ທຣຳ ປະຊຸມວຸດທິສະມາຊິກເລື່ອງ ສປປ ເກົາຫລີ
ສຳນັກຂ່າວ BBC ລະບຸວ່າ: ທຳນຽບປະທານາທິບໍດີອາເມລິກາ ເຊີນວຸດທິສະມາຊິກທັງໝົດ 100 ຄົນ ເຂົ້າຮັບຟັງການຊີ້ແຈງນະໂຍບາຍເລື່ອງ ສປປ ເກົາຫລີ ເຊິ່ງເປັນການປະຊຸມດ່ວນແບບບໍ່ເຄີຍມີຂຶ້ນມາກ່ອນ ໂດຍມີບຸກຄົນສຳຄັນທາງການທະຫານຂອງປະເທດ, ລັດຖະມົນຕີປ້ອງກັນປະເທດ ແລະ ປະທານເສນາທິການຮ່ວມຂອງກອງທັບ ເຂົ້າຮ່ວມໃນການຊີ້ແຈງເທື່ອນີ້.
ການປະຊຸມວຸດທິສະມາຊິກທັງສະພາຮີບດ່ວນນີ້ ມີຂຶ້ນຂະນະທີ່ຄາດຄະເນກັນວ່າໃນວັນທີ 25 ເມສານີ້, ສປປ ເກົາຫລີ ອາດທົດລອງລູກສອນໄຟ ຫລື ທົດລອງອາວຸດນິວເຄຼຍອີກ ເພື່ອເປັນການສະແດງແສນຍານຸພາບເນື່ອງໃນວັນຄົບຮອບ 85 ປີ ການສະຖາປະນາກອງທັບປະຊາຊົນເກົາຫລີ.
ຕາມປົກກະຕິແລ້ວ ເຈົ້າໜ້າທີ່ປະຈຳທຳນຽບປະທານາທິບໍດີອາເມລິກາ ຈະເປັນຜູ້ໄປບັນຍາຍສະຫລຸບການເຄື່ອນໄຫວກ່ຽວກັບນະໂຍບາຍຄວາມໝັ້ນຄົງຂອງປະເທດໃນສະພາສູງເປັນໄລຍະ ໂດຍບໍ່ເຄີຍມີການເຊີນວຸດທິສະມາຊິກທັງສະພາມາຮັບຟັງບັນຫາດັ່ງກ່າວຢູ່ທຳນຽບປະທານາທິບໍດີມາກ່ອນ, ທັງຍັງມີລາຍງານວ່າທາງສະພາຜູ້ແທນລາຊະດອນກຳລັງຂໍເຂົ້າຮັບຟັງການຊີ້ແຈງໃນລັກສະນະດຽວກັນນຳອີກ.
ກ່ອນໜ້ານີ້, ປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ລະບຸວ່າ: ການທີ່ ສປປ ເກົາຫລີ ຍັງສະແດງທ່າທີແຂງແກ່ນຮຸກຮານ ເຮັດໃຫ້ແຫລມເກົາຫລີບໍ່ມີສະຖຽນລະພາບ ແລະ ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດຈະຕ້ອງກຽມພ້ອມອອກມາດຕະການຂວ້ຳບາດໃໝ່ຕໍ່ ສປປ ເກົາຫລີ.
ສ່ວນປະທານປະເທດ ສີຈິ້ນຜິງ ຂອງຈີນ ໄດ້ໂທລະສັບຫາຜູ້ນຳອາເມລິກາອີກ ຮຽກຮ້ອງໃຫ້ທຸກຝ່າຍອົດກັ້ນ ແລະ ຫລີກເວັ້ນການກະທຳໃດໆທີ່ຈະເຮັດໃຫ້ສະຖານະການຢູ່ແຫລມເກົາຫລີທະວີຄວາມເຄັ່ງຕຶງຂຶ້ນໄປອີກ.
ນັກຂ່າວ BBC ປະຈຳນະຄອນຫລວງວໍຊິງຕັນ ລາຍງານວ່າ: ອາເມລິກາກຳລັງດຳເນີນຍຸດທະສາດແບບຫລາກຫລາຍວິທີ ໂດຍກົດດັນໃຫ້ສະຫະປະຊາຊາດອອກມາດຕະການຂວ້ຳບາດເທື່ອໃໝ່ຕໍ່ ສປປ ເກົາຫລີ, ທັງຍັງກົດດັນຈີນໃຫ້ຄວບຄຸມ ສປປ ເກົາຫລີ ເຊິ່ງເປັນພັນທະມິດໃກ້ຊິດ ແລະ ສົ່ງກອງເຮືອໂຈມຕີໄປແຫລມເກົາຫລີ ເພື່ອສະແດງວ່າການໃຊ້ກຳລັງທະຫານເປັນທາງເລືອກໜຶ່ງທີ່ອາດເກີດຂຶ້ນໄດ້.