ບໍລິສັດ ພູເບ້ຍ ມາຍນິງໄດ້ຮັບລາງວັນ ASEAN OSHNET

ບໍລິສັດ ພູເບ້ຍ ມາຍນິງໄດ້ຮັບລາງວັນ asean oshnet - phoubia get awads - ບໍລິສັດ ພູເບ້ຍ ມາຍນິງໄດ້ຮັບລາງວັນ ASEAN OSHNET
ບໍລິສັດ ພູເບ້ຍ ມາຍນິງໄດ້ຮັບລາງວັນ asean oshnet - kitchen vibe - ບໍລິສັດ ພູເບ້ຍ ມາຍນິງໄດ້ຮັບລາງວັນ ASEAN OSHNET

 ບໍລິສັດ ພູ້ເບ້ຍ ມາຍນິງ ຈຳກັດ (PBM)  ໄດ້ຮັບລາງວັນຄວາມເປັນເລີດດ້ານການຄຸ້ມຄອງສຸຂະພາບ ແລະ ຄວາມປອດໄພວິຊາຊີບ ອາຊຽນ ໃນກອງປະຊຸມເຄືອຂ່າຍສຸຂະພາບ ແລະ ຄວາມປອດໄພວິຊາຊີບ (OSHNET)  ອາຊຽນຄັ້ງທີ 19 ທີ່ສ່ຽມຣຽບ, ປະເທດ ກໍາປູເຈຍ ເຊິ່ງເປັນການຢັ້ງຢືນເຖີງການດໍາເນີນດ້ານຄວາມປອດໄພອັນພົ້ນເດັ່ນຂອງບໍລິສັດ.

ລາງວັນດັ່ງກ່າວສະໜັບສະໜູນໃຫ້ອາຊຽນ ບັນລຸວິໄສທັດດ້ານແຮງງານ ສໍາລັບການຊຸກຍູ້ໃຫ້ມີສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ການເຕີບໂຕທາງເສດຖະກິດ ໂດຍມີກໍາລັງແຮງງານທີ່ດຸໝັ່ນ, ມີຄວາມສາມາດ ແລະ ສາມາດແຂ່ງຂັນໄດ້.

ບໍລິສັດ ພູເບ້ຍ ມາຍນິງໄດ້ຮັບລາງວັນ asean oshnet - Visit Laos Visit SALANA BOUTIQUE HOTEL - ບໍລິສັດ ພູເບ້ຍ ມາຍນິງໄດ້ຮັບລາງວັນ ASEAN OSHNET

ລັດຖະບານລາວໄດ້ຄັດເລືອກບໍລິສັດ ພູເບ້ຍ ມາຍນິງ ໃຫ້ເປັນບໍລິສັດຕາງໜ້າປະເທດເຂົ້າຮ່ວມຊິງລາງວັນນີ້, ເຊິ່ງໝາຍຄວາມວ່າເປັນການຮັບຮູ້ເຖງການດໍາເນີນດ້ານຄວາມປອດໄພຂອງບໍລິສັດ ເພື່ອບັນລຸຜົນໄດ້ຮັບດ້ານຄວາມປອດໄພ ແລະ ສຸຂະພາບ.

ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດພູເບ້ຍມາຍນິງ ກ່າວວ່າ, “ບໍລິສັດຮູ້ສຶກເປັນກຽດທີ່ໄດ້ຮັບລາງວັນອັນຊົງກຽດນີ້ ໃນນາມສະພາບໍລິຫານຂອງບໍລິສັດ   ຂ້າພະເຈົ້າຂໍຂອບໃຈມາຍັງລັດຖະບານ ລາວ ທີ່ໄດ້ຄັດເລືອກບໍລິສັດເຂົ້າຮ່ວມຊິງລາງວັນນີ້, ແລະ ຂໍຂອບໃຈມາຍັງ ASEAN OSHNET ສໍາລັບການຮັບຮູ້ເຖີງຜົນງານຂອງພວກເຮົາ.

“ລາງວັນດັ່ງກ່າວຢັ້ງຢືນເຖິງຄວາມເປັນຮູບປະທໍາຂອງວັດທະນະທໍາດ້ານຄວາມປອດໄພຂອງບໍລິສັດ ແລະ ຢັ້ງຢືນວ່າບໍລິສັດ ພູເບ້ຍ ມາຍນິງເອົາໃຈໃສ່ຄວາມປອດໄພ, ສຸຂະພາບ ແລະ ຊີວິດເປັນຢູ່ຂອງພະນັກງານຕົນຢ່າງແທ້ຈິງ.

“ການຮັກສາຄວາມປອດໄພຂອງພະນັກງານແມ່ນຫຼັກການຕົ້ນຕໍ ທີ່ທຸກຄົນໃນບໍລິສັດເຊື່ອຖື ແລະ ປະຕິບັດຢ່າງຈິງຈັງ. ພວກເຮົາສ້າງຄວາມມຸ່ງໝັ້ນນີ້ ໂດຍມີການບັນລຸຜົນໄດ້ຮັບດ້ານຄວາມປອດໄພອັນພົ້ນເດັ່ນຢ່າງສະໝໍ່າສະເໝີ.

“ຜົນການດໍາເນີນດ້ານຄວາມປອດໄພຂອງພວກເຮົາຍັງສະທ້ອນເຖີງຄວາມມຸ່ງໝັ້ນ ເພື່ອບັນລຸຈຸດປະສົງດ້ານຄວາມປອດໄພໂດຍປາດສະຈາກການບາດເຈັບ, ຄວາມສໍາເລັດຂອງໂຄງການດ້ານຄວາມປອດໄພຕາມເປົ້າໝາຍຂອງພວກເຮົາ ເຊິ່ງສຸມໃສ່ຈຸດທີ່ມີຄວາມສ່ຽງ ແລະ ຕົວຊີ້ວັດດ້ານການນໍາພາ.”

ທ່ານ ຈັນເພັງ ກ່າວຕື່ມວ່າ: “ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງພະນັກງານທຸກຄົນ ຜູ້ທີ່ໄດ້ຊ່ວຍຮັບປະກັນໃຫ້ບໍລິສັດໄດ້ຮັບລາງວັນອັນຊົງກຽດນີ້. ໂດຍສະເພາະແມ່ນທີມຄຸ້ມຄອງຄວາມປອດໄພ ແລະ ການດໍາເນີນງານຂອງບໍລິສັດ ຢູ່ລາວ ສໍາລັບວິທີການຄຸ້ມຄອງຄວາມປອດໄພທີ່ສ້າງສັນ ແລະ ຫຼາຍຮູບການ ເຊິ່ງສືບຕໍ່ຮັບປະກັນໃຫ້ພະນັກງານກັບບ້ານຢ່າງປອດໄພ.”

ບໍລິສັດ ພູເບ້ຍ ມາຍນິງໄດ້ຮັບລາງວັນ asean oshnet - 3 - ບໍລິສັດ ພູເບ້ຍ ມາຍນິງໄດ້ຮັບລາງວັນ ASEAN OSHNET
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!