ເງື່ອນໄຂພາໃຫ້ເກີດມີວັນກໍາມະກອນສາກົນ
ຮຽບຮຽງໂດຍ: ສ.ສຸວັນນະລາດ.
ໃນທ້າຍສະຕະວັດທີ XVIII –XIX ຫຼາຍໆປະເທດໃນທະວີບເອີລົບ ແລະ ອາເມລິກາ ໄດ້ສໍາເລັດການໂຄ່ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ. ຍ້ອນຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການຕອບສະໜອງວັດຖຸ ແລະ ສິ່ງຂອງຕ່າງໆເຂົ້າໃນການຮັບໃຊ້ຊີວີດປະຈໍາວັນນັບມື້ສູງຂຶ້ນ, ແຕ່ບັນດາປະເທດເຫຼົ່ານັ້ນໃນເວລານັ້ນບໍ່ສາມາດຈະຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ ຈຶ່ງນໍາພາປະເທດຂອງຕົນກ້າວເຂົ້າສູ່ການຜະລິດແບບອຸດສະຫະກໍາ ໂດຍການສ້າງໂຮງຈັກ-ໂຮງງານຂຶ້ນຢູ່ຫຼາຍແຫ່ງ ແລະ ເຮັດໃຫ້ກໍາມະກອນໄດ້ມີການເຕີບໃຫຍ່ຂະຫຍາຍຕົວໄປພ້ອມໆກັບການຂະຫຍາຍຕົວທາງດ້ານການຜະລິດໃນສັງຄົມ ຈຶ່ງກາຍມາເປັນປະເທດນາຍທຶນຈົນເຖິງປະຈຸບັນ.
ໂດຍພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກໍາມະກອນຈຶ່ງຖືກກົດຂີ່ຂູດຮີດນັບມື້ໜັກໜ່ວງຂຶ້ນເຊິ່ງມັນໄດ້ສະແດງອອກຄື: ການອອກແຮງງານສຸດທີ່ລໍາບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພຂອງເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ, ນາຍທຶນກໍນັບມື້ເພີ່ມທະວີບັງຄັບຂົ່ມເຫັງໃຫ້ກໍາມະກອນອອກແຮງງານໂດຍບໍ່ມີເວລາພັກຜ່ອນມື້ໜຶ່ງເຮັດວຽກ 14-15ຊົ່ວໂມງ, ການອອກແຮງງານໜັກ ແຕ່ຄ່າແຮງງານພັດຕໍ່າ, ການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກບໍ່ດີ, ບໍ່ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ແລະ ນັບມື້ນັບຮຸນແຮງ ,ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານຈໍາເປັນຈຶ່ງໄດ້ຈັດຕັ້ງກັນເປັນກຸ່ມ-ເປັນຂະບວນລຸກຮື້ຂຶ້ນຕໍ່ສູ້ກັບພວກນາຍທຶນ ໂດຍທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງຂະບວນຕໍ່ສູ້ຄັ້ງທໍາອິດແມ່ນເກີດຂຶ້ນຢູ່ປະເທດອັງກິດໃນປີ 1764 ຍ້ອນວ່າອັງກິດໃນສະໄໝນັ້ນເປັນປະເທດທີ່ຂະຫຍາຍຕົວທາງດ້ານອຸດສະຫະກໍາໄວກວ່າໝູ່. ສະນັ້ນ, ເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນ, ເພື່ອນໍາພາກໍາມະກອນຕໍ່ສູ້ຕ້ານກັບພວກນາຍທຶນ ຈຶ່ງເຮັດໃຫ້ຊົນຊັ້ນກໍາມະກອນໃນປະເທດອັງກິດໄດ້ຈັດຕັ້ງ ອົງການກໍາມະບານ ເພື່ອເປັນຕົວແທນຂອງຕົນຂຶ້ນ. ຈາກນັ້ນ, ຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນ-ຊາວຜູ້ອອກແຮງງານນັບມື້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ວັນທີ 1ພຶດສະພາ 1886 ເປັນຄັ້ງທໍາອິດຢູ່ໃນຕົວເມືອງຊີກາໂກ ປະເທດອາເມລິກາ ທີ່ໄດ້ມີຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໄດ້ລຸກຮື້ຂຶ້ນຕໍ່ສູ້ ເພື່ອຮຽກຮ້ອງໃຫ້ພວກນາຍທຶນປະຕິບັດຕາມການສະເໜີຂອງກໍາມະກອນວ່າ: ແຕ່ນີ້ຕໍ່ໄປບໍ່ໃຫ້ກໍາມະກອນຜູ້ໃດເຮັດວຽກເກີນ 8ຊົ່ວໂມງຕໍ່ມື້, 8ຊົ່ວໂມງພັກຜ່ອນ ແລະ 8ຊົ່ວໂມງຮໍ່າຮຽນ ເຊິ່ງໃນມື້ນັ້ນ ແມ່ນໄດ້ມີກໍາມະກອນນັດຢຸດງານເຖິງ 5.000ແຫ່ງໃນຕົວເມືອງໃຫຍ່ຂອງປະເທດອາເມລິກາ ເຊັ່ນ: ນິວຢອກ, ບານຕິມໍ, ວໍຊິງຕັນ….ໂດຍມີຜູ້ເຂົ້າຮ່ວມເຖິງ 3 ແສນ 4 ໝື່ນຄົນ ໂດຍເລັ່ງທວງໃຫ້ພວກນາຍທຶນຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງກໍາມະກອນມື້ໜຶ່ງ 8ຊົ່ວໂມງ ແລະ ເຮັດໃຫ້ພວກນາຍທຶນສົມທົບກັບເຈົ້າໜ້າທີ່ຍິງປືນກວາດໃສ່ຂະບວນການປະທ້ວງເຮັດໃຫ້ມີຜູ້ເສຍຊີວິດ 9ຄົນ. ມາຮອດວັນທີ 5ພຶດສະພາ 1886 ພວກລູກແຫຼ້ງຕີນມືຂອງນາຍທຶນໄດ້ຂ້າກໍາມະກອນຕາຍອີກ 6ຄົນ, ບາດເຈັບ 50ຄົນ, ແຕ່ຂະບວນການຕໍ່ສູ້ຂອງກໍາມະກອນກໍຍັງບໍ່ຢຸດເຊົາ ຂະບວນແຫ່ປະທ້ວງຍິ່ງເພີ່ມທະວີກໍາລັງແຮງຂອງກໍາມະກອນຂຶ້ນຕື່ມອີກ ເຊິ່ງມີຜູ້ເຂົ້າຮ່ວມເຖິງ 15.000ຄົນ ເພື່ອຄັດຄ້ານການກະທໍາຂອງພວກນາຍທຶນ ແລະ ເຈົ້າໜ້າທີ່ກໍາອໍານາດ ຈຶ່ງເຮັດໃຫ້ກຸ່ມຄົນບໍ່ດີຂອງພວກນາຍທຶນແກ່ວງລະເບີດໃສ່ຂະບວນການປະທ້ວງເຮັດໃຫ້ເຈົ້າໜ້າທີ່ ເສຍຊີວິດ 2ຄົນ. ຕໍ່ກັບເຫດການດັ່ງກ່າວນັ້ນ, ພວກເຂົາໄດ້ຕູ່ຫາວ່າ ແມ່ນກໍາມະກອນເປັນຜູ້ແກ່ວງລະເບີດໃສ່ ແລະ ຈາກນັ້ນ ພວກເຂົາກໍໄດ້ຍິງປືນກວາດໃສ່ຂະບວນປະທ້ວງ ເຮັດໃຫ້ມີຜູ້ເສຍຊີວິດເປັນຈໍານວນຮ້ອຍໆຄົນ ແລະ ບາດເຈັບເປັນຈໍານວນຫຼວງຫຼາຍ, ຫຼາຍຄົນຖືກພວກເຂົາຈັບ ໃນນັ້ນ 5ຄົນຖືກປະຫານຊີວິດ.
ຈາກເຫດການຂອງວັນທີ1 ພຶດສະພາ 1886 ນັ້ນ, ໄດ້ກາຍເປັນກະແສຟອງອັນໃຫຍ່ຫຼວງ ແລະ ໄດ້ສ້າງແຮງບັນດານໃຈໄປຍັງຂະບວນການກໍາມະກອນຢູ່ທະວີບເອີລົບ ແລະ ທະວີບອາເມລິກາເປັນກໍາລັງໃຈໃຫ້ຂະບວນການຕໍ່ສູ້ຂອງກໍາມະກອນໂລກ, ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ເປັນວັນທີມີຄວາມໝາຍອັນສໍາຄັນໃຫຍ່ຫຼວງຂອງຊົນຊັ້ນກໍາມະກອນໃນຂະບວນການຕໍ່ສູ້ເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ. ຕໍ່ກັບເຫດການເປັນໄປຄືແນວນັ້ນ, ວັນທີ 14 ກໍລະກົດ ປີ 1889 ກອງປະຊຸມພັກກອມມູນິດສາກົນຄັ້ງທີ II ໄດ້ໄຂຂຶ້ນຢູ່ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ເຊິ່ງມີຜູ້ແທນເຂົ້າຮ່ວມທັງໝົດ 393 ຄົນ, ໃນນັ້ນ ມີຜູ້ແທນທີ່ມາຈາກ 22ປະເທດ ເອີລົບ, ອາເມລິກາ ແລະ ອາກຊັງຕິນ ເຊິ່ງໃນກອງປະຊຸມແມ່ນໄດ້ຜ່ານເນື້ອໃນທີ່ສໍາຄັນຄື: ຊົນຊັ້ນກໍາມະກອນສາມັກຄີຕໍ່ສູ້ເພື່ອປະຕິບັດຄໍາຂວັນ ມື້ໜຶ່ງເຮັດວຽກ 8ຊົ່ວໂມງ ແລະ ກໍານົດເອົາວັນທີີ 1ພຶດສະພາ 1886 ເປັນວັນກໍາມະກອນສາກົນ. ນັບແຕ່ນັ້ນມາ, ວັນທີ 1 ພຶດສະພາຂອງທຸກໆປີຈຶ່ງກາຍເປັນວັນບຸນປາງໃຫຍ່ຂອງຊົນຊັ້ນກໍາມະກອນໃນທົ່ວໂລກ. ສະເພາະຢູ່ ສປປ.ລາວເຮົາ ໃນທຸກໆປີຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ ເວົ້າລວມ, ເວົ້າສະເພາະກໍແມ່ນຢູ່ພາຍໃນນະຄອນຫຼວງວຽງຈັນ ກໍໄດ້ຈັດຕັ້ງງານໂຮມຊຸມນຸມໃຫຍ່ຂຶ້ນ ແລະ ຈັດກິດຈະກໍາຕ່າງໆຂຶ້ນເປັນຕົ້ນແມ່ນສ້າງຂວນການຍ່າງເພື່ອສຸຂະພາບ, ແຂ່ງຂັນກິລາປະເພດຕ່າງໆ, ສະແດງສິລະປະວັນນະຄະດີ, ສ້າງຂະບວນການອອກແຮງງານລວມ……ທັງນີ້ກໍເພື່ອລະນຶກເຖິງມູນເຊື້ອສາມັກຄີຕໍ່ສູ້ຂອງຊາວກໍາມະກອນ, ເພື່ອປົກປ້ອງສິດ-ຜົນປະໂຫຍດອັນຊອບທໍາຂອງກໍາມະກອນ ແລະ ຜູ້ອອກແຮງງານ, ເປັນການປົກປັກຮັກສາສັນຕິພາບໂລກ ແລະ ເປັນຂີດໝາຍອັນສໍາຄັນຂອງຊົນຊັ້ນກໍາມະກອນ.