ແຄນ ແລະ ສຽງແຄນຕິດພັນກັບຊີວິດສັງຄົມລາວ

ໂດຍ: ຊາຍພະເນຈອນ
ແຄນ ແລະ ສຽງແຄນ ລາວ ໄດ້ມີການຜູກພັນກັບຊີວິດ ສັງຄົມ ແລະ ວັດທະນະທໍາຂອງ ຊາດລາວຕະຫຼອດມາ, ເຊິ່ງຍາມ ໃດແຄນ ແລະ ສຽງແຄນກໍຍັງຕິດພັນຢູູ່ກັບຄົນລາວບັນດາ ເຜົ່າ ທຸກເພດທຸກໄວ ແລະ ທຸກຊັ້ນຄົນ, ມີຄວາມຜູກພັນສະໜິດ ແໜ້ນຢູ່ກັບຮີດຄອງປະເພນີ ວັດທະນະທໍາຂອງຊາດລາວ, ຄົນລາວບັນດາເຜົ່າຢ່າງເອກ ອ້າງທະນົງໃຈ.
+ ສວນວັດທະນະທຳຊຽງຄວນພວມໄດ້ຮັບການປັບປຸງ
+ ລາວສະເຫລີມສະຫລອງແຄນລາວເປັນມໍລະດົກໂລກຢ່າງຍິ່ງໃຫຍ່
ແຄນ ແມ່ນເຄື່ອງເສບຊະ ນິດໜຶ່ງໃນບັນດາເຄື່ອງດົນຕີພື້ນເມືອງຂອງລາວ, ເປັນເຄື່ອງເສບ ແບບກະທັດລັດເບົາບາງແຕ່ ຄົບ ຊຸດທາງດ້ານສຸ່ມສຽງສໍານຽງທີ່ຟັງອອນຊອນ ແລະ ມ່ວນ ຫູ, ເປັນເຄື່ອງດົນຕີປະຈໍາຕົວ (ບຸກຄົນ), ປະຈໍາຄອບຄົວ ແລະ ປະຈໍາໝູ່ບ້ານ. ນອກຈາກເປົ່າ ໃສ່ສຽງຂັບສຽງລໍາແລ້ວ ເພິ່ນ ຍັງເປົ່າໃສ່ການຮ້ອງເພງສາມັນ ເພື່ອສ້າງບັນຍາກາດເບີກບານ ມ່ວນຊື່ນໃນໂອກາດງານບຸນ ຕ່າງໆ ແລະ ໃຊ້ເປົ່າເພື່ອປິ່ນປົວ ຄົນເຈັບໄຂ້ໄດ້ປ່ວຍເຊັນ: ເປົ່າໃສ່ ໝໍເຢົາ, ເປົ່າໃສ່ ນາງທຽມ, ຜີໄທ້, ຜີພໍ່ຜີແມ່, ຜີນາງແຄນ ເຊິ່ງໄດ້ໃຊ້ ສຽງແຄນເປັນສື່ອັງເຊີນວິນຍານມາ ຊົງສິງຜູ້ຍິງທີ່ຟ້ອນ, ເປົ່າແຄນ ຫຼິ້ນເລາະບ້ານ, ບ່າວບ້ານໃຕ້ ໄປ ຫຼິ້ນສາວ ບ້ານເໜືອກໍເປົ່າແຄນ ເພື່ອສົ່ງສຽງແຄນເປັນການ ບອກຮັກຄວາມໃນໃຈຂອງຜູ້ເປົ່າ ເຖິງສາວຜູ້ທີ່ຕົນຮັກຫຼືເປົ່າໃນ ໂອກາດຜູ້ສາວລົງຄວ່າງເຂັນ ຝ້າຍ, ເມື່ອບ່າວສາວມັກຮັກກັນ ແລ້ວກໍຈະນໍາໃຊ້ແຄນນີ້ເພື່ອເປົ່າ ແຮ່ຂັນໝາກຂັນພູ(ແຫ່ເຂີຍ) ເຂົ້າພາຂວັນ, ການຄົບງັນກາງ ຄໍ່າຄືນມື້ອຸ່ນດອງ ແລະ ມື້ແຕ່ງ ດອງກໍຍັງນໍາມາໃຊ້ແຄນເປົ່າຄູ່ ກັບໝໍລໍາອີກ, ຍ້ອນວ່າ ສະໄໝ ກ່ອນເຄື່ອງດົນຕີຍັງບໍ່ທັນມີຫຼາຍ ແລະ ບໍ່ທັນເປີດກວ້າງກັບສາກົນ ຈຶ່ງມີພຽງແຕ່ແຄນ, ປີ່, ຊໍ ແຊ່ງ, ກອງຫາງ-ກອງຕຸ້ມ(ເຮັດດ້ວຍ ໜັງງົວ-ຄວາຍ)ແລະເຮັດໃຫ້ ຄົນ ລາວເຮົາໄດ້ໝູນໃຊ້ແຕ່ເຄື່ອງດົນ ຕີແບບພື້ນເມືອງລາວເດີມເຮົາ.
ນອກຈາກນັ້ນ, ເມື່ອຮອດ ຍາມເຮັດບຸນປະເພນີຕ່າງໆ, ກໍ ລ້ວນແຕ່ໄດ້ນໍາໃຊ້ແຄນ ແລະ ເຄື່ອງດົນຕີທີ່ກ່າວມານັ້ນມາ ເສບບັນເລງປະສານໃສ່ກັນ, ແຕ່ເຖິງ ຄາວຍາມໂສກເສົ້າກໍຄື ການລົ້ມຫາຍຕາຍຈາກກັນ ຈະບໍ່ເອົາແຄນມາເປົ່າ(ເວົ້າສະ ເພາະພິທີ)ແຕ່ສໍາລັບງັນພາຍ ຫຼັງເອົາຂອນຜີລົງເຮືອນແລ້ວ ຈຶ່ງຈະເອົາໝໍແຄນໝໍລໍາຂຶ້ນ ບ້ານງັນໄດ້. ແຄນຜູກພັນກັບຊີ ວິດ ແລະ ຮີດຄອງປະເພນີຂອງ ຄົນລາວ ເຮົາມາໂດຍຕະຫລອດ ແລະ ລັກສະນະຂອງແຄນທີ່ນໍາ ໃຊ້ຢູ່ໃນຊົນເຜົ່າລາວເຮົາໂດຍ ທົ່ວໆໄປ ແລ້ວມີແຄນລູກເຈັດ ລູກແປດທີ່ນິຍົມໃຊ້ກັນ. ແຄນ ລູກເຈັດແມ່ນມີລູກແຄນແຕ່ ຕ່ຳໄປຫາສູງ ເບື້ອງລະເຈັດລູກ, ສ່ວນແຄນລູກ ແປດແຕ່ລະເບື້ອງ ກໍຈະມີແປດລູກເຊິ່ງລູກແຄນ ແຕ່ລະຄູ່ກໍຈະມີຂະໜາດສັ້ນ- ຍາວຫຼຸດລື່ນກັນລົງໄປຕາມລໍາ ດັບຢ່າງງົດງາມ ແລະ ແຕ່ລະ ລູກແຄນຈະມີລີ້ນ ແຄນທີ່ເຮັດ ດ້ວຍທອງ ແລະ ເງິນສໍາລັບເປົ່າ ອອກສຽງທີ່ມີ ຂະໜາດຄື້ນສຽງ ຫຼຸດລື່ນກັນໄປຕາມລໍາດັບຂອງ ລູກແຄນ, ຄຸນນະພາບຂອງ ແຄນທີ່ເຮັດດ້ວຍລີ້ນເງິນຈະດີ ກວ່າ, ໃຊ້ງານໄດ້ ດົນກວ່າ ແລະ ເປົ່າອອກສຽງມ່ວນນິ້ມນວນ ກວ່າແຄນທີ່ເຮັດດ້ວຍລີ້ນທອງ. ເພາະສະນັ້ນ, ຜູ້ທີ່ມັກເປົ່າແຄນ ແລະ ນໍາໃຊ້ ແຄນເປັນດີຈະນິຍົມ ໃຊ້ແຕ່ແຄນທີ່ເຮັດດ້ວຍລີ້ນເງິນ ແລະ ຈະມີ ລາຄາສູງກວ່າ, ແຕ່ ກໍຄຸ້ມຄ່າທີ່ນໍາໃຊ້. ຢູ່ໃນຈິດສໍາ ນຶກຂອງຄົນບູຮານ, ຜູ້ເຖົ້າຜູ້ແກ່ ເພິ່ນນັບຖືແຄນຄືສິ່ງທີ່ສັກສິດ ເພິ່ນຈະບໍ່ຖິ້ມແຄນໄວ້ບ່ອນຕ່ຳຄື: ຫຼັງຈາກເປົ່າຫຼືໃຊ້ງານແລ້ວເພິ່ນຈະບໍ່ວາງໄວ້ບ່ອນຕໍ່າທີ່ຄົນຍ່າງ ຂ້າມຜ່ານໄປ-ມາໄດ້ ແລະ ຕ້ອງ ເອົາແຄນໄວ້ບ່ອນທີ່ສູງກໍຄື ຫ້ອຍແຄນໄວ້ເທິງຝາ, ເອົາໄວ້ ເທິງຮ້ານຫົວບ່ອນນອນ, ບໍ່ໃຫ້ ຍ່າງຂ້າມແຄນເດັດຂາດ, ໂດຍ ສະເພາະແຄນ ທີ່ເພິ່ນໃຊ້ເປົ່າ ໃຫ້ນາງທຽມ ແລະ ກ່ອນຈະ ເລືອກສຽງ ກໍຕ້ອງໄດ້ເປົ່າທົດ ລອງເພື່ອທຽບສຽງຂອງຜູ້ມາ ທຽມກໍຄືຜູ້ເປັນນາງທຽມ. ຢູ່ໃນ ເຜົ່າມົ້ງ ແລະ ກຶມມຸເພິ່ນກໍມັກຈະ ໃຊ້ແຄນເປົ່າໃນງານບຸນປະເພ ນີຕ່າງໆ ເໝືອນກັນ, ແຕ່ແຄນ ຂອງຊົນເຜົ່າມົ້ງຈະແຕກຕ່າງ ທາງດ້ານຮູບຮ່າງຂອງແຄນ ລາວທົ່ວໄປ, ຕາມທີ່ເຄີຍເຫັນ ຜ່ານມາຢູ່ໃນງານບຸນຂອງເຜົ່າມົ້ງເປັນຕົ້ນງານບຸນກິນຈຽງກໍ ຈະສັງເກດເຫັນແຄນຂອງເຜົ່າ ມົ້ງມີຮູບຮ່າງກົ່ງໆ ແລະ ລີລາ ໃນການເປົ່າແຄນເຜົ່າມົ້ງກໍຈະ ແຕກຕ່າງຈາກການເປົ່າແຄນ ລາວໂດຍທົ່ວໄປ.
ເຖິງຢ່າງໃດກໍຕາມ, ແຄນ ກໍຄືເຄື່ອງດົນຕີແບບພື້ນເມືອງ ອັນເປັນເອກກະລັກສະເພາະ ຂອງປະຊາຊົນລາວບັນດາເຜົ່າທີ່ມີຫົວຄິດປະດິດສ້າງໄດ້ປະດິດຄິດແຕ່ງເຄື່ອງດົນຕີປະເພດນີ້ ແບບກະທັດລັດເບົາບາງໂດຍບໍ່ໄດ້ນໍາໃຊ້ວັດຖຸອຸປະກອນຫຍັງ ຫຼາຍພໍເທົ່າໃດມາປະກອບເປັນ ແຄນແຕ່ກໍສາມາດມາເຮັດເປັນ ເຄື່ອງດົນຕີຮັບໃຊ້ສັງຄົມໄດ້ ແລະ ເຮັດໃຫ້ປະຊາຊົນລາວບັນດາ ເຜົ່າມີຄວາມພາກພູມໃຈເປັນ ຢ່າງຍິ່ງໂດຍໄດ້ສືບທອດກັນມາຈົນຮອດປັດຈຸບັນຈຶ່ງໄດ້ມີໜໍ່ ແໜງຊ່າງເຮັດແຄນເກີດຂຶ້ນ ຫຼາຍບ່ອນ, ມີໂຮງຮຽນສອນດົນ ຕີພື້ນເມືອງລາວໂດຍສະເພາະ ແມ່ນສອນເປົ່າແຄນເຮັດໃຫ້ມີ ເດັກນ້ອຍນັກຮຽນນັບແຕ່ເຍົາ ວະຊົນຮອດຊາວໜຸ່ມ, ມີທັງຍິງ ແລະ ຊາຍໄດ້ພາກັນມາຮຽນ ເປົ່າແຄນນັບມື້ເປັນຂະບວນ ກວ້າງຂວາງ ຈຶ່ງສັງເກດເຫັນ ວ່າ ແຄນລາວເຮົາໄດ້ກາຍ ເປັນ ດົນຕີທີ່ເປັນສີລິມຸງຄຸນ ແລະ ເປັນມິ່ງຂວັນຄູ່ບ້ານຄູ່ເມືອງມີຊື່ ສຽງໂດ່ງດັງຢູ່ໃນເວທີສາກົນ ເຮັດໃຫ້ຊາວຕ່າງຊາດມີຄວາມ ສົນໃຈ ແລະ ມັກຮັກສຽງແຄນ ລາວເຮົາ ຈຶ່ງຂໍສະໝັກຮຽນເປົ່າ ແຄນລາວເຮົາດ້ວຍຄວາມພາກ ພູມໃຈ ແລະ ປະທັບໃຈທີ່ສຸດ./.