ມາເລເຊຍຍຸບສະພາເລືອກຕັ້ງໃໝ່ ພາຍໃນ 60 ວັນ
ມາເລເຊຍຈະຈັດການ ເລືອກຕັ້ງທົ່ວໄປຄັ້ງໃໝ່ພາຍໃນ 60 ວັນ ຫລັງການຍຸບສະພາມີ ຜົນຢ່າງເປັນທາງການໃນວັນທີ 7 ເມສານີ້.
ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ ໃນວັນທີ 6 ເມສາວ່າ: ນາຍົກລັດ ຖະມົນຕີ ນາຈິບ ຕຸນ ຣາຊັກ ຖະ ແຫລງຜ່ານສະຖານີໂທລະພາບແຫ່ງຊາດ ໃນວັນທີ 6 ເມສາວ່າ: ທ່ານໄດ້ເຂົ້າພົບສຸລາຕານມູຮຳໝັດທີ 5 ຢູ່ພະລາດຊະວັງ ໃນ ຕອນເຊົ້າຂອງມື້ດຽວກັນ ເພື່ອ ລາຍງານກ່ຽວກັບສະຖານະ ການທາງການເມືອງພາຍໃນ ປະເທດ ແລະ ຂໍອະນຸຍາດຍຸບສະ ພາ ເພື່ອຈັດການເລືອກຕັ້ງທົ່ວ ໄປຄັ້ງໃໝ່ ໂດຍການຍຸບສະພາ ຈະມີຜົນຢ່າງເປັນທາງການໃນວັນທີ 7 ເມສານີ້ ສ່ວນການ ເລືອກຕັ້ງຄັ້ງໃໝ່ຈະຕ້ອງເກີດຂຶ້ນ ພາຍໃນ 60 ວັນ ເຊິ່ງຄະນະກຳ ມະການການເລືອກຕັ້ງແຫ່ງ ຊາດຈະຫາລື ແລະ ປະກາດໃຫ້ ຮູ້ອີກຄັ້ງ.
ທັງນີ້, ທ່ານ ນາຈິບ ເຊິ່ງຢູ່ ໃນຕຳແໜ່ງນາຍົກລັດຖະມົນຕີແຕ່ປີ 2009 ກ່າວວ່າ: ຖ້າການ ເລືອກຕັ້ງທີ່ກຳລັງຈະເກີດຂຶ້ນ ຊາວມາເລເຊຍຍັງມອບຄວາມໄວ້ວາງໃຈໃຫ້ “ແນວຮ່ວມແຫ່ງ ຊາດ” ທີ່ເປັນພັກລັດຖະບານປະ ສົມ 13 ພັກ ພາຍໃຕ້ການນຳ ຂອງພັກມາລາຢູສາມັກຄີແຫ່ງຊາດ ເຊິ່ງມີທ່ານເປັນຫົວໜ້າພັກ, ທ່ານໃຫ້ຄຳໝັ້ນຈະປະຕິຮູບມາ ເລເຊຍໃຫ້ມີການພັດທະນາຍິ່ງຂຶ້ນກວ່າທີ່ເປັນຢູ່.