ເພີ່ມພູມຕ້ານທານໃຫ້ລູກເມື່ອຕ້ອງຜ່າຕັດເກີດ
ປະຈຸບັນການຜ່າຕັດເກີດລູກມີອັດຕາສູງຂຶ້ນ ເນື່ອງຈາກຂໍ້ບົ່ງມະຕິທາງການແພດ ເຊັ່ນ : ລູກບໍ່ອ່ວາຍຫົວລົງ, ກ້າມຊີ້ນທີ່ຄວບຄຸມການກັ້ນຍ່ຽວກັ້ນອາຈົມນ້ອຍ ຫລື ແຄບເກີນໄປ, ເມື່ອເຖິງກຳນົດເກີດແລ້ວປາກມົດລູກບໍ່ເປີດແລະອື່ນໆ ເຊິ່ງຮູ້ຫລືບໍ່ວ່າ ລູກທີ່ເກີດໂດຍການຜ່າຕັດ ເຮັດໃຫ້ໂອກາດທີ່ຈະໄດ້ຮັບພູມຕ້ານທານຕັ້ງແຕ່ເກີດແຕກຕ່າງຈາກເດັກນ້ອຍທີ່ເກີດໂດຍວິທີທຳມະຊາດທີ່ໄດ້ຮັບພູມຕ້ານທານເພື່ອປ້ອງກັນການຕິດເຊື້ອ ແລະ ຊ່ວຍພັດທະນາລະບົບຕ້ານທານຕໍ່ພະຍາດຕ່າງໆໄດ້ ດັ່ງນັ້ນຫາກແມ່ທ່ານໃດເລືອກວິທີເກີດລູກໂດຍການຜ່າຕັດ ຫລື ຈຳເປັນຕ້ອງຜ່າຕັດເກີດລູກ ຢ່າລືມເລືອກຄືນພູມຕ້ານທານໃຫ້ລູກ ເຊິ່ງເຫດຜົນທີ່ຕ້ອງຄືນພູມຕ້ານທານໃຫ້ລູກນັ້ນມີຄວາມສຳຄັນຄື : ລູກທີ່ເກີດຈາກການຜ່າເກີດອາດມີໂອກາດເຈັບປ່ວຍຫລາຍຂຶ້ນເຖິງ 20% ເພາະລູກອາດຂາດໂອກາດໄດ້ຮັບພູມຕ້ານທານຕັ້ງແຕ່ໄລຍະເລີ່ມຕົ້ນຂອງຊີວິດ, ແຕ່ແມ່ກໍສາມາດຄືນພູມຕ້ານທານໃຫ້ກັບລູກໄດ້ໂດຍນຳ້ນົມແມ່ ທີ່ຖືວ່າເປັນໂພຊະນາການທີ່ດີີສຸດ ເຊິ່ງມີຈຸລິນຊີສຸຂະພາບ (ໂພຣໄບໂອຕິກ) ແລະ ອາຫານຂອງຈຸລິນຊີ (ພຣີໄອໂອຕິກ) ທີ່ເຮັດວຽກຮ່ວມກັນແບບ (ຊິນໄບໂອຕິກ) ສົ່ງເສີມພູມຕ້ານທານໃຫ້ກັບຄືນມາ.
ພູມຕ້ານທານໄລຍະທຳອິດແມ່ນຮາກຖານຂອງຊີວິດທີ່ສົ່ງຜົນຕໍ່ສຸຂະພາບໃນໄລຍະຍາວ ນັບແຕ່ກ້າວທຳອິດຂອງຊີວິດລູກ ພູມຕ້ານທານແມ່ນສິ່ງທີ່ແມ່ຕ້ອງໃຫ້ຄວາມສຳຄັນເປັນອັນດັບທຳອິດ ເພາະເປັນປັດໄຈທີ່ຈະສົ່ງຜົນຕໍ່ສຸຂະພາບໄລຍະຍາວຕະຫລອດຊີວິດຂອງລູກ ເຊິ່ງໄລຍະທີ່ດີສຸດທີ່ຈະສົ່ງເສີມລະບົບພູມຕ້ານທານໃຫ້ລູກແຂງແຮງ ບໍ່ເຈັບປ່ວຍງ່າຍ ເພື່ອຮອງຮັບທຸກພັດທະນາການ ແລະ ການຈະເລີນເຕີບໃຫຍ່ໃນອະນາຄົດ ຫາກພາດໂອກາດນີ້ໄປ ກໍບໍ່ສາມາດຍ້ອນເວລາກັບຄືນມາໄດ້ ເຊິ່ງການຜ່າຕັດເກີດລູກ ເຮັດໃຫ້ໂອກາດພັດທະນາພູມຕ້ານທານຂອງລູກລ່າຊ້າໃນໄລຍະທຳອິດຂອງຊີວິດ, ສ່ວນລູກທີ່ເກີດ ໂດຍວິທີທຳມະຊາດຈະໄດ້ຮັບຈຸລິນຊີສຸຂະພາບ ຫລື ໂພຣໄບໂອຕິກ ຜ່ານທາງຊ່ອງຄອດຂອງແມ່ ເຊິ່ງເປັນພູມຕ້ານທານຕັ້ງຕົ້ນໃນການພັດທະນາລະບົບພູມຕ້ານທານທີ່ດີ ຕ່າງຈາກເດັກທີ່ຜ່າຕັດເກີດທີ່ບໍ່ໄດ້ຮັບຈຸລິນຊີສຸຂະພາບ ເຮັດໃຫ້ລະບົບພູມຕ້ານທານພັດທະນາລ່າຊ້າ ຈຶ່ງເຮັດໃຫ້ມີໂອກາດເກີດການແພ້ອາຫານ ມີບັນຫາເລື່ອງການຕິດເຊື້ອ ແລະ ການປ່ວຍຈາກເຊື້ອໄວຣັສ ຫລື ແບັກທີເຣຍໄດ້ງ່າຍກ່ວາເດັກເກີດໂດຍວິທີທຳມະຊາດ ເຊິ່ງຫາກລູກບໍ່ໄດ້ຮັບການຄືນພູມຕ້ານທານຕັ້ງຕົ້ນນີ້ ກໍອາດເປັນອຸປະສັກຕໍ່ການພັດທະນາການໃນດ້ານຕ່າງໆຕໍ່ໄປ.
ວິທີເພີ່ມພູມຕ້ານທານໃຫ້ລູກແມ່ນການໃຫ້ລູກໄດ້ກິນນົມແມ່ ຢ່າງໜ້ອຍເປັນເວລາ 6 ເດືອນຫລັງເກີດ ໃນກໍລະນີທີ່ບໍ່ສາມາດກິນນົມແມ່ໄດ້ ຄວນປຶກສາແພດເພື່ອຂໍຄຳແນະນຳໃນການລ້ຽງລູກຢ່າງຖືກຕ້ອງ.