ປ່ອງຢ້ຽມເຮືອບິນແອອິນເດຍ ຫລຸດກາງອາກາດ

ປ່ອງຢ້ຽມເຮືອບິນແອອິນເດຍ ຫລຸດກາງອາກາດ - kitchen vibe - ປ່ອງຢ້ຽມເຮືອບິນແອອິນເດຍ ຫລຸດກາງອາກາດ

ຜູ້​ໂດຍສານ​ສາຍ​ການບິນ​ແອ​ອິນ​ເດຍລຸ້ນລະ​ທຶກ ຫລັງ​ປ່ອງຢ້ຽມ​ໃນ​ຫ້ອງ​ໂດຍສານ​ຫລຸດ​ລະຫວ່າງ​ເຮືອບິນ​ກຳລັງ​ໃຫ້ບໍລິການ​ຢູ່​ເທິງ​ຟ້າ, ​ເບື້ອງຕົ້ນ ມີ​ຜູ້​ບາດ​ເຈັບ 3 ຄົນ.

https://www.youtube.com/watch?v=8HoPjvbE9MI

ປ່ອງຢ້ຽມເຮືອບິນແອອິນເດຍ ຫລຸດກາງອາກາດ - Visit Laos Visit SALANA BOUTIQUE HOTEL - ປ່ອງຢ້ຽມເຮືອບິນແອອິນເດຍ ຫລຸດກາງອາກາດ
ປ່ອງຢ້ຽມເຮືອບິນແອອິນເດຍ ຫລຸດກາງອາກາດ - Visit Laos Visit SALANA BOUTIQUE HOTEL - ປ່ອງຢ້ຽມເຮືອບິນແອອິນເດຍ ຫລຸດກາງອາກາດ

ວິນາທີ​ລະ​ທຶກ​ຂະນະ​ທີ່​ພະນັກງານ​ຕ້ອນຮັບ​​ຢູ່​ເຮືອບິນ​ພະຍາຍາມ​ສ້ອມ​ແປງ​ປ່ອງຢ້ຽມ​ຂອງ​ເຮືອບິນ​ສາຍ​ການບິນ​ອິນ​ເດຍທີ່​ຫລຸດ​ອອກ​ມາ​ລະຫວ່າງ​ທີ່​ເຮືອບິນ​ໂບອິ້ງລຳ​ນີ້​ກຳລັງ​ບິນ​ຢູ່​ໃນ​ຄວາມ​ສູງ 1 ໝື່ນ 5 ພັນ​ຟຸດ. ​ເລື່ອງນີ້​ສ້າງ​ຄວາມ​ຕົກ​ໃຈ​ໃຫ້​ຜູ້​ໂດຍສານ 240 ກວ່າ​ຊີວິດ​ທີ່​ຮ່ວມ​ຊະ​ຕາ​ກຳ​ໃນ​ເຮືອບິນ​ທີ່​ມີ​ຊິ້ນສ່ວນ​ພາຍ​ໃນ​ຫ້ອງ​ໂດຍສານ​ຫລຸດ​ອອກ​ມາ, ມີ​ລາຍ​ງານ​ວ່າ​ມີ​ຜູ້​ໂດຍສານ​ໄດ້​ຮັບ​ບາດ​ເຈັບ 3 ຄົນ ຂະນະ​ທີ່​ພະນັກງານ​ຕ້ອນຮັບ​ພະຍາຍາມ​ປອບ​ຂວັນ​ຜູ້​ໂດຍສານ​ທີ່​ນັ່ງບ່ອນ​ປ່ອງຢ້ຽມ​ຫລຸດ​ໃຫ້​ຮູ້ສຶກ​ດີ​ຂຶ້ນ.

​ເບື້ອງຕົ້ນ ທາງໜ່ວຍ​ງານ​ທີ່​ຮັບຜິດຊອບ​ເລື່ອງ​ການບິນ​ກຳລັງ​ຢູ່​ລະຫວ່າງ​ການ​ສອບ​ສວນ​ຫາ​ສາ​ເຫດ​ໃນ​ຄັ້ງນີ້ ​ເຊິ່ງມີ​ລາຍ​ງານ​ວ່າ ຖ້ຽວ​ບິນ​ລຳ​ນີ້​ບິນ​ຈາກ​ເມືອງ​ອະມະ​ລິດ​ສາ​ໄປ​ນະ​ຄອນ​ຫລວງ​ນິວ​ເດ​ລີ ​ໃຊ້​ເວລາ​​ໃນ​ການບິນ 30 ນາທີ, ​ແຕ່​ລະຫວ່າງ​ທີ່​ນັກ​ບິນ​ນຳ​ເຮືອບິນ​ເຫີ​ນຟ້າ​ນັ້ນ ມີ​ເຫດ​ສະພາບ​ອາກາດ​ແປ​ປວນ​ເຖິງ 15 ນາທີ ​ເຊິ່​ງ​ເຈົ້າໜ້າ​ທີ່​ຈະ​ສອບ​ສວນ​ວ່າ​ກ່ຽວຂ້ອງ​ກັບ​ການ​ເຮັດ​ໃຫ້​ຊິ້ນສ່ວນ​ເຮືອບິນ​ຫລຸດ ຫລື ບໍ່.

ປ່ອງຢ້ຽມເຮືອບິນແອອິນເດຍ ຫລຸດກາງອາກາດ - 3 - ປ່ອງຢ້ຽມເຮືອບິນແອອິນເດຍ ຫລຸດກາງອາກາດ
ປ່ອງຢ້ຽມເຮືອບິນແອອິນເດຍ ຫລຸດກາງອາກາດ - 4 - ປ່ອງຢ້ຽມເຮືອບິນແອອິນເດຍ ຫລຸດກາງອາກາດ
ປ່ອງຢ້ຽມເຮືອບິນແອອິນເດຍ ຫລຸດກາງອາກາດ - 5 - ປ່ອງຢ້ຽມເຮືອບິນແອອິນເດຍ ຫລຸດກາງອາກາດ