ນ້ຳເຜິ້ງເປັນອັນຕະລາຍຕໍ່ເດັກນ້ອຍແນວໃດ ?

ນຳ້ເຜິ້ງ ເປັນຂອງຫວານທີ່ມີປະໂຫຍດ ແລະ ຄຸນຄ່າທາງສານອາຫານຫລວງຫລາຍສຳລັບສຸຂະພາບ, ແຕ່ສຳລັບເດັກອາຍຸລຸ່ມ 1 ປີ ຫ້າມກິນນຳ້ເຜິ້ງເດັດຂາດ.
ເນື່ອງຈາກໃນນຳ້ເຜິ້ງມີເຊື້ອແບັກທີເຣຍຊື່ວ່າ : ຄລອດສະທຣີດຽມ ໂບທູລິນຳ (Clostridium botulinum) ທີ່ມີລັກສະນະເປັນສະປໍ ເຊິ່ງເປັນແບັກທີເຣຍທີ່ຈະເລີນເຕີບໃຫຍ່ໃນບ່ອນບໍ່ມີອົກຊີແຊນ ລຳໄສ້ເດັກນ້ອຍ ຫລື ເດັກອ່ອນຍັງບໍ່ພັດທະນາກໍຈະບໍ່ມີອົກຊີແຊນ ສະປໍຈະຟັກເຊື້ອໃນທ້ອງ ແລະ ກໍ່ໃຫ້ເກີດສານພິດແຜ່ກະຈາຍ ເຊິ່ງເດັກອາຍຸຕໍ່າກ່ວາ 1 ປີ ຍັງບໍ່ສາມາດກຳຈັດເຊື້ອນີ້ໄດ້ ແລະ ສະປໍນີ້ບໍ່ຖືກທຳລາຍດ້ວຍຄວາມຮ້ອນໄດ້.
ເຊື້ອ ຄລອດສະທຣີດຽມ ໂບທູລິນຳ ຜະລິດສານພິດທີ່ມີຜົນຕໍ່ລະບົບປະສາດ ເຮັດໃຫ້ກ້າມຊີ້ນບໍ່ເຮັດວຽກ ແລະ ເຮັດໃຫ້ເສຍຊີວິດ ອັນເນື່ອງມາຈາກກ້າມຊີ້ນລົ້ມເຫລວ.
ອາການຂອງເດັກທີ່ຕິດເຊື້ອຄລອດສະທຣີດຽມ ໂບທູລິນຳ ຈະຖ່າຍຍາກ, ອາຈົມແຂງ, ງ່ວງຊຶງ, ເສີຍຊາ, ບໍ່ກິນອາຫານ, ກືນອາຫານລຳບາກ, ຮ້ອງໄຫ້ບໍ່ມີສຽງ, ອ່ອນເພຍ, ບໍ່ມີແຮງ, ຄໍພັບຄໍອ່ອນ, ຊີ້ນໂຕອ່ອນແຫລວ, ແຂນຂາເປັນອຳມະພາດ ຖ້າເປັນຮຸນແຮງຈະມີອາການຫາຍໃຈລຳບາກ, ຫົວໃຈຢຸດເຕັ້ນ ແລະ ເສຍຊີວິດກະທັນຫັນໄດ້.