ນະຄອນຫລວງ​ວຽງຈັນເລັ່ງລວງ​ຄອງ​ລະບາຍ​ນ້ຳ​ຮອງ​ຮັບລະດູຝົນ

ນະຄອນຫລວງ​ວຽງຈັນເລັ່ງລວງ​ຄອງ​ລະບາຍ​ນ້ຳ​ຮອງ​ຮັບລະດູຝົນ - Cleaning - ນະຄອນຫລວງ​ວຽງຈັນເລັ່ງລວງ​ຄອງ​ລະບາຍ​ນ້ຳ​ຮອງ​ຮັບລະດູຝົນ
ນະຄອນຫລວງ​ວຽງຈັນເລັ່ງລວງ​ຄອງ​ລະບາຍ​ນ້ຳ​ຮອງ​ຮັບລະດູຝົນ - kitchen vibe - ນະຄອນຫລວງ​ວຽງຈັນເລັ່ງລວງ​ຄອງ​ລະບາຍ​ນ້ຳ​ຮອງ​ຮັບລະດູຝົນ

ປັດຈຸບັນ, ພະ​ແນ​ກກະສິກຳ ​ແລະ ປ່າ​​ໄມ້ ນະຄອນຫລວງ​ວຽງຈັນ ​ໄດ້ເລັ່ງຈັດ​ຕັ້ງປະຕິບັດ​ການ​ລ່ວງ​ຄອງ​ລະບາຍ​ນ້ຳຮັບປະກັນ​ບໍ່​ໃຫ້ມີນໍ້າຖ້ວມນ້ຳຂັງ​ໃນ​ເຂດ​ຕົວ​ເມືອງຕ່າງໆຂອງນະຄອນຫລວງ​ວຽງຈັນດັ່ງ​ທີ່​ເຄີຍ​ເປັນ​ມາ, ຊຶ່ງ​​ລວມມີ​ໄລຍະທາງ​ຍາວ​ຫລາຍ​ກ່ວາ 132 ກິ​ໂລ​ແມັດ ​ແລະ  17 ສາຍ​ຫວ້ຍທີ່​ເປັນ​ຈຸດ​ຫລໍ່​ແຫລມມີ​ຄວາມ​ສ່ຽງ​ເກີດ​ນ້ຳຖ້ວມ​ທຸກ​ປີ ​ແລະ ຄາດ​ວ່າ​ຈະ​ສຳ​ເລັດ​ກ່ອນ​ລະດູຝົນ​ນີ້.

ທ່ານ ຄຳ​ຫລ້າ ນວນ​ທະ​ສິງ ຫົວໜ້າພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ ນະຄອນຫລວງ​ວຽງຈັນ ​ໃຫ້​ຮູ້​ວ່າ: ​ເພື່ອ​ເປັນ​ການ​ສືບຕໍ່ປ້ອງ​ກັນ​ບໍ່​ໃຫ້​ມີ​ສະພາບ​ນ້ຳອັ່ງຂັງ​ຖະໜົນຫົນທາງ ​ແລະ ​ເນື້ອທີ່​ທຳ​ການ​ຜະລິດ​ກະສິກຳ​ຂອງ​ປະຊາຊົນໃນ​ລະດູຝົນ​ນີ້, ​ເຈົ້າ​ຄອງ-ຮອງ​ເຈົ້າ​ຄອງຈຶ່ງ​ໄດ້​ແນະ​ນໍາ​ໃຫ້​ຮີບ​ຮ້ອນລ່ວງ​ຄອງ​ລະບາຍ​ນ້ຳ​ເຂດ​ບຶງ​ທາດຫລວງຫາຫ້ວຍໝາກຮຽວ ​​ແລະ ບ່ອນ​ອື່ນໆທີ່​ກວມ​ເອົາ 6 ຕົວເມືອງ​ໃຫ້​ສຳ​ເລັດ​ໂດຍ​ໄວ.

ນະຄອນຫລວງ​ວຽງຈັນເລັ່ງລວງ​ຄອງ​ລະບາຍ​ນ້ຳ​ຮອງ​ຮັບລະດູຝົນ - Visit Laos Visit SALANA BOUTIQUE HOTEL - ນະຄອນຫລວງ​ວຽງຈັນເລັ່ງລວງ​ຄອງ​ລະບາຍ​ນ້ຳ​ຮອງ​ຮັບລະດູຝົນ

ຫົວໜ້າພະ​ແນ​ກດັ່ງກ່າວ​ໃຫ້​ຮູ້​ວ່າ: ທີ່​ຕັ້ງ​ນະຄອນຫລວງ​ວຽງຈັນ​ຂ້ອນ​ຂ້າງ​ຕ່ຳ ​ແລະ ​ແຕ່ລະ​ປີ​ມັກ​ມີນ້ຳຖ້ວມ​ຂັງ​ຫລາຍ​ຈຸດ, ສະ​ນັ້ນ ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ ​ເລີ່​ມປີ 2008 ລັດຖະບານ​ໄດ້​ລົງທຶນຈຳນວນ 300 ກວ່າ​ຕື້ກີບ ລວງ​ບຶງ​ທາດຫລວງ, ຈາກ​ນັ້ນ​ກໍ​ສາມາດ​ແກ້​ໄຂ​ສະພາບ​ນ້ຳຖ້ວມ​ຂັງໄດ້​ໃນ​ລະດັບໜຶ່ງ, ​ດັ່ງ​ນັ້ນ​ຈຶ່ງ​ຈຳ​ເປັນ​ສືບຕໍ່​ໂຄງການ​ດັ່ງກ່າວ​ໂດຍ​ປ່ຽນຊື່​ມາ​ເປັນ​ຄອງ​ນ້ຳວຽງຈັນ ກຳນົດ​ເອົາ​ເຂດ​ບຶງ​ທາດຫລວງຫາຫ້ວຍໝາກຮຽວ ​ແລະ ບຶງ​ທາດຫລວງຫາຫ້ວຍ​ເດື່ອ ຍາວ 69 ກິ​ໂລ​ແມັດ, ​ໂດຍ​ມີ​ເປົ້າໝາຍ​ເພື່ອ​ລະບາຍ​ນ້ຳອອກ​ຈາກ​ຕົວ​ເມືອງ, ບໍ່​ໃຫ້​ມີນ້ຳຖ້ວມ​ຂັງ ​ແລະ ພັດທະນາ​ເຂດ​ນີ້​ໃຫ້​ກາຍ​ເປັນ​ຮ່ອງນ້ຳວຽງຈັນທີ່​ສາມາດ ທ່ອງ​ທ່ຽວ ​ແລະ ດຳ​ເນີນ​ທຸລະ​ກິດ​ໄດ້.

ນະຄອນຫລວງ​ວຽງຈັນເລັ່ງລວງ​ຄອງ​ລະບາຍ​ນ້ຳ​ຮອງ​ຮັບລະດູຝົນ - 4 - ນະຄອນຫລວງ​ວຽງຈັນເລັ່ງລວງ​ຄອງ​ລະບາຍ​ນ້ຳ​ຮອງ​ຮັບລະດູຝົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!