ບາງເລື່ອງທີ່ໜ້າຮູ້ຂອງຊັອກໂກແລັດ
ຫລາຍຄົນຮູ້ວ່າຊັອກໂກແລັດແມ່ນຂອງຫວານທີ່ແຊບ, ແຕ່ຍັງມີອີກຫລາຍເລື່ອງທີ່ທ່ານອາດຍັງບໍ່ຮູ້ກ່ຽວກັບຊັອກໂກແລັດ.
– ສຳລັບຊົນເຜົ່າໂອລແມັກ (Oimec) ຢູ່ທາງພາກໃຕ້ຂອງປະເທດແມັກຊິກ ເມື່ອ 1.000 ປີ ກ່ອນ ຄ.ສ ພວກເຂົາກິນຊັອກໂກແລັດແທນເຂົ້າ.
– ກ່ອນຈະກາຍມາເປັນເຂົ້າໜົມລາຄາແພງໃນປະຈຸບັນ ໃນອະດີດແກ່ນໂກໂກ້ທີ່ເອົາມາເຮັດຊັອກໂກແລັດເຄີຍຖືກໃຊ້ແທນເງິນຕາໂດຍຊົນເຜົ່າແອຊເທັກມາຍາໃນອາເມລິກາໃຕ້.
– ຊັອກໂກແລັດຖືກເຮັດເປັນທ່ອນອອກມາຈຳໜ່າຍແຈກຢາຍເປັນເທື່ອທຳອິດໃນປີ 1700 ໂດຍແມ່ຊີຄົນແມັກຊິກກັນທີ່ສ້າງສັນການເຮັດຊັອກໂກແລັດທ່ອນຂຶ້ນມາ ເພື່ອຂາຍຫາເງິນທຶນໃຫ້ແກ່ອາລາມຂອງພວກນາງ.
– ຊັອກໂກແລັດມີລົດຊາດທີ່ແຕກຕ່າງກັນໃນໂຕຂອງມັນເອງບໍ່ໄດ້ມີແຕ່ 10 ຫລື 50 ລົດຊາດ, ແຕ່ມີຫລາຍເຖິງ 500 ລົດຊາດ ບໍ່ໜ້າແປກໃຈທີ່ມັນຈຶ່ງແຊບໄດ້ຂະໜາດນັ້ນ ແມ່ນແຕ່ວານິລລາ ຫລື ສະຕໍເບີຣີກໍທຽບບໍ່ໄດ້.
– ຄົນໂປໂລຍຈະເອົາຊັອກໂກແລັດຕິດໂຕໄປນຳໃນລະຫ່ວາງການຝຶກອົບຮົມ ເຊິ່ງຖືວ່າສະຫລາດຫລາຍ ເພາະມັນຊ່ວຍເພີ່ມພະລັງງານໃຫ້ຢ່າງທັນໃຈ.
– ຊັອກໂກແລັດກັບມາສູ່ຄວາມນິຍົມຢ່າງແຜ່ຫລາຍອີກເທື່ອໜຶ່ງໃນປີ 1879 ເມື່ອ ແດນຽນ, ປີເຕີ ແລະ ອອງຣີ ເນສເລ່ ຜະລິດຊັອກໂກແລັດນົມອອກສູ່ຕະຫລາດໂລກ ແລະ ໃນປີດຽວກັນ ຣູດອຟ ລິນ (Rudolphe Lindt) ກໍນຳເອົາຂະບວນການທີ່ເອີ້ນວ່າ Conching ມາໃຊ້ ເຊິ່ງເຮັດໃຫ້ຊັອກໂກແລັດແຫລວ, ນຸ້ມນວນ ແລະ ມື່ນຄໍຂຶ້ນກ່ວາເກົ່າ.