ມາສເຕີ 7 ເອັຟຊີ ກຽມອຸ່ນເຄື່ອງກັບ ນະຄອນຫລວງ ຢູໄນເຕັດ ມື້ອື່ນ


ສະໂມສອນ ມາສເຕີ 7 ເອັຟຊີ ຈະລົງສະໜາມອຸ່ນເຄື່ອງກັບສະໂມສອນ ນະຄອນຫລວງ ຢູໄນເຕັດ ວັນທີ 20 ເມສາ 2018 ເວລາ 16:00 ໂມງ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນເປບຊີລາວ ພຣີເມຍລີກ 2018.
ອີງຕາມການໃຫ້ສໍາພາດຂອງທ່ານ ບຸນຖະໜອມ ສີຫາລາດ ຜູ້ຈັດການທີມສະໂມສອນ ມາສເຕີ 7 ເອັຟຊີ ວ່າ: ເພື່ອເປັນການກຽມຄວາມພ້ອມຂອງສະໂມສອນ ແລະ ນັກກິລາ ພາຍຫລັງທີ່ພັກການຫລິ້ນບຸນປີໃໝ່ລາວ ໃຫ້ມີຄວາມຟິດຢູ່ຕະຫລອດເວລາ. ນອກຈາກນັ້ນ ຍັງເຮັດໃຫ້ນັກກິລາແຕ່ລະຄົນຂອງພວກເຮົາໄດ້ຝຶກຊ້ອມໄປໃນຕົວ. ສໍາລັບການລົງສະໜາມອຸ່ນເຄື່ອງກັບສະໂມສອນ ນະຄອນຫລວງ ຢູໄນເຕັດ ຄັ້ງນີ້ ພວກເຮົາຈະໃຊ້ນັກກິລາຕົວສໍາຮອງລົງຫລິ້ນຫລາຍພໍສົມຄວນ ເພື່ອເຮັດໃຫ້ຕົວສໍາຮອງໄດ້ມີການຝຶກຊ້ອມ ແລະ ຄຸ້ນເຄີຍກັບສະໜາມໃຫ້ຫລາຍຂຶ້ນ ເພື່ອເຮັດໃຫ້ການລົງສະໜາມຕົວຈິງສາມາດສັບປ່ຽນຕໍາແໜ່ງກັນໄດ້, ໃນນັ້ນ ພວກເຮົາຍັງຈະໃຊ້ນັກກິລາຕົວຈິງລົງເພື່ອເປັນຕົວປ່ຽນເກມໃຫ້ແກ່ຕົວສໍາຮອງສາມາດຮູ້ເກມການຫລິ້ນໃນສະໜາມຕົວຈິງ ແລະ ສະໜາມສໍາຮອງ.
ສະໂມສອນ ມາສເຕີ 7 ເອັຟຊີ ຈັດຢູ່ອັນດັບທີ 3 ຂອງຕາຕະລາງຄະແນນ ຫລັງຈາກລົງສະໜາມ 5 ຄັ້ງ ຊະນະ 1 ຄັ້ງ ສະເໝີ 3 ຄັ້ງ ເສຍ 1 ຄັ້ງ ລວມມີ 6 ຄະແນນ.