Samsung ປ່ອຍອັບເດດແກ້ບັນຫາຄວາມບໍ່ສະຖຽນຂອງການສົນທະນາໂທລະສັບໃນ Galaxy S9 ແລະ S9+
April 3, 2018 - 5:01 PM

ເປັນທີ່ໜ້າແປກໃຈເພາະໂທລະສັບ Galaxy S9 ແລະ S9+ ເປີດໂຕໄດ້ບໍ່ຮອດເດືອນກໍມີຂ່າວກ່ຽວກັບການແກ້ໄຂບັນຫາດ້ານຕ່າງໆຕະຫຼອດມາ ຊ່ວງເດືອນມີນາກໍປ່ອຍແພຊ໌ຮັກສາຄວາມປອດໄພອອກມາ, ຕໍ່ມາກໍປ່ອຍອັບເດດເພື່ອແກ້ໄຂບັນຫາດ້ານຄວາມສະຖຽນພາບບາງຢ່າງຂອງຟີເຈີການຈື່ຈໍາໃບໜ້າ ລວມເຖິງບັນຫາກ່ຽວກັບບໍລິການຈ່າຍເງິນຜ່ານມືຖື (Samsung Pay)
ຫລ້າສຸດ Samsung ເພິ່ງຈະປ່ອຍອັບເດດໃຫ້ໂທລະສັບ Galaxy S9 ແລະ S9+ ໂດຍໃນຄັ້ງນີ້ແກ້ບັນຫາຄວາມສະຖຽນພາບຟັງຊັ່ນການໂທທີ່ຜູ້ໃຊ້ປະສົບບັນຫາຕັ້ງແຕ່ເປີດໂຕໂທລະສັບ ລວມເຖິງການປັບປຸງຄຸນນະພາບຂອງວອລລ໌ເປເປີຣ໌ ແລະ ຈະປ່ອຍໃຫ້ຜູ້ໃຊ້ທົ່ວໂລກໃນໄວໆນີ້.
ສາມາດອັບເດດການປັບປຸງໃຫມ່ນີ້ໂດຍໄປທີ່ການຕັ້ງຄ່າ Settings -> Software Updates ໄຟລ໌ດາວໂຫຼດຂະໜາດ 400 ເມັກກະໄບຕ໌ ຫາກດາວໂຫຼດຜ່ານ Wi-Fi ຈະໄວຍິ່ງຂຶ້ນ.