ລາວ​ສຳ​ເລັດ​ການ​ແຂ່ງ​ຂັນ​ສີມື​ແຮງ​ງານ​ແຫ່ງ​ຊາດຄັ້ງ​ທີ 3 ເລືອກໄດ້ 21 ຄົນ

ລາວ​ສຳ​ເລັດ​ການ​ແຂ່ງ​ຂັນ​ສີມື​ແຮງ​ງານ​ແຫ່ງ​ຊາດຄັ້ງ​ທີ 3 ເລືອກໄດ້ 21 ຄົນ - labour contest - ລາວ​ສຳ​ເລັດ​ການ​ແຂ່ງ​ຂັນ​ສີມື​ແຮງ​ງານ​ແຫ່ງ​ຊາດຄັ້ງ​ທີ 3 ເລືອກໄດ້ 21 ຄົນ
ລາວ​ສຳ​ເລັດ​ການ​ແຂ່ງ​ຂັນ​ສີມື​ແຮງ​ງານ​ແຫ່ງ​ຊາດຄັ້ງ​ທີ 3 ເລືອກໄດ້ 21 ຄົນ - kitchen vibe - ລາວ​ສຳ​ເລັດ​ການ​ແຂ່ງ​ຂັນ​ສີມື​ແຮງ​ງານ​ແຫ່ງ​ຊາດຄັ້ງ​ທີ 3 ເລືອກໄດ້ 21 ຄົນ

​ໃນ​ລະຫວ່າງ​ວັນ​ທີ 26 ມີນາຫາ 5 ​ເມສາ 2018 ນີ້, ທີ່​ນະຄອນຫລວງ​ວຽງ​ຈັນໄດ້ຈັດການ​ແຂ່ງຂັນ​ສີມື​ແຮງ​ງານ​ແຫ່ງ​ຊາດຄັ້ງ​ທີ 3 ຂຶ້ນ, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ຄຳ​ແພງ ​ໄຊ​ສົມ​ແພງ ລັດຖະມົນຕີ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ເພື່ອເປັນ​ເວທີ​ທີ່​ເປີດ​ໂອກາດ​ໃຫ້​ຊາ​ວໜຸ່ມ-​ໄວ​ໜຸ່ມ, ກຳມະກອນລາວ​ບັນດາ​ເຜົ່າ​ໄດ້​ສະ​ແດງ​ຄວາມ​ຮູ້​, ຄວາມ​ສາມາດ, ທັກ​ສະສີ​ມື, ທັງ​ເປັນ​ການ​ຊຸກຍູ້​ສົ່ງ​ເສີມ​ເຂົາເຈົ້າ​ເຫັນໄດ້​ຄວາມ​ສຳຄັນ​ໃນ​ການ​ຝຶກ​ວິຊາ​ຊີບ ​ແລະ ການ​ພັດທະນາ​ສີມື​ແຮງ​ງານຂອງຕົນ, ພ້ອມນັ້ນກໍ ​​ເພື່ອ​ຄັດ​ເລືອກ​ເອົາ​ນັກ​ແຂ່ງ​ຂັນ​ຜູ້​ໜຸ່ມ​ນ້ອຍ​ທີ່ມີ​ສີມື​ດີ​ເລີດ​ໄປ​ຝຶກ​ຊ້ອມ ​ແລະ ​ເປັນ​ຕົວ​ແທນ​ທີ​ມຊາດ​ລາວ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນສີມື​ແຮງ​ງານ​ອ​າຊຽນຄັ້ງ​ທີ 12 ຢູ່​ປະ​ເທດ​ໄທ ທີ່ຈັດຂຶ້ນ​ໃນ​ທ້າ​ຍ​ເດືອນ​ສິງຫາຫາຕົ້ນ​ເດືອນ​ກັນຍານີ້.

ການ​ແຂ່ງຂັນ​ດັ່ງກ່າວ​, ມີ​ນັກ​ແຂ່ງ​ຂັນ 66 ຄົນ, ​ຍິງ 14 ຄົນ, ມີ 7 ສາຂາ​ຊ່າງ ​ແລະ ສາມາດ​ຄັດ​ເລືອກ 21 ຄົນ ​ເຊັ່ນ: ສາຂາ​ວິຊາ​ຊ່າງ​ໄມ້​ເຄື່ອງ​ເຮືອນ​ ຫລຽນ​ຄຳໄດ້ແກ່ທ້າວ ສີປະ​ເສີດ ມາ​ຈາກ​ສູນ​ພັດທະນາ ​ແລະ ທົດ​ສອບ​ສີມື​​ແຮງ​ງານ​ເວດ​ສະ​ພົງ, ຫລຽນ​ເງິນໄດ້ແກ່ທ້າວ ສົມ​ຈັນ ບົວ​ຄຳ ຈາກ​ໂຮງງານ​ປຸ່ງ​ແຕ່ງ​ໄມ້​ສຳ​ເລັດ​ຮູບ​ມູນ​ເທວາ, ຫລຽນ​ທອງ​ແມ່ນທ້າວ ສົມ​ສຸກ ສີສະ​ຫວັດ ຈາກ​ໂຮ​ງານ​ປຸງ​ແຕ່ງ​ໄມ້​ສຳ​ເລັດ​ຮູບ​ຄົບ​ວົງ​ຈອນ ທີ​ເອັນ​ເຄ ຫລວງ​ພະ​ບາງ, ສາຂາ​ວິຊາ​ຊ່າງ​ກໍ່ ​ຫລຽນ​ຄຳໄດ້ແກ່ທ້າວ ມີ ຂັນ​ທະ​ມາລີ ມາ​ຈາກ​ວິທະຍາ​ໄລ​ເຕັກນິກ​ປາກ​ປ່າ​ສັກ, ຫລຽນ​ເງິນ​ແມ່ນທ້າວ ສີນ​ວນ ​ເພັງ​ສະຫວັດ ມາ​ຈາກ​ກຸ່ມ​ດວງ​ຈຳປາ​ການ​ກໍ່, ຫລຽນ​ທອງ​ແມ່ນທ້າວ ອຸ່ນ​ສຸ​ລິດ ບຸນ​ນິວົງ ມາ​ຈາກ​ວິທະຍາ​ໄລ​ເຕັກນິກ​ປາກ​ປ່າ​ສັກ, ສາຂາ​ວິຊາ​ຊ່າງ​ຕິດ​ຕັ້ງ​ໄຟຟ້າ​ໃນ​ອາຄານ​ໄດ້​ຫລຽນ​ຄຳ​ໄດ້ແກ່ທ້າວ ສຸວັນ​ໄຊ ​ແສງ​ຈັນ ຈາກ​ສະ​ຖາ​ບັນ​ພັດທະນາ​ສີມື​ແຮງ​ງານລາວ-​ເກົາຫລີ, ຫລຽນ​ເງິນ​ແມ່ນທ້າວ ​ໄມ​ອ່ອນ ສົມບັດ​ຈະ​ເລີ​ນ ຈາກ​ສະ​ຖາ​ບັນ​ພັດທະນາ​ສີມື​ແຮງ​ງານລາວ-​ເກົາຫລີ ແລະ ຫລຽນ​ທອງໄດ້ແກ່ທ້າວ ຈັນ​ລະຄອນ ຈັນທະ​ພອນ ຈາກ​ວິທະຍາ​ໄລ​ເຕັກນິກ​ວິຊາ​ຊີບ ​ແຂວງ​ຫລວງ​ພະ​ບາງ, ສ່ວນສາຂາ​ວິຊາ​ຊ່າງ​ຫຍິບ​ເຄື່ອງນຸ່ງ​ຫລຽນ​ຄຳໄດ້ແກ່ ນາງ ມະ​ໄລ​ພອນ ​ໄຊ​ຍະ​ວົງ ຈາກສູ​ນພັ​ດທະ​ນາ​ສີມື​ຕັດ​ຫຍິບ, ຫລຽນ​ເງິນ ​ແມ່ນນາງ ພຸດ​ມີນາ ​ໄຊ​ຈັນ​ເພັງ ຈາກສູ​ນພັ​ດທະ​ນາ​ສີມື​ຕັດ​ຫຍິບ, ຫລຽນ​ທອງ​ແມ່ນນາງ ບຸ​ນມີ ພູ​ດາ​ລີ ຈາກ​ວິທະຍາ​ໄລ​ເຕັກນິກ​ປາກ​ປ່າ​ສັກ. ສາຂາ​ວິຊາ​ຊ່າງ​ປຸງ​ແຕ່ງອາຫານ​ຫລຽນ​ຄຳໄດ້ແກ່ນາງ ວັນ​ເພັງ ຈັນທະ​ວົງ ຈາກ​ສະ​ຖາ​ບັນ​ການທ່ອງທ່ຽວ ​ແລະ ການ​ໂຮງ​ແຮມ​ແຫ່ງ​ຊາດ, ຫລຽນ​ເງິນ​ແມ່ນທ້າວ ລັດຕະນະ​ກຸນ ​ແກ້ວ​ປະ​ເສີດ ຈາກ​ສະ​ຖາ​ບັນ​ການທ່ອງທ່ຽວ ​ແລະ ການ​ໂຮງ​ແຮມ​ແຫ່ງ​ຊາດ, ຫລຽນ​ທອ​ງແມ່ນນາງ ວາດ​ສະໜາ ພົງ​ປະຈິດ ຈາກ​ສະ​ຖາ​ບັນ​ການທ່ອງທ່ຽວ ​ແລະ ການ​ໂຮງ​ແຮມ​ແຫ່ງ​ຊາດ. ສໍາລັບສາຂາ​ວິຊາ​ຊ່າງ​ເຕັກ​ໂນ​ໂລ​ຊີ​ອອກ​ແບບ​ກຣາບຟິກ​ຫລຽນ​ຄຳໄດ້ແກ່ທ້າວ ຄຳ​ເກີດ ຟານ​ຄຳ ຈາກ​ຄະນະ​ວິສະວະກຳ​ສາດມະຫາວິທະຍາ​ໄລ​ແຫ່ງ​ຊາດ, ຫລຽນ​ເງິນ​ແມ່ນ ທ້າວ ປາ​ຫວີດ ຈັນທະ​ວົງ ຈາກ​ຄະນະ​ວິສະວະກຳ​ສາດມະຫາວິທະຍາ​ໄລ​ແຫ່ງ​ຊາດ, ຫລຽນ​ທອງ​ແມ່ນທ້າວ ສົມ​ຊາຍ ສະ​ວັນນະ​ຮັກ ຈາກ​ສູນພັດທະນາ​ສີມື​ແຮງ​ງານນະຄອນຫລວງ​ວຽງ​ຈັນ ແລະ ສາຂາ​ວິຊາ​ຊ່າງ​ຈອດ​ໂລຫະ ຫລຽນ​ຄຳໄດ້ແກ່ທ້າວ ​ເມັ່ງ​ຢ່າງ ​ແສງ​ດາວ ຈາກ​ວິທະຍາ​ໄລ​ເຕັກ​ນິກລາວ-​ເຢຍລະ​ມັນ, ຫລຽນ​ເງິນ​ແມ່ນທ້າວ ພິດ ສຸ​ນິກອນ ຈາກ​ວິ​ທະຍາ​ໄລ​ເຕັກນິກ​-ວິຊາ​ຊີບ​ຫລວງ​ພະ​ບາງ ແລະ ຫລຽນ​ທອງ​ແມ່ນນາງ ພິນ ລໍ​ວັນ​ຄຳ ຈາກ​ວິ​ທະຍາ​ໄລ​ເຕັກນິກ​-ວິຊາ​ຊີບ​ຫລວງ​ພະ​ບາງ.

​ ນັກ​ແຂ່ງຂັນ​ແຕ່ລະສາຂາ​ຊ່າງທີ່​ໄດ້​ຫລຽນ​ຄຳ, ຫລຽນເງິນ ແລະ ຫລຽນທອງ ແມ່ນ​ໄດ້​ຮັບ​ເງິນສົດ 3 ລ້ານ, 2 ລ້ານ ແລະ 1 ລ້ານ​ກີບ, ພ້ອມ​ທັງ​ໄດ້​ຮັບ​ໃບ​ຢັ້ງຢືນ​ການ​ເຂົ້າ​ຮ່ວມ​ແຂ່ງຂັນ​ສີມື​ແຮງ​ງານ​ແຫ່ງ​ຊາດ​ຄັ້ງ​ທີ III.

ລາວ​ສຳ​ເລັດ​ການ​ແຂ່ງ​ຂັນ​ສີມື​ແຮງ​ງານ​ແຫ່ງ​ຊາດຄັ້ງ​ທີ 3 ເລືອກໄດ້ 21 ຄົນ - 5 - ລາວ​ສຳ​ເລັດ​ການ​ແຂ່ງ​ຂັນ​ສີມື​ແຮງ​ງານ​ແຫ່ງ​ຊາດຄັ້ງ​ທີ 3 ເລືອກໄດ້ 21 ຄົນ
ລາວ​ສຳ​ເລັດ​ການ​ແຂ່ງ​ຂັນ​ສີມື​ແຮງ​ງານ​ແຫ່ງ​ຊາດຄັ້ງ​ທີ 3 ເລືອກໄດ້ 21 ຄົນ - 3 - ລາວ​ສຳ​ເລັດ​ການ​ແຂ່ງ​ຂັນ​ສີມື​ແຮງ​ງານ​ແຫ່ງ​ຊາດຄັ້ງ​ທີ 3 ເລືອກໄດ້ 21 ຄົນ
ລາວ​ສຳ​ເລັດ​ການ​ແຂ່ງ​ຂັນ​ສີມື​ແຮງ​ງານ​ແຫ່ງ​ຊາດຄັ້ງ​ທີ 3 ເລືອກໄດ້ 21 ຄົນ - 4 - ລາວ​ສຳ​ເລັດ​ການ​ແຂ່ງ​ຂັນ​ສີມື​ແຮງ​ງານ​ແຫ່ງ​ຊາດຄັ້ງ​ທີ 3 ເລືອກໄດ້ 21 ຄົນ