ອິນໂດເນເຊຍພົບວິກິດເຫລົ້າເຖື່ອນຄັ້ງໃຫຍ່
ຈຳນວນຜູ້ເສຍຊີວິດຈາກການກິນເຫລົ້າເຖື່ອນ ເພີ່ມເປັນຢ່າງໜ້ອຍ 90 ຄົນ ພາຍໃນໄລຍະເວລາພຽງ 2 ອາທິດ ຖືວ່າຮຸນແຮງທີ່ສຸດໃນຮອບຫລາຍປີ ແລະ ເຖິງຂັ້ນໜຶ່ງໃນເມືອງໃຫຍ່ຂອງປະເທດຕ້ອງປະກາດພາວະສຸກເສີນ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ ໃນວັນທີ 11 ເມສາວ່າ: ສຳນັກງານຕຳຫລວດແຫ່ງຊາດຂອງອິນໂດເນເຊຍອອກຖະແຫລງການໃນວັນທີ 10 ເມສາວ່າ: ຈຳນວນຜູ້ເສຍຊີວິດຈາກການບໍລິໂພກເຫລົ້າເຖື່ອນພາຍໃນໄລຍະເວລາພຽງ 2 ອາທິດຜ່ານມາ ມີຢ່າງໜ້ອຍ 90 ຄົນ ສ່ວນຫລາຍພົບຢູ່ນະຄອນຫລວງຈາກາຕາ, ແຂວງຊະວາຕາເວັນຕົກ ແລະ ແຂວງປາປົວທີ່ຢູ່ທາງຕາເວັນອອກຂອງປະເທດ ແລະ ຍັງມີຜູ້ປ່ວຍເຂົ້າຮັບການປິ່ນປົວຢູ່ໂຮງໝໍອີກຫລາຍສິບຄົນ.
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ສາມາດຈັບຜູ້ຕ້ອງສົງໄສໄດ້ແລ້ວ 9 ຄົນ ຖານມີສ່ວນພົວພັນກັບການລັກລອບຜະລິດ ແລະ ຈຳໜ່າຍເຫລົ້າເຖື່ອນ ແລະ ເຊື່ອວ່າຈະມີການຂະຫຍາຍຜົນໄດ້ອີກໃນໄວໆນີ້ ເພື່ອນຳໄປສູ່ປະຕິບັດການກວາດລ້າງຕໍ່ໄປ ໂດຍໜຶ່ງໃນຜູ້ຕ້ອງສົງໄສຮັບສາລະພາບວ່າ: ປະສົມຢາຂ້າຍຸງ ແລະ ເມທິລແອລກໍຮໍລົງໄປນຳ.
ຂະນະດຽວກັນ, ທາງການເມືອງບັນດຸງ ເຊິ່ງເປັນເມືອງເອກຂອງແຂວງຊະວາຕາເວັນຕົກ ແລະ ເປັນເມືອງໃຫຍ່ອັນດັບ 3 ຂອງອິນໂດເນເຊຍ ປະກາດພາວະສຸກເສີນຈາກເລື່ອງນີ້ແລ້ວ ເຊິ່ງສະຖານະການດັ່ງກ່າວຖືວ່າມີຄວາມຮຸນແຮງທີ່ສຸດນັບແຕ່ປີ 2016 ທີ່ສະຖິຕິຜູ້ເສຍຊີວິດຈາກການບໍລິໂພກເຫລົ້າເຖື່ອນມີ 36 ຄົນເທົ່ານັ້ນ.