ເຈົ້າໜ້າທີ່​ລົງ​ກວດກາ​ລາຄາ​ສິນຄ້າ​ໃນ​​ຕະຫລາດ​ຕ່າງໆ

ເຈົ້າໜ້າທີ່​ລົງ​ກວດກາ​ລາຄາ​ສິນຄ້າ​ໃນ​​ຕະຫລາດ​ຕ່າງໆ - check - ເຈົ້າໜ້າທີ່​ລົງ​ກວດກາ​ລາຄາ​ສິນຄ້າ​ໃນ​​ຕະຫລາດ​ຕ່າງໆ
ເຈົ້າໜ້າທີ່​ລົງ​ກວດກາ​ລາຄາ​ສິນຄ້າ​ໃນ​​ຕະຫລາດ​ຕ່າງໆ - kitchen vibe - ເຈົ້າໜ້າທີ່​ລົງ​ກວດກາ​ລາຄາ​ສິນຄ້າ​ໃນ​​ຕະຫລາດ​ຕ່າງໆ

ວັນ​ທີ 11 ​ເມສານີ້, ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້ານະຄອນຫລວງ​ວຽງຈັນ ​ແລະ ​ເມືອງ ​ໄດ້​ລົງ​ກວດກາ​ສິນຄ້າ​ຕາມ​ທ້ອງ​ຕະຫລາດ​​ໃຫຍ່ຄື: ຕະຫລາດ​ຂົວ​ດິນ, ຕະຫລາດ​ອົດ​ຊີ, ຕະຫລາດ​ໂພນ​ຕ້ອງ ​ແລະ ອີກ​ຫລາຍ​ແຫ່ງຢູ່ ນະຄອນຫລວງ​ວຽງຈັນ, ​ເພື່ອ​ຮັບປະກັນ​ບໍ່​ໃຫ້​ແມ່​ຄ້າ​ຊາວ​ຂາຍສວຍ​ໂອກາດ​ຂຶ້ນລາຄາ​ສິນຄ້າ​​ໂດ​ຍລັງ​ພັງໃນ​ໄລຍະ​ບຸນ​ປີ​ໃໝ່ນີ້.

ຫົວໜ້າຫ້ອງການພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ນະຄອນຫລວງ​ວຽງຈັນ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ບຸນ​ສົງການ​ນີ້, ທາງ​ພະ​ແນ​ກພວກ​ເຮົາ​ຈະ​ໄດ້​ເພີ່ມ​ທະວີ ​ການ​ຄຸ້ມ​ຄອງ​ລາຄາ​ສິນຄ້າ​ບໍ່​ໃຫ້​ມີ​ການ​ສວຍ​ໂອກາດ​ຂຶ້ນລາຄາ​ຕາມ​ລຳພັງ, ​ໃນ​ນີ້ ​ໄດ້​ອອກ​ແຈ້ງ​ການ​ໃຫ້​ທາງ​ຈັດ​ສັນຕະຫລາດ​ແຫ່ງ​ຕ່າງໆເອົາ​ໃສ່​ກວດກາ​ຢ່າງ​ເປັນ​ປົກກະຕິ ​ແລະ ເນັ້ນ​ໃຫ້​ຕິດ​ຕັ້ງ​ຊິງ​ກາງ ​ເພື່ອ​ບໍ່​ໃຫ້​ມີ​ໂອການ​ລັກ​ໂລບ​ຕາຊິງ​ດັ່ງ​​ເຄີຍ​ມີ​ມາ, ທັງ​ນີ້​ເພື່ອ​ປົກ​ປ້ອງ​ຜູ້​ຊົມ​ໃຊ້​ໄດ້​ຮັບ​ຄວາມ​ຍຸຕິ​ທຳ ​ແລະ ຜ່ານ​ການ​ລົງ​ຕິດຕາມ​ດັ່ງກ່າວ​ເຫັນ​ວ່າ​ຕະຫລາດ​ຕ່າງໆ​ໄດ້​ເປັນ​ເຈົ້າ​ການ​ເອົາ​ໃຈ​ໃສ່​ໃນ​ການ​ຄວບ​ຄຸມ​ຄາ​ລາ​ສິນຄ້າ​ຕາມ​​ແຈ້ງ​ການ​ຂອງ​ພະ​ແນ​ກອຸດສາຫະກຳ-ການ​ຄ້າ​ໄດ້​ເປັນ​ຢ່າງ​ດີ, ແຕ່​ກໍ​ຍັງ​ພົບ​ວ່າ​ມີ​​ຊາວ​ຄ້າຂາຍ​ຈຳນວນໜຶ່ງ​ໄດ້​ນຳ​ເອົາ​ສິນຄ້າໝົດອາຍຸ ​ແລະ ອາຫານ​ທະ​ເລ​ທີ່​ມີ​ສານ​ເຈືອ​ປົນ​ມາ​ວາງ​ຂາຍ, ຊຶ່ງ​ທາງ​ເຈົ້າໜ້າທີ່ກໍ​ໄດ້​ຍຶດ ​ແລະ ປັບ​ໃໝຕາມ​ລະບຽບ, ​ແຕ່​ແນວ​ໃດ​ກໍ​ດີ, ສຳລັບ​ການ​ຕິດຕາມ​ຄຸ້ມ​ຄອງ​ລາຄາ​ສິນຄ້າ​ໃນ​ໄລຍະ​ບຸນ​​ສົງການ​ນີ້, ພວກ​ເຮົາ​ຈະ​ໄດ້​ລົງ​ກວດກາ​ເປັນ​ປະຈຳ, ພ້ອມ​​ນັ້ນ ກໍ​ໄດ້​ເປີດ​ສາຍ​ດ່ວນ 1625 ສຳລັບ​ຜູ້​ທີ່​ພົບ​ເຫັນ​ການ​ສວຍ​ໂອກາດ​ຂຶ້ນລາຄາ​ສິນຄ້າ​ ຫລື ​ໂກງ​ຕາຊິງ​ ສາມາດ​ໂທ​ໄດ້​ທຸກ​ເວລາ, ​ເພື່ອ​ຄວາມ​ເປັນ​ລະບຽບຮຽບຮ້ອຍ ​ແລະ ຍຸຕິ​ທຳ.

ເຈົ້າໜ້າທີ່​ລົງ​ກວດກາ​ລາຄາ​ສິນຄ້າ​ໃນ​​ຕະຫລາດ​ຕ່າງໆ - Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່​ລົງ​ກວດກາ​ລາຄາ​ສິນຄ້າ​ໃນ​​ຕະຫລາດ​ຕ່າງໆ
ເຈົ້າໜ້າທີ່​ລົງ​ກວດກາ​ລາຄາ​ສິນຄ້າ​ໃນ​​ຕະຫລາດ​ຕ່າງໆ - Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່​ລົງ​ກວດກາ​ລາຄາ​ສິນຄ້າ​ໃນ​​ຕະຫລາດ​ຕ່າງໆ
ເຈົ້າໜ້າທີ່​ລົງ​ກວດກາ​ລາຄາ​ສິນຄ້າ​ໃນ​​ຕະຫລາດ​ຕ່າງໆ - 3 - ເຈົ້າໜ້າທີ່​ລົງ​ກວດກາ​ລາຄາ​ສິນຄ້າ​ໃນ​​ຕະຫລາດ​ຕ່າງໆ
ເຈົ້າໜ້າທີ່​ລົງ​ກວດກາ​ລາຄາ​ສິນຄ້າ​ໃນ​​ຕະຫລາດ​ຕ່າງໆ - 4 - ເຈົ້າໜ້າທີ່​ລົງ​ກວດກາ​ລາຄາ​ສິນຄ້າ​ໃນ​​ຕະຫລາດ​ຕ່າງໆ
ເຈົ້າໜ້າທີ່​ລົງ​ກວດກາ​ລາຄາ​ສິນຄ້າ​ໃນ​​ຕະຫລາດ​ຕ່າງໆ - 5 - ເຈົ້າໜ້າທີ່​ລົງ​ກວດກາ​ລາຄາ​ສິນຄ້າ​ໃນ​​ຕະຫລາດ​ຕ່າງໆ