ມອບ-ຮັບສິ່ງເສດເຫລືອຂອງທະຫານອາເມລິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວ
ພິທີມອບ-ຮັບສິ່ງເສດເຫລືອຂອງທະຫານອາເມລິກາທີ່ໄດ້ເສຍຊິີວິດໃນປາງສົງຄາມຢູ່ລາວທີ່ໄດ້ຄົ້ນພົບຈາກການປະຕິບັດງານຮ່ວມໃນພາກສະໜາມ ລະຫວ່າງລາວ-ອາເມລິກາຄັ້ງທີ 2 ແລະ 3 ປະຈໍາສົກປີ 2017-2018 ຢູ່ ແຂວງຄໍາມ່ວນ, ໄດ້ຈັດຂຶ້ນໃນເຊົ້າວັນທີ 9 ເມສານີ້ທີ່ສະໜາມບິນສາກົນປາກເຊ, ໂດຍທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານ MIA ເປັນຜູ້ກ່າວມອບ ແລະ ຕາງໜ້າໃຫ້ແກ່ລັດຖະບານສະຫະລັດອາເມລິກາ ໄດ້ແກ່ທ່ານ Michael Fanklin Kleine ອຸປະທູດແຫ່ງສະຫະລັດອາເມລິກາປະຈຳລາວເປັນຜູ້ກ່າວຮັບ, ທັງນີ້ກໍເພື່ອສືບຕໍ່ປະຕິບັດນະໂຍບາຍມະນຸດສະທຳອັນສະເໝີຕົ້ນສະເໝີປາຍຂອງລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຕໍ່ຄອບຄົວກໍຄືຍາດພີ່ນ້ອງຂອງທະຫານອາເມລິກາຜູ້ຫາຍສາບສູນໃນປາງສົງຄາມຢູ່ລາວ ແລະ ອີງຕາມການຮ້ອງຂໍຂອງລັດຖະບານອາເມລິກາໃນການແກ້ໄຂບັນຫາດັ່ງກ່າວ. ຕະຫລອດໄລຍະເວລາ 30 ກວ່າປີແຫ່ງການຮ່ວມມືສອງຝ່າຍ ລາວ-ອາເມລິກາ ໃນການດໍາເນີນການສໍາຫລວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວໄດ້ຮັບຜົນເກືອບ 50% ຂອງຈໍານວນຜູ້ຫາຍສາບສູນທັງໝົດ. ອີງຕາມຕົວເລກທີ່ຝ່າຍອາເມລິກາແຈ້ງໃຫ້ຝ່າຍລາວຊາບ, ທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວມີທັງໝົດ 573 ຄົນ. ມາຮອດປັດຈຸບັນ, ລັດຖະບານລາວໄດ້ມອບສິ່ງເສດເຫລືອດັ່ງກ່າວທີ່ສັນນະສູດໄດ້ແລ້ວ 281 ຄົນ ໃຫ້ແກ່ຝ່າຍອາເມລິກາ ແລະ ຍັງອີກ 292 ຄົນທີ່ຍັງເຫລືອແມ່ນຈະໄດ້ຮ່ວມກັນສືບຕໍ່ຄົ້ນຫາໃນການປະຕິບັດງານຄັ້ງຕໍ່ໄປ.