ໂຮງງານຜະລິດອຸປະກອນການສຶກສາຈະຍົກປະສິດທິພາບໃຫ້ສູງຂຶ້ນ
ລັດວິສາຫະກິດ ໂຮງງານ ຜະລິດອຸປະກອນການສຶກສາ (ວອສ) ຈະຍົກສູງຄຸນະພາບ ສີມື ແຮງງານຂອງພະນັກງານ-ກໍາມະກອນ, ປັບປຸງຂອດການບໍລິ ຫານຈັດການ ແລະ ນໍາໃຊ້ ເຄື່ອງ ຈັກທີ່ທັນສະໄໝ ເພື່ອຍົກປະສິດ ທິພາບການຜະລິດໃຫ້ສູງຂຶ້ນ ກວ່າເກົ່າ. ໃນວັນທີ 4 ເມສາ ນີ້, ລັດວິສາຫະກິດ ດັ່ງກ່າວ ໄດ້ຈັດ ກອງປະຊຸມປະຈໍາປີຂອງຕົນຂຶ້ນ ທີ່ສູນເຝິກອົບຮົມສູນກາງແນວ ລາວສ້າງຊາດນະຄອນຫຼວງ ວຽງຈັນ, ໂດຍການເຂົ້າຮ່ວມ ຂອງທ່ານ ຄໍາຜາຍ ສີສະຫວັນ ຮອງລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ, ປະທານສະ ພາຜູ້ຖືຫຸ້ນລັດວິສາຫະກິດທັງເປັນ ຫົວໜ້າກົມກວດກາກະຊວງສຶກ ສາທິການ ແລະ ກິລາ ແລະ ຜູ້ອໍາ ນວຍການລັດວິສາຫະກິດໂຮງ ງານຜະລິດອຸປະກອນການສຶກ ສາ, ມີຫົວໜ້າ, ສູນ, ສະຖາບັນ ແລະ ພະນັກງານເຂົ້າຮ່ວມຢ່າງ ພ້ອມພຽງ.
+ ກຽມກໍ່ສ້າງວິທະຍາເຂດໜອງຜື ເນັ້ນຄວາມເຂັ້ມແຂງການສຶກສາຊັ້ນສູງ
+ ເພີ່ມທັກສະການເປັນຫົວໜ້າທີມທີ່ມີປະສິດທິພາບ
ຜູ້ອໍານວຍການ ລັດວິສາຫະ ກິດແຫ່ງນີ້ໃຫ້ຮູ້ວ່າ: ໃນ 1 ປີ ຜ່ານມາ, ການດໍາເນີນທຸລະກິດ ການຜະລິດ ແລະ ການບໍລິການ ໄດ້ດໍາເນີນໄປເປັນປົກກະຕິ, ສະ ພາບພາຍໃນມີຄວາມສະຫງົບ ຮອບດ້ານ, ພະນັກງານ, ກໍາມະ ກອນມີຄວາມສາມັກຄີຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ມີຄວາມຮັບຜິດ ຊອບຕໍ່ໜ້າທີ່ວຽກງານທີ່ການ ຈັດຕັ້ງມອບໝາຍໃຫ້. ການອອກ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະ ນະຮັບຜິດຊອບການຈັດຊື້-ຈັດ ຈ້າງ, ຂໍ້ຕົກລົງແຕ່ງຕັ້ງຄະນະປະ ສານງານເຮັດວຽກຮ່ວມກັບອົງການກວດສອບແຫ່ງລັດ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະກວດນັບສູນໂມງ; ການ ແກ້ໄຂບັນຫາທຶນໝູນວຽນເພື່ອ ຮັບຮອງການຜະລິດໄດ້ຕາມ ແຜນການ; ສໍາເລັດການປະກອບ ເຄື່ອງເຟີນິເຈີ ແລະ ຕິດຕັ້ງອຸປະ ກອນຮັບໃຊ້ຫ້ອງທົດລອງໃຫ້ ແກ່ໂຮງຮຽນມັດທະຍົມຕົວແບບ 2 ແຫ່ງ (ແຂວງວຽງຈັນ ແລະ ແຂວງຊຽງຂວາງ); ສໍາເລັດ ການສະໜອງອຸປະກອນການສຶກ ສາໃຫ້ແກ່ກົມການສຶກສາກ່ອນ ໄວຮຽນ, ກົມສາມັນສຶກສາ, ກົມ ສ້າງຄູ ແລະ ໂຮງຮຽນຕ່າງໆ ຈໍາ ນວນໜຶ່ງ.
ໃນໂອກາດນີ້, ທ່ານຮອງລັດ ຖະມົນຕີກະຊວງສຶກສາທິການ ແລະ ກິລາ, ໄດ້ຍ້ອງຍໍຊົມເຊີຍຕໍ່ ຜົນສໍາເລັດທີ່ພາກສ່ວນດັ່ງກ່າວ ຍາດມາໄດ້, ສາມາດປະກອບ ສ່ວນອັນໃຫຍ່ຫຼວງໃນການພັດ ທະນາວຽກງານການສຶກສາ ແລະ ກິລາ. ພ້ອມນັ້ນ, ທ່ານຍັງ ໄດ້ເນັ້ນໃຫ້ເອົາໃຈໃສ່ຈັດຕັ້ງປະ ຕິບັດໜ້າທີ່ວຽກງານໃຫ້ມີຜົນ ສຳເລັດ ແລະ ສິ່ງສໍາຄັນຕ້ອງຮູ້ ເຄົາລົບກົດລະບຽບ.
ນອກນີ້, ໃນພິທີຍັງໄດ້ປະ ກາດແຕ່ງຕັ້ງ ທ່ານ ສີລາ ຫອມ ສົມບັດເປັນຮອງຜູ້ອໍານວຍການ ລັດວິສາຫະກິດ ໂຮງງານຜະລິດ ອຸປະກອນການສຶກສາ ແລະ ມອບ ໃບຍ້ອງຍໍໃຫ້ ຜູ້ທີ່ມີຜົນງານ ດີເດັ່ນໃນວຽກງານຈໍານວນ 3 ທ່ານ ແລະ ຂັ້ນລັດວິສາຫະກິດ ຈໍານວນ 7 ທ່ານ.