ພຶດຕິກຳເຮັດໃຫ້ທ່ານອາຍຸສັ້ນ
April 20, 2018 - 11:44 AM
- ສູບຢາ ແລະ ດື່ມສິ່ງມຶນເມົາ : ທັງ 2 ພຶດຕິກຳນີ້ສົ່ງຜົນຮ້າຍຕໍ່ອະໄວຍະວະພາຍໃນ ແລະ ພາຍນອກ, ປອດ ແລະ ຕັບ ເຮັດວຽກໜັກ ເຮັດໃຫ້ເຖົ້າໄວ ແລະ ສ່ຽງຕໍ່ການເປັນພະຍາດມະເຮັງນຳໄປສູ່ການເສຍຊີວິດກ່ອນໄວອັນຄວນ.
- ເສບຕິດລົດຊາດເຄັມ : ມີວຽກງານວິໄຈພົບວ່າຄົນທີ່ມັກກິນອາຫານເຄັມຈະມີອັດຕາການເປັນພະຍາດມະເຮັງສູງກ່ວາຄົນທີ່ກິນອາຫານລົດຊາດຈືດ.
- ນອນເດິກ : ຍ້ອນວ່າການນອນເດິກເຮັດໃຫ້ບໍ່ມີຮໍໂມນຕ້ານພະຍາດມະເຮັງຫລັ່ງອອກມາ ຫລື ຫລັ່ງອອກມາໜ້ອຍເກີນໄປ ແລະ ສ່ຽງຕໍ່ການເປັນພະຍາດອື່ນໆ ດັ່ງຄວາມດັນເລືອດສູງ, ໄຂມັນສູງ ແລະ ຕຸ້ຍ ເນື່ອງຈາກຄົນນອນເດິກມັກຈະຫິວ ແລະ ຕ້ອງຫາອາຫານມາກິນ ເຊິ່ງບໍ່ເປັນຜົນດີຕໍ່ສຸຂະພາບແນ່ນອນ.
- ເຄັ່ງຄຽດຫລາຍ : ຫລື ເຄັ່ງຄຽດຊຳ້ເຮື້ອ ເພີ່ມຄວາມສ່ຽງໃນການເປັນພະຍາດມະເຮັງ ທັງຍັງບັ່ນທອນຊີວິດໃນທຸກດ້ານ ທັງໃນເລື່ອງສ່ວນໂຕ, ຄອບຄົວ ແລະ ໜ້າທີ່ວຽກງານ.
- ກັ້ນຍ່ຽວ : ນຳ້ຍ່ຽວເປັນສິ່ງເສດເຫລືອ ເປັນຂອງເສຍ ຍິ່ງກັ້ນຍ່ຽວດົນກໍຈະຍິ່ງເຮັດໃຫ້ພົກຍ່ຽວສະສົມສິ່ງບູດເນົ່າ ສົ່ງຜົນໃຫ້ເກີດພະຍາດມະເຮັງ ຫລື ເຮັດໃຫ້ພົກຍ່ຽວອັກເສບໄດ້.
- ກິນອາຫານຮ້ອນເກີນໄປ : ຊາຮ້ອນ ຫລື ກາເຟຮ້ອນ ຖ້າບໍ່ລະວັງອາດຈະໄປລວກແຊນຫລອດອາຫານຈົນອັກເສບ ແລະ ມີໂອກາດປ່ຽນເປັນແຊນມະເຮັງ ທາງທີ່ດີຄວນຫລີກເວັ້ນອາຫານ ແລະ ເຄື່ອງດື່ມທີ່ຮ້ອນໆ ລໍຖ້າໃຫ້ອຸ່ນກ່ອນຈຶ່ງກິນ ຫລື ດື່ມຈະດີກ່ວາ.
- ຕາກແດດຫລາຍ ຫລື ຕາກດົນ : ສ່ຽງເປັນມະເຮັງຜິວໜັງ ເພາະແສງແດດເປັນລັງສີທີ່ກະຕຸ້ນແຊນໃຫ້ແບ່ງໂຕຕໍ່ໄປຢ່າງບໍ່ມີຢຸດກາຍເປັນກ້ອນໃຫຍ່ຂຶ້ນໄດ້. ວິທີປ້ອງກັນແມ່ນຫລີກເວັ້ນການຕາກແດດກ້າໆ ຖ້າຫລີກເວັ້ນບໍ່ໄດ້ຄວນທາຄຣີມກັນແດດ, ກັ້ງຄັນຮົ່ມ ຫລື ນຸ່ງເສື້ອໜາໆປົກປິດ.
- ກິນແຕ່ຢາ : ຫົວໃຈອາດສຳຄັນທີ່ສຸດ, ແຕ່ຍ້ອນພະເອກຂອງຮ່າງກາຍຄື ຕັບ ແລະ ອັນໃດກໍຕາມທີ່ເຂົ້າໄປໃນຮ່າງກາຍ ຕັບຈະຕ້ອງກຳຈັດສິ່ງເສດເຫລືອ ຫລື ຂອງເສຍອອກນັ້ນກໍຄືສາເຫດທີ່ບໍ່ຢາກໃຫ້ທ່ານກິນຫຍັງທີ່ບໍ່ມີປະໂຫຍດເຂົ້າໂຕ, ສິ່ງສຳຄັນກ່ວານັ້ນ ການຮັບຢາແກ້ປວດ ຫລື ຢາປິ່ນປົວໃດໆກໍເປັນໂຕທຳລາຍຕັບໂດຍກົງ. ສະນັ້ນ, ຄວນຖະໜອມຕັບແດ່ ຫາກທ່ານເຈັບຫົວອາດເປັນຍ້ອນທ່ານດື່ມນຳ້ບໍ່ພຽງພໍ ເລືອດຈຶ່ງໜຽວ ຟອກເລືອດໄປເຖິງສະໝອງບໍ່ໄດ້ ລອງດື່ມນຳ້ໃຫ້ຫລາຍຂຶ້ນແທນການກິນຢາແກ້ປວດ.
- ຫັກໂຫມເຮັດວຽກຈົນບໍ່ມີເວລາພັກຜ່ອນ : ເຮັດວຽກຈົນລືມປ່ວຍ (ປ່ວຍບໍ່ໄດ້ ເພາະບໍ່ມີໃຜເຮັດວຽກແທນທ່ານໄດ້) ໃນທີ່ສຸດທ່ານກໍຈະປ່ວຍແທ້, ສິ່ງສຳຄັນ ວຽກທີ່ໄດ້ກໍໄດ້ຜົນອອກມາບໍ່ດີ. ເຄັດລັບກໍຄື ເມື່ອຮູ້ສຶກເມື່ອຍໃຈຈະຂາດ, ມືນຕາບໍ່ຂຶ້ນ ໃຫ້ເຊືອບຫລັບເລີຍ ຕື່ນຂຶ້ນມາສະໝອງຈະສົດຊື່ນ ຄິດຫຍັງໄດ້ງ່າຍ ແລະ ໃຊ້ເວລາເຮັດວຽກໜ້ອຍລົງນຳອີກ.
- ຄິດທຸກເລື່ອງ : ເພາະຖ້າເຊົາຄິດເລື່ອງເຄັ່ງຄຽດຈະເຮັດໃຫ້ຈິດໃຈສົດຊື່ນແຈ່ມໃສ ເຮັດໃຫ້ມີທັງຮ່າງກາຍ ແລະ ຈິດໃຈທີ່ດີ, ເຊົາຄິດ, ເຊົາເຄັ່ງຄຽດ ຈະເຮັດໃຫ້ທ່ານມີອາຍຸຍືນຍາວຂຶ້ນ.