ໜ້າຈໍ Always-On ຂອງ Samsung ສາມາດສະແດງພາບ GIFs ໄດ້ແລ້ວ
ລາຍງານຈາກເວັບໄຊຕ໌ Android Police ລະບຸວ່າ Samsung ເປີດໃຫ້ເຈົ້າຂອງໂທລະສັບປັບແຕ່ງໜ້າຈໍ Always-On ຫຼື ໜ້າຈໍທີ່ສະແດງເມື່ອເຄື່ອງຖືກລັອກຢູ່ໄດ້ຫຼາຍຂຶ້ນ ໂດຍຈະສາມາດສະແດງພາບເຄື່ອນໄຫວແບບ GIF ເທິງໜ້າຈໍໄດ້ດ້ວຍ.
ປົກກະຕິໜ້າຈໍດັ່ງກ່າວຈະສະແດງເວລາ, ການແຈ້ງເຕືອນຕ່າງໆ, ເປີເຊັນຂອງແບັດເຕີຣີທີ່ຍັງເຫຼືອຢູ່ ແລະ ຂໍ້ມູນສໍາຄັນອື່ນໆ ຊຶ່ງຜູ້ໃຊ້ສາມາດປັບສິ່ງຕ່າງໆເຊັ່ນ: ສີ ແລະ ຮູບພາບໂມງໄດ້ ຊຶ່ງກ່ອນໜ້ານີ້ Samsung ກໍເປີດໃຫ້ຜູ້ໃຊ້ເລືອກພາບຖ່າຍທີ່ Samsungມີໃຫ້ ຫຼື ພາບຖ່າຍທີ່ຫາມາເອງ ສະແດງເທິງໜ້າຈໍ Always-On ໄດ້ຢູ່ແລ້ວ.
ຊຶ່ງການເປີດໃຊ້ພາບ GIF ຂອງ Samsung ນັ້ນມາກັບການອັບເດດຊອຟແວຣ໌ຂອງໜ້າຈໍ Always-On ແລະ Samsung ໄດ້ໃຫ້ຕົວຢ່າງພາບເຄື່ອນໄຫວແບບ GIF ມາດ້ວຍ ຫຼື ຫາກຜູ້ໃຊ້ຕ້ອງການນໍາ GIF ມາໃຊ້ເອງກໍສາມາດເລືອກໄດ້ຈາກ Photo Library ເຊັ່ນກັນ. ແນວໃດກໍຕາມ ສິ່ງທີ່ຫາກໍຮູ້ກໍຄືພາບເຄື່ອນໄຫວແບບ GIF ຈະຖືກກໍາຈັດຄວາມຍາວຂອງການຫຼິ້ນ ແລະ ເພື່ອປ້ອງກັນການໃຊ້ງານແບັດເຕີຣີຫຼາຍເກີນຈໍາເປັນ Samsung ກໍບໍ່ອະນຸຍາດໃຫ້ຫຼິ້ນພາບ GIF ແບບບໍ່ສິ້ນສຸດເຊັ່ນກັນ ໂດຍພາບ GIF ຈະຫຼິ້ນພຽງຄັ້ງດຽວ ແຕ່ຫາກຜູ້ໃຊ້ຕ້ອງການໃຫ້ຫຼິ້ນຊໍ້າກໍສາມາດກົດ Double Tap ເພື່ອໃຫ້ພາບຫຼິ້ນຊໍ້າອີກຄັ້ງໄດ້.
ຜູ້ໃຊ້ທີ່ຍາກໄດ້ຟີເຈີພາບ GIF ເທິງໜ້າຈໍ Always-On ນີ້ຕ້ອງອັບເດດຊອຟແວຣ໌ Always-On ໃຫ້ເປັນເວີຊັ່ນປັດຈຸບັນ ຄືເວີຊັ່ນ 3.2.26.4 ສາກ່ອນ ແລະ ຂະນະນີ້ຟີເຈີນີ້ຈະທໍາງານໄດ້ເທິງ Galaxy S8 / S8+ ແລະ Note 8 ເທົ່ານັ້ນ ສ່ວນຜູ້ໃຊ້ງານ S9 and S9+ ກໍໄດ້ໃຊ້ຟີເຈີນີ້ໃນໄວໆນີ້.