ພິທີສະຫລອງສຽງແຄນລາວເປັນມໍລະດົກໂລກຈະຈັດຂຶ້ນຢ່າງສົມກຽດໃນວັນທີ 11 ເມສານີ້

ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຖະແຫລງຕໍ່ສື່ມວນຊົນໃນວັນທີ 2 ເມສານີ້ວ່າ: ພິທີສະຫລອງສຽງແຄນລາວເປັນມໍລະດົມໂລກຈະໄດ້ຈັດຂຶ້ນຢ່າງສົມກຽດ ແລະ ມີບັນຍາກາດຄືກຄື້ນໃນວັນທີ 11 ເມສານີ້, ທີ່ນະຄອນຫລວງວຽງຈັນ, ຊຶ່ງໃນເວລາ 8:30 ໂມງແມ່ນຈະມີຂະບວນລົດແຫ່ເລີ່ມແຕ່ອານຸສາວະລີເຈົ້າຟ້າງຸ່ມໄປຕາມຖະໜົນສຸພານຸວົງ, ຖະໜົນເສດຖາທິລາດ, ຖະໜົນລ້າງຊ້າງ ແລະ ຖະໜົນ 23 ສິງຫາ ເພື່ອເປັນການຂອບໄຂວ່ຕໍ່ນັກຮົບ ແລະ ປະຊາຊົນບັນດາເຜົ່າທີ່ໄດ້ເສຍສະຫລະຊີວິດ ເພື່ອປະເທດຊາດ, ຈາກນັ້ນເວລາ 9:30 ໂມງຂະບວນລົບແຫ່ສືບຕໍ່ເດີນທາງໄປສູ່ອະນຸສາວະລີຂອງປະທານ ໄກສອນ ພິວິຫານ ເພື່ອວາງກະຕ່າດອກໄມ້, ອ່ານບົດລາຍງານ ແລະ ການເປົ່າແຄນລວມໝູ່ຍິງ-ຊາຍ ແລະ ໃນເວລາ 19:00 ໂມງຂອງມື້ດຽວກັນແມ່ນຈະມີພິທີສະຫລອງຢ່າງເປັນທາງການທີ່ຫໍວັດທະນະທໍາແຫ່ງຊາດ.
“ສຽງແຄນລາວ” ໄດ້ຖືກຮັບຮອງເປັນມໍລະດົກວັດທະນະທໍາຂອງມວນມະນຸດໃນກອງປະຊຸມຄັ້ງທີ 12 ຂອງຄະນະກໍາມະການລະຫວ່າງຊາດວ່າດ້ວຍການອະນຸລັກມໍລະດົກວັດທະນະທໍາທີ່ເປັນວັດຖຸ, ຊຶ່ງໄດ້ຈັດຂຶ້ນທີ່ແຂວງເຈຈຸ ສ.ເກົາຫລີ ໃນວັນທີ 7 ທັນວາ 2017 ແລະ “ສຽງແຄນລາວ” ເປັນຫົວຂໍ້ທໍາອິດຂອງລາວ, ຊຶ່ງສະແດງເຖິງໄຊຊະນະ, ມີຄວາມສໍາຄັນໃນການປູກຈິດສໍານຶກເຖິງຄວາມເປັນເອກະລັກ ແລະ ຄວາມເປັນຊາດລາວລວມທັງຄວາມເປັນເຈົ້າຂອງວັດທະນະທໍາກໍຄື “ສຽງແຄນລາວ” ຊຶ່ງຖ່າຍທອດຈາກບັນພະບູລຸດລາວຈາກຄົນຮຸ່່ນໜຶ່ງສູ່ຮຸ່ນໜຶ່ງໆ ກາຍເປັນເອກະລັກວັດທະນະທໍາຂອງຊາດ ແລະ ມວນມະນຸດທີ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.