ່ວຽກງານຂອງຕົນຢ່າງມີຄວາມຮັບຜິດຊອບ, ໂດຍສະເພາະແມ່ນການຈັດເກັບລາຍຮັບງວດທຳຂອງປີ 2018 ເຫັນວ່າມີລັກສະນະທ່າກ້າວ. ຄຽງຄູ່ກັນນີ້, ທ່ານ ຮອງນາຍົກລັດຖະມົນຕີຍັງໄດ້ເນັ້ນ ໃຫ້ການເງິນແຂວງເອົາໃຈໃສ່ຂຸດຄົ້ນລາຍຮັບເປັນຕົ້ນ: ການເປີດຂະບວນການເສຍຄ່າທຳນຽມທາງປະຈຳປີໂດຍຜ່ານທະນາຄານໃຫ້ເປັນຂະບວນຟົດຟື້ນ, ຫັນການເກັບລາຍຮັບພາສີ-ອາກອນທີ່ດິນຜ່ານລະບົບທະນາຄານ, ຫັນການຄຸ້ມຄອງຫົວໜ່ວຍທຸລະກິດສູ່ລະບົບທັນໄໝ, ແຍກລາຍຮັບປົກກະຕິ ແລະ ບໍ່ປົກກະຕິ, ເພື່ອໃຫ້ເຫັນຖານລາຍຮັບຂອງແຂວງທີ່ຊັດເຈນ, ສຳລັບຂະແໜງພາສີໂດຍສະເພາະແມ່ນກ້ອງຄຸ້ມຄອງພາສີ II ຕ້ອງມີການແບ່ງວຽກງານກັນຢ່າງລະອຽດວ່າອັນໃດແມ່ນຄວາມຮັບຜິດຊອບຂອງກົມ, ຄວາມຮັບຜິດຊອບຂອງກອງ, ຄວາມຮັບຜິດຊອບຂອງດ່ານພາສີ,ປັບປຸງແບບແຜນວິທີເຮັດວຽກໂດຍຖືເອົາພະແນກການເງິນແຂວງເປັນໃຈກາງ ໃນການປະສານສົມທົບວຽກງານຂອງພະ ນັກງານສາມສາຍຕັ້ງ, ເຂັ້ມງວດການປະຕິບັດ 10 ຂໍ້ຫ້າມຂອງພະນັກງານລັດ-ລັດຖະກອນຂະແໜງການເງິນ ແລະ ເຂັ້ມງວດປະຕິບັດລາຍຈ່າຍຕາມແຜນການທີ່ສະພາປະຊາຊົນຮັບຮອງ, ສຳລັບວຽກງານກໍ່ສ້າງພະນັກງານຕ້ອງຫັນເປັນຜູ້ໜຸ່ມນ້ອຍ ແລະ ການຄັດເລືອກຕ້ອງເຂັ້ມງວດໂປ່ງໃສ່, ຍຸຕິທຳ, ຄັດເອົາຜູ້ທີ່ມີຄຸນນະພາບ ແລະ ຫັນເປັນທັນສະໄໝ…