ADB ຄາດຈັງຫວະການຂະຫຍາຍໂຕເສດຖະກິດຂອງລາວຈະເພີ່ມສູງຂຶ້ນ 7,0% ໃນປີ 2019
ບົດລາຍງານສະບັບໃໝ່ຂອງທະນາຄານພັດທະນາອາຊີ (ເອດີບີ) ໃຫ້ຮູ້ວ່າ: ການຂະຫຍາຍໂຕທາງດ້ານເສດຖະກິດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຍັງຈະສືບຕໍ່ຮັກສາລະດັບການຂະຫຍາຍໂຕ ແລະ ຈະເພີ້ມສູງກວ່າເກົ່າໃນປີ 2019, ຂະນະທີ່ອັດຕາເງິນເຟີ້ກໍຈະເພີ່ມສູງຂຶ້ນເຊັ່ນກັນ.
ໃນບົດລາຍງານເສດຖະກິດປະຈຳປີອັນສຳຄັນຂອງເອດີບີທີ່ມີຊື່ວ່າການຄາດຄະເນການພັດທະນາຂອງອາຊີ 2018 ເອດີບີ ຄາດຄະເນວ່າການຂະຫຍາຍໂຕຂອງຍອດຜະລິດຕະພັນພາຍໃນ(GDP) ຂອງສປປລາວຈະບັນລຸໄດ້6,8% ໃນປີ2018ແລະເພີ່ມຂຶ້ນຮອດ7,0% ໃນປີ2019.
ທ່ານ ຢາຊຸຊິ ເນກິຊິ, ຜູ້ຕາງໜ້າເອດີບີປະຈຳສປປ ລາວ ກ່າວວ່າ“ເຖິງແມ່ນວ່າການເກືອດຫ້າມຂອງລັດຖະບານໃນການສົ່ງອອກໄມ້ທ່ອນ, ເພີ້ມເງື່ອນໄຂໃນການປ່ອຍສິນເຊື່ອທີ່ເຂັ້ມງວດຂຶ້ນ, ລາຄາແຮ່ທາດໃນຕະຫຼາດສາກົນທີ່ຫຼຸດລົງແລະຈຳນວນນັກທ່ອງທ່ຽວທີ່ຫລຸດລົງສປປ ລາວ ຍັງຮັກສາຈັງຫວະການຂະຫຍາຍໂຕຂອງຕົນໄວ້,ຊຶ່ງໄດ້ຮັບແຮງສະໜັບສະໜູນ ຈາກບັນດາໂຄງການພັດທະນາພື້ນຖານໂຄງລ່າງຂະໜາດໃຫຍ່, ການຜະລິດກະແສໄຟຟ້າທີ່ເພີ່ມຂຶ້ນ ແລະ ການຂະຫຍາຍໂຕໃນຂະແໜງບໍລິການຕ່າງໆ” ການຂະຫຍາຍໂຕຂອງຂະແໜງອຸດສາຫະກໍາທີ່ຫລຸດລົງຊຶ່ງເລີ່ມມາແຕ່ປີ 2017 ຍັງຄົງສືບຕໍ່ແຕ່ໄດ້ຮັບການຊົດເຊີຍຈາກການຂະຫຍາຍໂຕທີ່່ສູງຂຶ້ນເລັກໜ້ອຍໃນຂະແໜງການບໍລິການ. ບັນດາໂຄງການພະລັງງານໄຟຟ້າຈຳນວນໜຶ່ງຊຶ່ງປະຈຸບັນພວມຢູ່ໃນໄລຍະການກໍ່ສ້າງ ແລະ ຈະໄດ້ເລີ່ມທຳການຜະລິດໃນປີ 2019 ໂດຍສະເພາະແມ່ນເຂື່ອນໄຟຟ້າໄຊຍະບູລີທີ່ມີກໍາລັງການຜະລິດເຖິງ 1.300 ເມັກກາວັດຈະເຮັດໃຫ້ຂະແໜງອຸດສາຫະກໍາຫັນທິດທາງຈາກແນວໂນ້ມທີ່ຫຼຸດລົງ ມາເປັນການເພີ້ມຂຶ້ນ. ໃນຂະນະດຽວກັນຖ້າສະພາບອາກາດເອື້ອອຳນວຍຂະແໜງກະສິກໍາກໍຈະສືບຕໍ່ຂະຫຍາຍໂຕປະມານ 3% ແລະ ຄາດວ່າການຂະຫຍາຍໂຕຂອງຂະແຫນງບໍລິການຈະມີຄວາມເຂັ້ມແຂງຂຶ້ນຕື່ມໜ້ອຍໜຶ່ງຍ້ອນວ່າຈຳນວນນັກທ່ອງທ່ຽວເຂົ້າມາ ລາວອາດຈະດີຂຶ້ນກ່ອນປີຜ່ານມາ, ດ້ວຍແຮງສະໜັບສະໜູນຈາກການເປີດປີທ່ອງທ່ຽວລາວ 2018.
ໃນຂະນະທີ່ຈັງຫວະການຂະຫຍາຍໂຕ ຍັງສືບຕໍ່ຮັກສາໄວ້ອັດຕາເງິນເຟີ້ຄາດວ່າຈະຄົງຢູ່ທີ່ລະດັບ 2,0%-2,5%. ການຂາດດຸນບັນຊີຄາດວ່າຈະເພີ້ມຂື້ນເຖິງ 14,9% ຂອງຈີດີພີໃນປີ 2018, ຍ້ອນອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ, ລາຄານໍ້າມັນໃນຕະຫຼາດສາກົນເພີ້ມຂຶ້ນ ແລະການນໍາເຂົ້າເຄື່ອງກົນຈັກເພື່ອຮັບໃຊ້ໃນບັນດາໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່ໄດ້ເຮັດໃຫ້ລາຍຈ່າຍຈາກການນໍາເຂົ້າເພີ່ມຂຶ້ນ ໃນຂະນະທີ່ການຂະຫຍາຍໂຕຂອງການສົ່ງອອກຢູ່ໃນລະດັບປານກາງ.ເມື່ອໂຄງການພະລັງງານໄຟຟ້າໃຫມ່ເລີ່ມດໍາເນີນງານການສົ່ງອອກໄຟຟ້າແມ່ນຄາດວ່າຈະເພີ່ມຂຶ້ນໃນປີ2019 ແລະ ຈະເຮັດໃຫ້ການຂາດດຸນຂອງບັນຊີເດີນຈະຫລຸດລົງ ຢູ່ປະມານ 13,7% ຂອງຈີດີພີ.
ຄວາມສ່ຽງຈາກພາຍນອກຕໍ່ກັບການຄາດຄະເນເສດຖະກິດຂອງສປປລາວປະກອບມີການຫຼຸດລົງຢ່າງຫຼວງຫຼາຍໃນການຄ້າແລະຄວາມບໍ່ມີສະເຖຍລະພາບເພີ່ມຂຶ້ນໃນຕະຫລາດການເງິນຂອງໂລກຫຼືພາກພື້ນ ຈະເຮັດໃຫ້ເກີດຄວາມສ່ຽງທີ່ສູງຂຶ້ນ ໃນການສັງລວມການເງິນຂອງຕົນ ກໍຈະພາໃຫ້ມີຜົນກະທົບຕໍ່ຕວາມຫຍຸ້ງຫຍາກທາງດ້ານໜີ້ສິນພາຍໃຕ້ເງື່ອນໄຂທີ່ຄັງສຳຮອງເງິນຕາຕ່າງປະເທດເກືອບບໍ່ພໍແກ່ການນໍາເຂົ້າ.
ສິ່ງທ້າທາຍໃຫ້ແກ່ການພັດທະນາສໍາລັບປະເທດແມ່ນຄວາມບໍ່ສອດຄ່ອງກັນລະຫວ່າງທັກສະທີ່ຊາວຫນຸ່ມໄດ້ຮັບຈາກໂຮງຮຽນ ແລະ ທັກສະທີ່ຕ້ອງການໃນຕະຫຼາດແຮງງານ.
ທ່ານ ເນກິຊິ ກ່າວວ່າ “ລັດຖະບານໄດ້ມີຄວາມພະຍາຍາມຢ່າງຫຼວງຫຼາຍໃນການສ້າງວຽກເຮັດງານທໍາແລະສ້າງລາຍໄດ້ໃຫ້ແກ່ປະຊາຊົນໃນສປປລາວ” ທ່ານກ່າວຕືື່ມອີກວ່າ“ເພື່ອເຮັດໃຫ້ການເຕີບໂຕແບບທົ່ວເຖິງທີ່ເພີ່ມຂຶ້ນ,ລັດຖະບານຕ້ອງສືບຕໍ່ເພີ່ມທະວີິຄວາມພະຍາຍາມຂອງຕົນເພື່ອສະໜອງແຮງງານທີ່ມີສີມືເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ.”
ເອດີບີ, ມີສຳນັກງານໃຫຍ່ຕັ້ງຢູ່ໃນນະຄອນຫຼວງມະນີລາ, ມີຈຸດມຸ່ງໝາຍເພື່ອຫຼຸດຜ່ອນຄວາມທຸກຍາກໃນອາຊີແລະປາຊີຟິກໂດຍຜ່ານການຂະຫຍາຍໂຕທາງດ້ານເສດຖະກິດແບບທົ່ວເຖິງ, ການຂະຫຍາຍໂຕທີ່ຍືນຍົງຕໍ່ສິ່ງແວດລ້ອມແລະການເຊື່ອມໂຍງໃນພາກພື້ນ.