ແຊ້ມເກົ່າ ມາກເຊວບີ້ ຕົກຮອບທຳອິດ ສະນຸກເກີຊິງແຊ້ມໂລກ World Snooker Championship 2018
ເປັນການພິກລ໊ອກເຫນືອຄວາມຄາດຫມາຍ ເມື່ອມື 1 ຂອງໂລກ ມາກເຊວບີ້ (Mark Selby) ທັງເປັນແຊ້ມເກົ່າ 2 ສະໄຫມຊ້ອນ ຈາກອັງກິດ ຕົກຮອບທຳອິດ ການແຂ່ງຂັນສະນຸກເກີຊິງແຊ້ມໂລກ ລາຍການ World Snooker Championship 2018 ທີ່ເຊັຟຟິວ (Sheffield) ປະເທດອັງກິດ ໃນວັນທີ 21 ເມສາ ຫາວັນທີ 7 ພຶດສະພາ 2018 ຊິງເງິນລາງວັນລວມ 1.968.000 ປອນ.
ເຊວບີ້ ແຊ້ມເກົ່າ ເສຍໃຫ້ ໂຈ ເພີຣີ້ (Joe Perry) ອັນດັບ 22 ຂອງໂລກເພື່ອນຮ່ວມຊາດລຸ້ນອ້າຍທີ່ອາຍຸຫລາຍສຸດໃນລາຍການນີ້ 43 ປີ 4-10 ເຟຣມ. ໂຈ ເພີຣີ້ ກັບມາຊະນະ ມາກເຊວບີ້ ຄັ້ງທຳອິດຈາກ 4 ຄັ້ງທີ່ພົບກັນຫລ້າສຸດ ເຂົ້າສູ່ຮອບ 2 ຫລື ຮອບ 16 ຄົນສຸດທ້າຍ.
ສ່ວນແຊ້ມໂລກ 5 ສະໄຫມ ຈາກເຈົ້າພາບ ຣອນນີ້ ໂອຊຸນລີແວນ (Ronnie O’Sullivan) ຊາວອັງກິດ ຜ່ານເຂົ້າຮອບ 16 ຄົນສຸດທ້າຍເຊັ່ນກັນ ຫລັງຈາກພິກສະຖານະການກັບມາເອົາຊະນະ ສະຕີເຟັນ ເມັກໄຄວ (Stephen Maguire) ຄູ່ແຂ່ງຈາກສະກັອດແລນ 10-7 ເຟຣມ.