ກອງປະຊຸມ​ເຊື່ອມ​ຊຶມ​ລັດຖະບັນຍັດ​ການ​ໃຫ້​ອະ​ໄພ​ຍະ​ໂທດ

ກອງປະຊຸມ​ເຊື່ອມ​ຊຶມ​ລັດຖະບັນຍັດ​ການ​ໃຫ້​ອະ​ໄພ​ຍະ​ໂທດ - meeting - ກອງປະຊຸມ​ເຊື່ອມ​ຊຶມ​ລັດຖະບັນຍັດ​ການ​ໃຫ້​ອະ​ໄພ​ຍະ​ໂທດ
ກອງປະຊຸມ​ເຊື່ອມ​ຊຶມ​ລັດຖະບັນຍັດ​ການ​ໃຫ້​ອະ​ໄພ​ຍະ​ໂທດ - kitchen vibe - ກອງປະຊຸມ​ເຊື່ອມ​ຊຶມ​ລັດຖະບັນຍັດ​ການ​ໃຫ້​ອະ​ໄພ​ຍະ​ໂທດ

ກອງປະຊຸມ​ເຊື່ອມ​ຊຶມ ລັດຖະບັນຍັດ ວ່າ​ດ້ວຍ​ການ​ອະ​ໄພ​ຍະ​ໂທດ ​​ໄດ້​ຈັດ​ຂຶ້ນ​ໃນວັນ​ທີ 9 ເມສານີ້ ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງທ່ານ ສອນ​​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ, ປະທານ​ຄະນະ​ກຳມະການ​ອະ​ໄພ​ຍະ​ໂທດລະດັບ​ຊາດ ເຊິ່ງມີຜູ້ຕາງໜ້າ​ຈາກ​ແຂວງ-​ນະຄອນຫຼວງວຽງຈັນ ​ແລະ ກະຊວງ​ຕ່າງໆ​ເຂົ້າຮ່ວມ​ນຳ​ດ້ວຍ.

ກອງ​ປະຊຸມ​​ໄດ້​ພ້ອມ​ກັນ​ເຊື່ອມ​ຊຶມ​ເນື້ອ​ໃນ​ລັດຖະບັນຍັດຂອງ​ປະທານ​ປະ​ເທດ ວ່າ​ດ້ວຍ​ການ​ອະ​ໄພ​ຍະ​ໂທດ ​ແລະ ບັນດາ​ນິຕິ​ກຳ​ທີ່​ກ່ຽວຂ້ອງ​ກັບ​ການ​ອະ​ໄພ​ຍະ​ໂທດ, ​ແລກປ່ຽນຄຳ​ຄິດ​ຄຳ​ເຫັນ​ ເພື່ອສ້າງ​ຄວາມ​ຮັບ​ຮູ້ ​ແລະ ​ເປັນ​ເອກະ​ພາບ​ໃນ​ການຈັດຕັ້ງປະຕິບັດ​ລັດຖະບັນຍັດ​ດັ່ງກ່າວ.

ກອງປະຊຸມ​ເຊື່ອມ​ຊຶມ​ລັດຖະບັນຍັດ​ການ​ໃຫ້​ອະ​ໄພ​ຍະ​ໂທດ - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມ​ເຊື່ອມ​ຊຶມ​ລັດຖະບັນຍັດ​ການ​ໃຫ້​ອະ​ໄພ​ຍະ​ໂທດ
ກອງປະຊຸມ​ເຊື່ອມ​ຊຶມ​ລັດຖະບັນຍັດ​ການ​ໃຫ້​ອະ​ໄພ​ຍະ​ໂທດ - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມ​ເຊື່ອມ​ຊຶມ​ລັດຖະບັນຍັດ​ການ​ໃຫ້​ອະ​ໄພ​ຍະ​ໂທດ

​​ໃນ​ຕອນ​ທ້າຍ​ກອງ​ປະຊຸມ, ທ່ານ ສອນ​ໄຊ ສີ​ພັນ​ດອນ ​ໄດ້​ມີ​ຄຳ​ເຫັນ​ວ່າ: ຜົນສໍາເລັດຂອງ​ກອງ​ປະຊຸມ​ເທື່ອນີ້ເປັນພຽງຂັ້ນຕົ້ນເທົ່ານັ້ນ ເພາະວ່າວຽກງານອະໄພຍະໂທດ ແມ່ນວຽກງານນະໂຍບາຍດ້ານມະນຸດສະທຳຂອງພັກ ​ແລະ ລັດຖະບານ, ແມ່ນພາລະບົດບາດ, ສິດ ແລະ ໜ້າທີ່ຂອງປະທານປະເທດທີ່ກຳນົດໄວ້ໃນມາດຕາ 67 ຂໍ້ 12 ຂອງລັດຖະທໍາມະນູນແຫ່ງ ສປປ ລາວ ​ວ່າດ້ວຍການໃຫ້ອະໄພຍະໂທດສະບັບທຳອິດ ທີ່ໄດ້ຮັບຮອງ ແລະ ລົງນາມຈາກປະທານປະເທດຢ່າງ​ເປັນ​ທາງ​ການ ຊຶ່​ງ​ເປັນນິຕິກຳທາງດ້ານກົດໝາຍທີ່ສຳຄັນ, ເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຄົ້ນຄວ້າ ສະເໜີໃຫ້ອະໄພຍະໂທດ ​ເນື່ອງ​ໃນ​ໂອກາດ​ວັນຊາດ​ທີ 2 ທັນວາຂອງແຕ່ລະປີ. ຍ້ອນເຫັນໄດ້ຄວາມສໍາຄັນດັ່ງກ່າວ, ຄະນະກໍາມະການອະໄພຍະໂທດລະດັບຊາດ ຈຶ່ງໄດ້ຈັດ​ກອງ​ປະ​ຊຸມນີ້​ຂຶ້ນ ​ເພື່ອ​ພ້ອມກັນມາເຊື່ອມຊຶມ ​ແລະ ສ້າງຄວາມເຂົ້າໃຈ​ເປັນ​ເອກະ​ພາບ ​ໃນ​ການຈັດຕັ້ງປະຕິບັດຕົວ​ຈິງ. ພ້ອມ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຍັງ​ໄດ້ຮຽກຮ້ອງ​ໃຫ້ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ ຄື:

  1. ຕ້ອງ​ກຳ​ແໜ້ນ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ-ລັດ, ກຳ​ແໜ້ນລັດຖະທຳ​ມະນູນ ​ແລະ ກົດໝາຍ​ ເປັນຕົ້ນ​ແມ່ນ​ເນື້ອ​ໃນ​ຂອງ​ລັດຖະບັນຍັດ​ຂອງ​ປະທານ​ປະ​ເທດ ​ໂດຍ​ຈັດ​ຕັ້ງ​ໂຄສະນາ​ເຜີ​ຍ​ແຜ່​​ຢ່າງ​ທົ່ວ​ເຖິງ ​ແລະ ຈັດ​ຕັ້ງ​ປະຕິບັດ​ຢ່າງ​ຖືກຕ້ອງ.
  2. ປະຕິບັດ​ລະບອບເຮັດ​ວຽກລວມສູນເປັນ​ເອກະ​ພາບ, ​ເປັນໝູ່ຄະນະ, ຮັບປະກັນ​ຄວາມ​ຖືກຕ້ອງ, ຍຸຕິ​ທຳ, ໂປ່​ງ​ໃສ ​ແລະ ທັນ​ເວລາ, ມີ​ການ​ລາຍ​ງານ​ຂໍ​ຄຳ​ເຫັນ ​ແລະ ສະຫຼຸບຖອດ​ຖອນ​ບົດຮຽນ​ເປັນ​ປົກກະຕິ.
  3. ຕ້ອງ​ຮັບປະກັນ​ກົນ​ໄກ​ປະສານ​ສົມທົບ​ຢ່າງ​ກົມກຽວລະຫວ່າງ​ສາຍ​ຕັ້ງ​, ສາຍ​ຂວາງ, ​ເຮັດ​ໃຫ້​ວຽກງານ​ອະ​ໄພ​ຍະ​ໂທດ​ໄດ້​ຮັບ​ຜົນສຳ​ເລັດ​​ເປັນ​ຢ່າງ​ດີ, ຜ່ານ​ການຈັດ​ຕັ້ງ​ປະຕິບັດ ຕ້ອງ​ມີ​ການ​ຕິດຕາມ​ກວດກາ ​ແລະ ປະຕິບັດ​ນະ​ໂຍບາຍ​ຍ້ອງຍໍ​ຊົມ​ເຊີຍ​ບຸກຄົນ, ການຈັດ​ຕັ້ງທີ່​ປະຕິບັດໜ້າທີ່ສຳ​ເລັດ​ຜົນ ແລະ ດີ​ເດັ່ນ. ພ້ອມ​ນັ້ນ ​ຕ້ອງ​ສຳຫຼວດກວດກາ​ບຸກຄົນ ​ແລະ ການຈັດ​ຕັ້ງ​ທີ່​ບໍ່ສຳ​ເລັດໜ້າທີ່.
  4. ບັນ​ຫາ​ງົບປະມານ​ຮັບ​ໃຊ້​ວຽກງານ​ອະ​ໄພ​ຍະ​ໂທດ​ແມ່ນ​ຂຶ້ນກັບ​ຄວາມ​ຮັບຜິດຊອບ​ຂອງ​ບັນດາກະຊວງ, ອົງການ ​ແລະ ​ແຕ່ລະ​ທ້ອງ​ຖິ່ນຕາມ​ລະບຽບການ​​ເງິນ.
  5. ອົງການ​ໄອ​ຍະ​ການ​ປະຊາຊົນເປັນ​ໃຈກາງ ​ແລະ ​ເປັນ​ເສນາ​ທິການ​ໃຫ້​ແກ່​ຄະນະ​ກຳມະການ​ອະ​ໄພ​ຍະ​ໂທດລະດັບ​ຊາດ​ ກໍຄື​ຂັ້ນ​ທ້ອງ​ຖິ່ນ.
ກອງປະຊຸມ​ເຊື່ອມ​ຊຶມ​ລັດຖະບັນຍັດ​ການ​ໃຫ້​ອະ​ໄພ​ຍະ​ໂທດ - 3 - ກອງປະຊຸມ​ເຊື່ອມ​ຊຶມ​ລັດຖະບັນຍັດ​ການ​ໃຫ້​ອະ​ໄພ​ຍະ​ໂທດ
ກອງປະຊຸມ​ເຊື່ອມ​ຊຶມ​ລັດຖະບັນຍັດ​ການ​ໃຫ້​ອະ​ໄພ​ຍະ​ໂທດ - 5 - ກອງປະຊຸມ​ເຊື່ອມ​ຊຶມ​ລັດຖະບັນຍັດ​ການ​ໃຫ້​ອະ​ໄພ​ຍະ​ໂທດ
ກອງປະຊຸມ​ເຊື່ອມ​ຊຶມ​ລັດຖະບັນຍັດ​ການ​ໃຫ້​ອະ​ໄພ​ຍະ​ໂທດ - 4 - ກອງປະຊຸມ​ເຊື່ອມ​ຊຶມ​ລັດຖະບັນຍັດ​ການ​ໃຫ້​ອະ​ໄພ​ຍະ​ໂທດ