ບໍລິສັດກິຕິຊັບ ໄດ້ຮັບສຳປະທານຂຸດຄົ້ນຫີນຜາ ຢູ່ເມືອງຫີນບູນ
ບໍລິສັດກິຕິຊັບ ແຮ່-ຊາຍ ຈຳກັດຜູ້ດຽວ ໄດ້ຮັບການອະນຸມັດສຳປະທານຂຸດຄົ້ນຫີນຜາ ໃນເນື້ອທີ່ 5 ເຮັກຕາ ຢູ່ບ້ານນາໂພ ເມືອງຫີນບູນ ແຂວງຄຳມ່ວນ ໃນມູນຄ່າການລົງທຶນທັງໝົດ 1 ລ້ານໂດລາສະຫະລັດ ມີອາຍຸສຳປະທານ 5 ປີ ແລະ ສາມາດຕໍ່ສັນຍາໄດ້ຕາມການຕົກລົງເຫັນດີຂອງຝ່າຍອົງການປົກຄອງແຂວງ. ພິທີເຊັນສັນຍາສຳປະທານໂຄງການດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 6 ເມສາຜ່ານມານີ້ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ພູຊະນະ ໄຊໂກສີ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ກິຕິຊັບ ຫລວງຄຳແດງ ປະທານບໍລິສັດດັ່ງກ່າວ ໂດຍມີທ່ານ ຄຳຜຸຍ ທອນພັກດີ ເຈົ້າເມືອງຫີນບູນ ພ້ອມດ້ວຍພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ໃນສັນຍາລະບຸວ່າ: ຝ່າຍອົງການປົກຄອງແຂວງຈະອອກສິດນຳໃຊ້ເນື້ອທີ່ໃຫ້ແກ່ຝ່າຍບໍລິສັດ ທີ່ມີການປັກຫລັກໝາຍເຂດແດນຢ່າງຈະແຈ້ງ ແລະ ກຳນົດເວລາໃນການຈັດຕັ້ງປະຕິບັດ, ຮັບຮອງເອົາແຜນຜັງ, ບົດສະເໜີໂຄງການ, ເນື້ອທີ່ການຜະລິດ ແລະ ອຳນວຍຄວາມສະດວກໃນດ້ານຕ່າງໆ, ສ່ວນຝ່າຍບໍລິສັດຕ້ອງໄດ້ຂຶ້ນແຜນ ແລະ ສະເໜີຂໍອະນຸມັດຈາກອົງການຂອງລັດທີ່ມີສິດໃນການດຳເນີນກິດຈະການໃຫ້ຖືກຕ້ອງຕາມກົດໝາຍ, ຂົນຂວາຍ ແລະ ປຸກລະດົມໃຫ້ປະຊາຊົນພາຍໃນທ້ອງຖິ່ນເຂົ້າຮ່ວມເຮັດວຽກເປັນຄົນງານໃນໂຄງການ ດ້ວຍຄວາມເໝາະສົມຕາມລະບຽບກົດໝາຍແຮງງານ ສປປ ລາວ.
ການດຳເນີນການຂຸດຄົ້ນຫີນຜາ ແມ່ນໃຫ້ສອດຄ່ອງຕາມໜ້າວຽກ, ຂັ້ນຕອນ ຕາມທີ່ໄດ້ກຳນົດໄວ້ໃນສັນຍາສຳປະທານ, ປັບປຸງປົວແປງເສັ້ນທາງໃຫ້ຢູ່ໃນສະພາບດີ ເພື່ອນຳໃຊ້ໃນການລຳລຽງຂົນສົ່ງຜົນຜະລິດ ແລະ ເພື່ອອຳນວຍຄວາມສະດວກຂອງປະຊາຊົນໃນທ້ອງຖິ່ນ ພ້ອມທັງຕ້ອງໄດ້ປະຕິບັດພັນທະອື່ນໆ ຕາມລະບຽບກົດໝາຍ ແລະ ການປົກປັກຮັກສາສິ່ງແວດລ້ອມ.