ຂະແໜງພະລັງງານ-ບໍ່ແຮ່ ຈະປັບປຸງຫລາຍດ້ານເພື່ອສ້າງປະໂຫຍດສູງສຸດໃຫ້ຊາດ
ກະຊວງພະລັງງານ ແລະ ບໍ່ແຮ່, ຈະປັບປຸງຫລາຍດ້ານເພື່ອເປັນຫົວຈັກຫລັກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຫລັງຈາກເຫັນວ່າໄລຍະຜ່ານມາຍັງບໍ່ທັນຂຸດຄົ້ນທ່າແຮງຈາກຊັບພະຍາກອນຢ່າງເຕັມກໍາລັງເພື່ອສ້າງຜົນປະໂຫຍດໃຫ້ປະເທດຊາດ.
ບັນຫາດັ່ງກ່າວໄດ້ມີການລາຍງານຢູ່ກອງປະຊຸມສະຫລຸບວຽກງານປະຈໍາປີ 2017 ເມື່ອບໍ່ດົນມານີ້, ໂດຍທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງດັ່ງກ່າວ ໄດ້ຍົກໃຫ້ເຫັນວ່າ: ເພື່ອເປັນພື້ນຖານໃຫ້ແກ່ການປັບປຸງວຽກງານຄຸ້ມຄອງລັດໃນຂະແໜງຂອງຕົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງນັ້ນ, ໃນຕໍ່ໜ້ານີ້ຕ້ອງໄດ້ປັບປຸງຫລາຍດ້ານຄື: ເອົາໃຈໃສ່ດ້ານການເມືອງ-ແນວຄິດຂອງສະມາຊິກພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ, ເພີ່ມທະວີວຽກງານກວດກາ ແລະ ປັບປຸງແບບແຜນການນຳພາຂອງຄະນະພັກຢ່າງເດັດຂາດ ເພື່ອເຮັດໃຫ້ທົ່ວອົງຄະນະພັກມີຄວາມປອດໃສເຂັ້ມແຂງ ແລະ ໜັກແໜ້ນ. ສຸມໃສ່ແກ້ໄຂບັນຫາຕ່າງໆຢູ່ໃນຂອບເຂດຄວາມຮັບຜິດຊອບ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂວິກິດການການເງິນລວມຂອງຊາດ, ເຊິ່ງຈະສ້າງເປັນແຜນລະອຽດໃນການພັດທະນາໂດຍມີການວິໄຈ-ວິເຄາະຜົນໄດ້ຜົນເສຍຄັກແນ່ ເຊັ່ນ: ຈະເຮັດຫຍັງ ? ຢູ່ໃສ ? ເວລາໃດ ? ເຮັດກັບໃຜ ? ເພື່ອຈຸດປະສົງຫຍັງ ? ຮູບແບບການລົງທຶນຈະເຮັດແນວໃດ ? ເພື່ອຮັບປະກັນໃຫ້ປະເທດຊາດໄດ້ຮັບຜົນປະໂຫຍດສູງສຸດ, ເຊຶ່ງຈະຕ້ອງເລືອກເອົາຜູ້ທີ່ຈະມາພັດທະນາ ຫລື ລົງທຶນ ຕ້ອງແມ່ນມືອາຊີບ, ມີຄວາມຊຳນິຊຳນານ, ມີທຶນຮອນ, ມີເຕັກນິກວິທະຍາສາດ, ວິທະຍາການສູງ, ສືບຕໍ່ແກ້ໄຂສະພາບຄວາມຫຍຸ້ງຍາກໃນການພັດທະນາວຽກງານໄຟຟ້າໃຫ້ຫລຸດລົງເທື່ອລະກ້າວ, ໂດຍຈະສຸມໃສ່ປັບປຸງແຜນການພັດທະນາ ໃຫ້ລະອຽດຊັດເຈນ, ພ້ອມທັງສົມທົບຢ່າງແໜ້ນລະຫວ່າງການພັດທະນາແຫລ່ງຜະລິດກະແສໄຟຟ້າກັບການພັດທະນາລະບົບສາຍສົ່ງ-ສະຖານີ ແລະ ການຕະຫລາດ, ຊຶ່ງປັດຈຸບັນໄດ້ມີແຜນເພື່ອສ້າງຕັ້ງບໍລິສັດຮ່ວມທຶນລະຫວ່າງລັດ ແລະ ເອກະຊົນ ເພື່ອກໍ່ສ້າງ ແລະ ຄຸ້ມຄອງບໍລິຫານສາຍສົ່ງຂຶ້ນສະເພາະ, ໂດຍຈະເລີ່ມຕົ້ນຢູ່ທາງເຂດພາກເໜືອ, ໂດຍຈະຮ່ວມມືລົງທຶນ ແລະ ພັດທະນາກັບຜູ້ລົງທຶນພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະກັບ ສປຈີນ ເພື່ອເປັນຜູ້ພັດທະນາວຽກງານສາຍສົ່ງແບບຄົບວົງຈອນ, ທັງນີ້ ກໍເພື່ອເປັນການຊ່ວຍຫລຸດຜ່ອນແບ່ງເບົາພາລະໜີ້ສິນຂອງລັດຖະບານ, ທັງຈະເຮັດໃຫ້ການພັດທະນາວຽກງານດັ່ງກ່າວມີຄວາມສະດວກ ແລະ ຂະຫຍາຍຕົວໄວຂຶ້ນ. ສຳລັບການພັດທະນາວຽກງານແຮ່ທາດ, ຊຶ່ງຜ່ານມາສ່ວນໃຫຍ່ແມ່ນການສົ່ງອອກແຮ່ທາດເຂັ້ມຂຸ້ນ ແລະ ຜູ້ລົງທຶນສ່ວນຫລາຍກໍແມ່ນບໍລິສັດນ້ອຍ, ທຶນຮອນບໍ່ຫລາຍ, ປະສົບການ ແລະ ເຕັກນິກໃນການພັດທະນາດ້ານນີ້ບໍ່ສູງ. ສະນັ້ນໃນຕໍ່ໜ້ານີ້, ຈະສຸມໃສ່ປັບປຸງຂອດປະສານສົມທົບລະຫວ່າງກະຊວງກ່ຽວຂ້ອງກັບບັນດາກະຊວງອື່ນໆ ແລະ ທ້ອງຖິ່ນໃຫ້ແໜ້ນແຟ້ນ ເພື່ອແກ້ໄຂຈຸດອ່ອນ ແລະ ຄວາມຫຍຸ້ງຍາກໃນໄລຍະຜ່ານມາໃຫ້ຕົກໄປ.
ກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ໃນປີຜ່ານມາ, ການຜະລິດໄຟຟ້າປະຕິບັດໄດ້ 31.550 ລ້ານກິໂລວັດໂມງ, ເກີນແຜນ 5%) ແລະ ມີເຂື່ອນໄຟຟ້າທີ່ສ້າງສໍາເລັດ ແລະ ກ້າວສູ່ການຜະລິດ 11 ແຫ່ງ, ລວມມີກໍາລັງຕິດຕັ້ງ 665,4 ເມກາວັດ, ສ່ວນການຜະລິດແຮ່ທາດປະຕິບັດໄດ້ 10.633 ຕື້ກີບເທົ່າກັບ 70,89% ຂອງແຜນການປີ, ເນື່ອງຈາກປະລິມານຜົນຜະລິດແຮ່ທາດສໍາຄັນຈໍານວນໜຶ່ງຫລຸດລົງ ເປັນຕົ້ນ: ແຮ່ຄໍາໂຄງການພູເບ້ຍ ແລະ ເຊໂປນ ທີ່ຈະມີແຜນການປິດບໍ່ໃນປີ 2020-2021 ສ່ວນການຈໍາໜ່າຍແຮ່ທັງໝົດສາມາດບັນລຸໄດ້ 1.357 ລ້ານໂດລາສະຫະລັດ, ເທົ່າກັບ 89,28% ຂອງແຜນການປີ ແລະ ແຮ່ທີ່ສົ່ງອອກຫລາຍກວ່າໝູ່ແມ່ນຝຸ່ນທອງ, ໂລຫະທອງ, ຄໍາ, ໂປຕາສ ແລະ ອື່ນໆ.