ເຊກອງຈະເອົາໃຈໃສ່ຄຸ້ມຄອງການບໍລິການພາຍຫລັງເປີດປີທ່ອງທ່ຽວ

ເຊກອງຈະເອົາໃຈໃສ່ຄຸ້ມຄອງການບໍລິການພາຍຫລັງເປີດປີທ່ອງທ່ຽວ - 27016939 1566572863412208 874812184 o - ເຊກອງຈະເອົາໃຈໃສ່ຄຸ້ມຄອງການບໍລິການພາຍຫລັງເປີດປີທ່ອງທ່ຽວ
ເຊກອງຈະເອົາໃຈໃສ່ຄຸ້ມຄອງການບໍລິການພາຍຫລັງເປີດປີທ່ອງທ່ຽວ - kitchen vibe - ເຊກອງຈະເອົາໃຈໃສ່ຄຸ້ມຄອງການບໍລິການພາຍຫລັງເປີດປີທ່ອງທ່ຽວ

ແຂວງເຊກອງ ຈະເອົາ ໃຈໃສ່ຄຸ້ມຄອງການບໍລິການ ຂອງບັນດາຮ້ານອາຫານ, ໂຮງແຮມ, ສະຖານທີ່ທ່ອງທ່ຽວຕ່າງໆ ໃຫ້ໄປຕາມ ລະບຽບທີ່ອໍານາດການປົກ ຄອງແຂວງ ກໍຄືລັດຖະບານ ໄດ້ວາງອອກ, ໂດຍຖືເອົາວຽກ ງານການ ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໃຫ້ມີການຂະຫຍາຍຕົວ ແລະ ເປີດກວ້າງ ການລົງທຶນທັງພາຍໃນ ແລະ ຕ່າງປະເທດ. ພາຍຫລັງເປີດ ປີ ທ່ອງທ່ຽວ 2018 ສະເພາະ ແຂວງ, ຄາດຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 50.000 ຄົນ.

 

ເຊກອງຈະເອົາໃຈໃສ່ຄຸ້ມຄອງການບໍລິການພາຍຫລັງເປີດປີທ່ອງທ່ຽວ - Visit Laos Visit SALANA BOUTIQUE HOTEL - ເຊກອງຈະເອົາໃຈໃສ່ຄຸ້ມຄອງການບໍລິການພາຍຫລັງເປີດປີທ່ອງທ່ຽວ

ເຊກອງຈະເອົາໃຈໃສ່ຄຸ້ມຄອງການບໍລິການພາຍຫລັງເປີດປີທ່ອງທ່ຽວ - 1 - ເຊກອງຈະເອົາໃຈໃສ່ຄຸ້ມຄອງການບໍລິການພາຍຫລັງເປີດປີທ່ອງທ່ຽວ

 

+ ເມືອງວາປີເປີດປີທ່ອງທ່ຽວລາວ ຕິດພັນກັບແຫລ່ງທ່ອງທ່ຽວແກ້ງກຸ-ປາກເສັດ

+ ເມືອງຄູນຄຳຈະຈັດງານບຸນປີໃໝ່ລາວ ພ້ອມກັບເປີດປີທ່ອງທ່ຽວຢູ່ຖ້ຳກອງລໍ

ທ່ານ ເຫລັກໄຫລ ສີວິໄລ ຮອງເຈົ້າແຂວງເຊກອງ ໃຫ້ຮູ້ ວ່າ: ອໍານາດການປົກຄອງ ແຂວງຈະຖືເອົາວຽກງານ ທ່ອງທ່ຽວ ເປັນຂະແໜງບູລິ ມະສິດໜຶ່ງເພື່ອຊຸກຍູ້ການ ພັດທະນາເສດຖະກິດ-ສັງຄົມ ໃຫ້ໄປຕາມ ທິດທ່ອງທ່ຽວສີ ຂຽວ ໂດຍໄດ້ກໍານົດເອົາທ່າ ແຮງການທ່ອງທ່ຽວດ້ານປະ ຫວັດສາດ, ວັດທະນະທໍາ, ທໍາມະຊາດ ແລະ ການທ່ອງ ທ່ຽວທາງ ດ້ານກະສີກໍາ-ຫັດ ຖະກໍາ ເປັນຍຸດທະສາດທີ່ສໍາ ຄັນ ເພື່ອດຶງດູດ ແລະ ຮອງຮັບ ນັກທ່ອງທ່ຽວທີ່ເຂົ້າມາ ທ່ຽວ ພາຍໃນແຂວງ. ສໍາລັບສະ ຖານ ທີ່ທ່ອງທ່ຽວ ທີ່ໄດ້ຮັບ ການພັດທະນາແລ້ວ ມີ 37 ແຫ່ງ. ໃນນັ້ນ, ມີບ່ອນທ່ອງ ທ່ຽວປະຫວັດສາດ 9 ແຫ່ງ, ວັດທະນະທໍາ 6 ແຫ່ງ, ທໍາມະ ຊາດ 19 ແຫ່ງ ແລະ ແຫລ່ງ ທ່ອງທ່ຽວກະສີກໍາ 3 ແຫ່ງ, ພ້ອມດຽວກັນນັ້ນ ກໍມີບັນດາ ໂຮງແຮມ, ເຮືອນພັກສາມາດ ຮອງຮັບແຂກໄດ້ຫລາຍ. ພ້ອມ ນີ້, ແຫລ່ງທ່ອງທ່ຽວທີ່ພົ້ນ ເດັ່ນ ຂອງແຂວງ ແລະ ໄດ້ຮັບ ການພັດທະນາແລ້ວມີນໍ້າຕົກ ຕາດແຝກ, ຕາດຫົວຄົນ, ຕາດ ເຮ້ຍ ແລະ ອື່ນໆ. ສ່ວນແຫລ່ງ ທ່ອງທ່ຽວທາງດ້ານກະສີກໍາ ທີ່ໄດ້ຮັບຄວາມນິຍົມກໍແມ່ນ ການປູກຜັກເປັນສິນຄ້າຢູ່ ບ້ານ ຫລັກຂາວ, ລີສອດກາເຟສີ ໜຸກ ທີ່ມີຊື່ສຽງ, ການປູກໜໍ່ໄມ້ ຫວານເປັນສິນຄ້າ , ພິເສດຢູ່ ເມືອງ ດາກຈຶງ ຍັງມີການສົ່ງ ເສີມປະຊາຊົນປູກໂສມ ທີ່ມີ ຄຸນນະພາບດີອັນເປັນເອກະລັກ ຂອງທ້ອງຖິ່ນ ແລະ ອື່ນໆ.

ທ່ານຮອງເຈົ້າແຂວງ ໃຫ້ ຮູ້ຕື່ມວ່າ: ແຂວງເຊກອງຍັງ ເປັນວົງແຫວນການທ່ອງທ່ຽວ ຢູ່ພາກໃຕ້ ເຊິ່ງເຫັນວ່າ ນັກທ່ອງ ທ່ຽວມາທ່ຽວ ແຂວງຈໍາປາ ສັກແລ້ວກໍສາມາດເຂົ້າມາ ທ່ຽວແຂວງເຊກອງໄດ້ນັບມື້ ຫລາຍຂຶ້ນ. ແຂວງເຊກອງໄດ້ ເປີດປີທ່ອງທ່ຽວລາວ ຜ່ານ ມາແລ້ວ 2 ຄັ້ງເຫັນໄດ້ວ່າ ສະ ຖິຕິນັກທ່ອງທ່ຽວມີຈໍານວນ ເພີ່ມຂຶ້ນໃນ ປີ 2012 ໄດ້ມີນັກ ທ່ອງທ່ຽວ 22 ພັນກວ່າ ຄົນ ແລະ ໃນປີ 2017 ມີນັກທ່ອງ ທ່ຽວເພີ່ມຂຶ້ນເປັນ 38 ພັນກວ່າ ຄົນ ມີລາຍຮັບເຖິງ 7 ລ້ານກວ່າ ໂດລາສະຫະລັດ; ໃນປີ 2018 ທາງແຂວງຄາດວ່າ ຈະມີລາຍ ຮັບຈາກການທ່ອງທ່ຽວ 8 ລ້ານກວ່າໂດລາສະຫະລັດ, ຮອດປີ 2020 ຄາດຈະສ້າງ ລາຍຮັບໄດ້ 16 ລ້ານກວ່າ ໂດ ລາສະຫະລັດ ແລະ ດຶງດູດ ນັກທ່ອງທ່ຽວໃຫ້ໄດ້ 82 ພັນ ກວ່າຄົນ.

 

ເຊກອງຈະເອົາໃຈໃສ່ຄຸ້ມຄອງການບໍລິການພາຍຫລັງເປີດປີທ່ອງທ່ຽວ - 27016939 1566572863412208 874812184 o - ເຊກອງຈະເອົາໃຈໃສ່ຄຸ້ມຄອງການບໍລິການພາຍຫລັງເປີດປີທ່ອງທ່ຽວ
(ພາບປະກອບ)

ເຊກອງຈະເອົາໃຈໃສ່ຄຸ້ມຄອງການບໍລິການພາຍຫລັງເປີດປີທ່ອງທ່ຽວ - 5 - ເຊກອງຈະເອົາໃຈໃສ່ຄຸ້ມຄອງການບໍລິການພາຍຫລັງເປີດປີທ່ອງທ່ຽວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!