ໄລຍະສົງການຢູ່ແຂວງຄໍາມ່ວນມີຄົນເສຍຊີວິດ 5 ຄົນຍ້ອນອຸປະຕິເຫດ

ທ່ານ ພັນໂທ ພອນໄຊ ສຸວັນນະບຸບຜາ ຫົວໜ້າພະແນກຈາລະຈອນ ປ.ກ.ສ ແຂວງຄໍາມ່ວນໄດ້ລາຍງານໃຫ້ຮູ້ວ່າ : ນັບແຕ່ວັນທີ 11 – 16 ເມສາຜ່ານມາ ທົ່ວແຂວງໄດ້ມີອຸປະຕິເຫດເກີດຂຶ້ນທັງໝົດ 19 ລາວ ໃນນີ້ມີຜູ້ເສຍຊີວິດ 5 ລາຍ, ຖ້າທຽບໃສ່ປີຜ່ານມາເຫັນວ່າເພີ້ມຂຶ້ນ 10 ລາຍ, ຜູ້ເສຍຊີວິດເພີ້ມຂຶ້ນ 3 ຄົນ, ບາດເຈັບສາຫັດເພີ້ມຂຶ້ນ 1 ຄົນ ແລະ ເມືອງທີ່ເກີດອຸປະຕິເຫດຫລາຍກວ່າຫມູ່ແມ່ນທ່າແຂກຮອງລົງມາແມ່ນ ເມືອງເຊບັ້ງໄຟ , ມະຫາໄຊ ແລະເມືອງໜອງບົກ ສ່ວນເມືອງຫີນບູນ, ນາກາຍ, ຍົມມະລາດ, ໄຊບົວທອງ ແລະ ຄູນຄໍາເກີດຂຶ້ນເມືອງລະ 1 ລາຍ .
ທ່ານຫົວໜ້າພະແນກໃຫ້ຮູ້ຕື່ມວ່າ : ສາເຫດທີ່ພາໃຫ້ເກີດອຸປະຕິເຫດແມ່ນຍ້ອນການດື່ມສິ່ງມຶນເມົາ, ແລ້ວຂັບຂີ່ລົດ , ຂັບຂີ່ໄວ, ຂັບຂີ່ດ້ວຍຄວາມປະຫມາດ ແລະ ບໍ່ນັບຖືກົດລະບຽບຈາລະຈອນຈາກສະພາບດັ່ງກ່າວ.
ແຕ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ລົງເຄື່ອນໄຫວໂຄສະນາສຶກສາອົບຮົມນັກຂັບຂີ່ຜູ້ທີ່ໃຊ້ລົດໃຊ້ຖະໜົນຢູ່ຕາມຊຸມຊົນ , ໂຮງຮຽນ ແລະ ຕາມສໍານັກງານ-ອົງການໃນທົ່ວແຂວງໃຫ້ມີສະຕິລະວັງຕົວປະຕິບັດກົດລະບຽບຈາລະຈອນໃນກາ