ການຮຽນເປົ່າແຄນ
ໂດຍ: ຊາຍພະເນຈອນ
ການຮຽນເປົ່າແຄນຂອງຄົນບູຮານ(ດຽວນີ້ບາງທ້ອງ ຖິ່ນກໍຍັງມີຢູ່ໃນໝູ່ປະຊາຊົນ ເຊິ່ງ ບ້ານກ່ອນຈະຮຽນເປົ່າແຄນ ເພິ່ນແຍກອອກເປັນສອງທາງ ຮຽນ:ຮຽນທາງທໍາມະດາແບບ ພໍ່ສອນລູກ, ອ້າຍສອນນ້ອງ ຫຼື ຮຽນນໍາໝູ່ຄູ່ດຽວກັນ. ແຕ່ກ່ອນ ຈະຮຽນກໍຕ້ອງມີການເຮັດບູຊາ ຄູກ່ອນໂດຍມີການແຕ່ງຂັນຫ້າ ແລະ ທູບທຽນມາກາບໄຫ້ວ ກ່ອນແລ້ວກໍສອນເປົ່າຕາມ ຫຼັງ, ການຮຽນເປົ່າເບື້ອງຕົ້ນ ແມ່ນຮຽນຈາກການຟັງສຽງ ແລະ ທໍານອງບໍ່ໄດ້ສອນແບບ ຕົວໂນດ, ເອົາການຟັງສຽງເປັນ ຕົ້ນຕໍ, ການຝຶກເປົ່າເປັນສໍາຄັນ, ເປົ່າໄປເລື້ອຍໆຈົນເປົ່າເປັນ, ການຮຽນແບບນີ້ແມ່ນຮຽນ ແບບຊາວບ້ານແບບບູຮານ.
+ ພິທີສະຫລອງສຽງແຄນລາວເປັນມໍລະດົກໂລກຈະຈັດຂຶ້ນຢ່າງສົມກຽດໃນວັນທີ 11 ເມສານີ້
ການຮຽນເປົ່າແຄນ ແບບ ເວດມົນທີ່ໃຊ້ດ້ວຍຄາຖາ ຫຼືວິ ຊາອາຄົມເພິ່ນເອີ້ນວ່າ: ເປົ່າດ້ວຍ ອໍ້(ຕາມຄວາມເຊື່ອຂອງເຖົ້າ ແກ່ບູຮານເພິ່ນໃນສະໄໝກ່ອນ)ການຮຽນເປົ່າແບບເວດມົນຄາຖານີ້ກໍເໝືອນກັນ, ກ່ອນອ່ືນເພິ່ນ ກໍຕ້ອງໄດ້ແຕ່ງຂັນຫ້າມີຜ້າຜືນ ແພວາພ້ອມກັບຄາຍຄ່າຮຽນ ໃຫ້ຄົບ, ຈາກນັ້ນຄູກໍຈະສອນ ໃຫ້ເປົ່າຕາມສຽງນໍາຫຼັງແບບ ດຽວກັບພໍ່ສອນລູກຂອງຊາວ ບ້ານບູຮານ ແຕ່ຈະເປັນໄວກວ່າ ແບບໜ້າງຶດງໍ້ອັດສະຈັນ(ເວລາ ຮຽນເປົ່າແຄນນັ້ນ, ຄູສອນຈະມີ ການຈົ່ມມົນຈົ່ມຄາຖາ) ແລະ ໃນເມື່ອຮຽນເປົ່າແຄນເປັນຮຽບຮ້ອຍແລ້ວກໍຕ້ອງມີການຂະລໍາ ດັ່ງນີ້:
– ສິ້ນແມ່ຍິງຢ່າໄດ້ປົກຫົວ.
– ຢ່າລອດຜຽກຕາກເຄື່ອງ.
– ຢ່າລອດກ້ອງຂີ້ສີກ (ກ້ອງ ຊານ).
– ຢ່າລົບລູ່ຄູອາຈານ.
– ຢ່າຂ້າມແຄນທຸຸກຊະ ນິດ.(ຂອງຕົນ, ຂອງເພິ່ນ).
– ຢ່າເອົາແຄນຟາດໄປ ໂລເລ(ທຸບຕີໄປໂລເລ).
– ທຸກວັນສິນນ້ອຍ-ໃຫຍ່ ໃຫ້ຈົ່ມຄາຖາບູຊາ.
– ກ່ອນລົງຫຼິ້ນແຄນໃຫ້ ທໍາພິທີບູຊາແຄນກ່ອນຈຶ່ງເປົ່າ.
– ເວລາເປົ່າຖ້າຄົນອື່ນເອົາ ແຄນດວງທີ່ຕົນເປົ່າໄປເປົ່າຕໍ່ກໍ ໃຫ້ ຢຸດຢ່າເປົ່າຕໍ່ອີກ.
ຄົນທີ່ເປົ່າແຄນດ້ວຍອໍ້ຈະ ລ່ຽນໄຫຼດີ ແລະ ມ່ວນອອນຊອນ ຫູ(ເຄີຍມີຄົນຕິດສຽງໝໍແຄນ ຈົນບໍ່ເປັນອັນກິນອັນນອນກໍຄືກັນກັບຄົນຕິດພະເອກ ນາງ ເອກ, ອີ່ ເກ ແລະ ໝໍລໍາເລື່ອງ).
ກ່ຽວກັບການຮຽນເປົ່າ ແຄນ, ຜູ້ຂ້າຂໍແລກປ່ຽນບົດຮຽນ ນໍາເພື່ອນຜູ້ອ່ານທັງຫຼາຍວ່າ, ຜູ້ ຂ້າເຄີຍໄດ້ຮຽນເປົ່າແຄນມາຕັ້ງ ແຕ່ອາຍຸໄດ້ 15 ປີ, ໄລຍະນັ້ນຍັງ ຮຽນຢູ່ຊັ້ນມັດທະຍົມຕອນຕົ້ນ ປີທີໜຶ່ງ. ກ່ອນຈະໄດ້ຮຽນເປົ່າ ແຄນກໍຍ້ອນວ່າຢູ່ໂຮງຮຽນບໍ່ມີ ຜູ້ເປົ່າແຄນເປັນໂດຍສະເພາະ ໃນຫ້ອງຮຽນທີ່ຕົນຮຽນຢູ່ນັ້ນ ລະ, ຜູ້ຂ້າຊໍ້າພັດຄັດເລືອກເຂົ້າ ເປັນໜ່ວຍສິລະປະຂອງໂຮງຮຽນ ແລະ ໃນນັ້ນຍັງມີໝູ່ຄົນໜຶ່ງທີ່ ຫຼິ້ນກິຕາເປັນ, ເປົ່າແຄນກໍເປັນ ອີກ, ໃນການຫຼິ້ນ ແລະ ເປົ່ານັ້ນ ແມ່ນຫຼິ້ນເປັນສຽງເພງບົດຟ້ອນ ເປັນຕົ້ນແມ່ນເພງດາວລ້ອມ ເດືອນ, ໂອ້ດວງຈໍາ ປາ….. ເມື່ອ ເປັນແນວນັ້ນ, ຜູ້ຂ້າກໍເລີຍມີ ແນວຄິດຢາກຮຽນເປົ່າແຄນ ເພື່ອເປັນການຜັດປ່ຽນກັບໝູ່, ແຕ່ການຮຽນຂອງຜູ້ຂ້າແມ່ນ ຮຽນແບບກະທັດລັດເບົາບາງ ແບບບໍ່ມີ ຄູຄາຍຫຍັງ, ດ້ວຍການ ເລີ່ມຕົ້ນຈາກການຈັບເອົາແຄນ ຂຶ້ນມາແລ້ວເປົ່າໂລດ ແລະ ພະ ຍາຍາມນັບລູກແຄນເພື່ອຟັງ ສຽງຂອງລູກແຄນແຕ່ລະລູກ ນັ້ນມີຈັກສຽງ ແລະ ແຕ່ລະສຽງ ຢູ່ໃນຕໍາແໜ່ງໃດ, ພະຍາຍາມ ນັບລູກແຄນເພື່ອໃຫ້ນີ້ວມືສິ້ນ ເຄີຍກັບການນັບລູກແຄນ, ແຄນ ທີ່ຮຽນເປົ່ານັ້ນເປັນແຄນ 7 (ເບື້ອງລະ 7 ລູກ).
ຫຼັງຈາກເລີກໂຮງຮຽນມາແລ້ວມາຮຽນເປົ່າແຄນຢູ່ເຮືອນ ໂດຍການຮຽນເປົ່າເປັນສຽງເພງ ທີ່ເປັນບົດຟ້ອນ ແລະ ແອບເປົ່າ ໄປເລື້ອຍໆ, ປະມານໜຶ່ງອາທິດ ຜູ້ຂ້າສາມາດເປົ່າແຄນໄປຕາມ ບົດເພງຊ້ອມຟ້ອນທັງສາມາດ ໄປແຂ່ງຂັນ ແລະ ສະແດງຢູ່ ເທິງ ເວທີອີກດ້ວຍ. ວັນເວລາຜ່ານພົ້ນ ໄປປະມານໜຶ່ງເດືອນຜູ້ຂ້າສາ ມາດເປົ່າແຄນໃຫ້ໝໍລໍາໆໄດ້ເປັນ ຕົ້ນແມ່ນ: ລໍາມະຫາໄຊ ເຊິ່ງ ເປັນ ລໍາເອກະລັກຂອງແຂວງຄໍາ ມ່ວນທີ່ເປັນບ້ານເກີດເມືອງນອນຂອງຕົນນອກຈາກເປົ່າລໍາມະ ຫາໄຊແລ້ວຍັງມີການເປົ່າແບບ ຈັງຫວະແມ່ຮ້າງກ່ອມລູກ, ສຸດ ສະແນນ, ລໍາເຕີ້ຍໂນນຕານ, ລໍາ ຜູ້ໄທ(ຜູ້ໄທນ້ອຍ-ໃຫຍ່), ລໍາ ຄອນສະຫວັນ, ລໍາສາລະວັນ, ລໍາຕັ່ງຫວາຍ, ລໍາເພີນ, ລໍາ ກອນ, ລໍາລອ່ງ. ການຮຽນເປົ່າ ລໍານີ້ແມ່ນຮຽນນໍາຜູ້ເຖົ້າຢູ່ ບ້ານ ດຽວກັນ ໂດຍການຂຶ້ນໄປນັ່ງຕັກ ຜູ້ສອນເປົ່າແຄນນັ້ນ ເຊິ່ງໃນ ເບື້ອງຕົ້ນຜູ້ສອນແຄນເປັນຜູ້ ນັບລູກແຄນໃຫ້ ແລະ ຕົນເອງ ເປັນຜູ້ເປົ້າຕາມສໍານຽງສຽງ ແລະ ຈັງຫວະທີ່ເຄີຍຟັງຜູ້ເຖົ້າໄດ້ ເປົ່າໃຫ້ຟັງນັ້ນ ວ່າຈັງຫວະ ແລະ ທໍານອງ ແບບນີ້ແມ່ນເປົ່າລໍາ ຫຍັງ? ພະຍາຍາມຈື່ເອົາສຽງ ແຄນເປົ່າລໍາແຕ່ລະປະເພດ, ຫຼັງ ຈາກນັ້ນກໍເລີ່ມຮຽນເປົ່າ ແລະ ນັບລູກແຄນດ້ວຍຕົນເອງ. ຫຼັງ ຈາກຮຽນຈົບມັດທະຍົມຕົ້ນແລ້ວ ຜູ້ຂ້າຖືກໄປຮຽນຕໍ່ອຸດົມ ແລະ ໄດ້ຄັດເລືອກເຂົ້າໃນໜ່ວຍສິ ລະປະຂອງໂຮງຮຽນນໍາອີກທັງ ເປັນໝໍແຄນປະຈໍາໂຮງຮຽນ ອຸດົມ ແຂວງຄໍາມ່ວນ, ຍ້ອນວ່າ ພາຍ ໃນໂຮງຮຽນມີນັກຮຽນ ທັງໝົດປະມານ 200 ກວ່າ ຄົນມີຜູ້ເປົ່າແຄນເປັນພຽງຄົນ ດຽວແຕ່ເປົ່າເປັນ ແຕ່ປະເພດເປັນ ບົດເພງເທົ່ານັ້ນທັງຮຽນຢູ່ປີສຸດ ທ້າຍອີກ ແລະ ຕໍ່ໄປກໍຈະບໍ່ມີຜູ້ ໃດສືບຕໍ່. ຈາກນັ້ນມາຜູ້ຂ້າກໍ ກາຍເປັນໝໍແຄນທີ່ມີຊື່ສຽງ ຂອງໂຮງຮຽນສ່ວນໝໍລໍາແມ່ນ ມີທັງໝໍ່ລໍາຍິງ ແລະ ໝໍລໍາຊາຍ. ແຕ່ລະອາທິດ ແລະ ແຕ່ລະເດືອນ ກໍຈະມີການໄປສະແດງສິລະປະຢູ່ຕາມສະຖານທີ່ ແຫ່ງຕ່າງໆ ຕາມການເຊື້ອເຊີນ ຂອງເຈົ້າ ພາບ, ເຄີຍໄປສະແດງຮ່ວມກັນ ກັບບັນດາສິລະປະທີ່ມາຈາກ ຫຼາຍພາກສ່ວນບົດລໍາທີ່ເອົາໄປ ສະແດງແມ່ນລໍາເພີນຄູ່ຍິງຊາຍ ກ້ຽວກັນ ແລະ ລໍາມະຫາໄຊຄູ່ ຍິງ ຊາຍເຮັດໃຫ້ຜູ້ຊົມຕື່ນເຕັ້ນ ແລະ ຖືກໃຈຫຼາຍ. ພາຍຫຼັງຮຽນຈົບ ອຸຸດົມຜູ້ຂ້າຖືກໄປຮຽນຕໍ່ຢູ່ທີ່ອະ ດີດສະຫະພາບ ໂຊວຽດໃນ ວິຊາ ພາສາ ແລະ ວັນນະຄະດີເປັນ ເວລາ 6 ປີ, ໃນໄລຍະສຶກສາຮໍ່າ ຮຽນຢູ່ພຸ້ນ, ກໍໄດ້ມີການເຄື່ອນ ໄຫວ ແລະ ໄປສະແດງສິລະປະ ວັນນະຄະດີເຊິ່ງໄດ້ມີການສົ່ງ ເສີມ ແລະ ສະໜັບສະໜູນຈາກ ສະມາຄົມນັກສຶກສາລາວເຊິ່ງ ໄດ້ອຸປະຖໍາເປັນແຄນລູກ 7 ໜຶ່ງ ດວງພ້ອມດ້ວຍກິດຕາໜຶ່ງໜ່ວຍ, ເຊິ່ງແຕ່ລະອາທິດຫຼືເດືອນໃດ ຖ້າມີລາຍການ ແລະ ມີງານບຸນ ສໍາຄັນຕ່າງໆ ຂອງຊາດລາວ ແລະ ຂອງຕ່າງ ປະເທດກໍຈະໄດ້ ມີການໄປເຄື່ອນໄຫວ ແລະ ສະ ແດງໃຫ້ຄົນໄດ້ ເບິ່ງໄດ້ຊົມຈົນ ຕະຫຼອດໄລຍະຮຽນຈົບ 6ປີ. ໃນ ການສະແດງແຕ່ລະຄັ້ງແມ່ນໄດ້ ຂຶ້ນໄປເປົ່າແຄນເພື່ອສະແດງ ໃຫ້ບັນດາ ທ່ານຜູ້ຊົມໄດ້ເບິ່ງ ເຊິ່ງ ໃນນັ້ນຈະມີຫຼາຍໆ ປະເທດໃນ ໂລກທີ່ໄດ້ເຂົ້າຮ່ວມເປັນຕົ້ນແມ່ນ: ໄທ, ກໍາປູເຈ້ຍ, ຫວຽດນາມ, ອິນເດຍ, ປາກິດສະຖານ, ອັບປະ ການິສະຖານ, ມາຣົກ, ອາຣັບ, ຝຣັ່ງ, ອັງກິດ, ເຢຍລະມັນ, ລີ ບັງ, ແລະ ປະເທດເຈົ້າພາບລັດ ເຊຍ.
ຜ່ານການສະແດງແຕ່ ລະ ຄັ້ງເຫັນວ່ານັກສຶກສາລາວທີ່ໄປ ຮຽນຢູ່ພຸ້ນແມ່ນຖືກໃຈຫຼາຍເພາະ ໄດ້ຍິນສຽງແຄນ ແລ້ວຄິດຮອດ ບ້ານເກີດເມືອງນອນຂອງຕົນ ເອງເຮັດໃຫ້ຫຼາຍຄົນຕ້ອງລັ່ງນໍ້າ ຕາຍ້ອນສຽງແຄນ. ບໍ່ພຽງແຕ່ ເທົ່ານັ້ນ, ສຽງແຄນກໍຍັງເຮັດ ໃຫ້ຄົນຕ່າງປະເທດມີຄວາມສົນ ໃຈ ແລະ ຢາກມາຮຽນເປົ່າແຄນ ນໍາແຕ່ຜູ້ຂ້າກໍໄດ້ບອກ ແລະ ສອນ ແບບເຜີນໆ ໄປເພາະບໍ່ມີເວລາ ສອນແດ່. ຈາກນັ້ນມາ ຈຶ່ງເຮັດ ໃຫ້ຜູ້ຂ້າກາຍເປັນໝໍແຄນໂດຍ ບໍ່ຮູ້ສຶກຕົວ.
ເຖິງວັນເວລາ ໄດ້ຜ່ານພົ້ນ ໄປນັບນານແສນນານແລ້ວແຕ່, ຜູ້ຂ້າກໍຍັງມີຄວາມພາກພູມໃຈ ເປັນຢ່າງຍິ່ງທີ່ໄດ້ມີໂອກາດໄປ ສຶກສາຮໍ່າຮຽນເອົາຄວາມຮູ້ ພ້ອມທັງໄດ້ເພີຍແຜ່ກ່ຽວກັບສິ ລະປະວັນນະຄະດີກໍຄືບົດຟ້ອນ, ການຮ້ອງລໍາ ແລະ ເຄື່ອງດົນຕີທີ່ ເປັນແຄນ ແລະ ສຽງແຄນທີ່ເປັນ ດົນຕີພື້ນເມືອງລາວອັນດັບໜຶ່ງ, ເປັນຄູ່ບ້ານຄູ່ເມືອງ ແລະ ເປັນມິ່ງ ຂວັນຂອງປະຊາຊົນລາວໄດ້ນໍາມາເຜີຍແຜ່ ແລະ ສະແດງຄວາມ ເປັນເອກະລັກໂດຍສະເພາະ ຂອງ ຊາດລາວເຮົາໃຫ້ບັນດາຊາວ ຕ່າງປະເທດໄດ້ມາຮ່ວມຊົມ ດ້ວຍ ກັນນັບເປັນສິບກວ່າປະເທດ ແລະ ໄດ້ຟັງສໍານຽງສຽງດົນຕີພື້ນ ເມືອງລາວທີ່ບໍ່ມີໃຜຄື ແລະ ບໍ່ຄືໃຜ ອີກນັ້ນແມ່ນສຽງແຄນເຮົາ./.