ທ່ານກຳລັງດຸໝັ່ນເຮັດວຽກຢ່າງບໍ່ຖືກວິທີຢູ່ຫລືບໍ່ ?

ບໍ່ມີໃຜຕາຍຍ້ອນເຮັກວຽກໜັກ ແລະ ບໍ່ມີໃຜປະສົບຄວາມສຳເລັດໃນຊີວິດໂດຍບໍ່ທຸ້ມເທ ໂດຍ ຂົງຈື້ ເຄີຍກ່າວໄວ້ເມື່ອ 2.000 ປີ ກ່ອນວ່າ : ຄົນສະຫລາດ ແລະ ດຸໝັ່ນ ຄວນສົ່ງເສີມໃຫ້ເປັນແມ່ທັບ, ຄົນສະຫລາດ ແລະ ກຽດຄ້ານ ຄວນລ້ຽງເປັນທະຫານຝ່າຍເສນາທິການວາງແຜນຢູ່ເບື້ອງຫລັງ, ຄົນໂງ່ ແລະ ກຽດຄ້ານເກັບໄວ້ໃຊ້ສອຍເຮັດວຽກຕາມຄຳສັ່ງກໍພໍໄດ້, ແຕ່ຖ້າພົບຄົນໂງ່ ແລະ ດຸໝັ່ນຕ້ອງເອົາໄປຕັດຫົວຖິ້ມທັນທີ ເພາະຈະເຮັດໃຫ້ເສຍວຽກ ແລະ ສ້າງຄວາມເດືອດຮ້ອນບໍ່ຮູ້ຈົບ.
ບໍ່ວ່າທ່ານຈະເປັນຄົນສະຫລາດ ຫລື ຄົນໂງ່ ການດຸໝັ່ນແບບບໍ່ຮູ້ເວລາ, ດຸໝັ່ນເຮັດສິ່ງທີ່ຜິດຊຳ້ແລ້ວຊຳ້ອີກ ກໍດີແຕ່ສ້າງຄວາມເສຍຫາຍຫລາຍກ່ວາຈະສ້າງໃຫ້ເກີດປະໂຫຍດໃດໆ ເລີ່ມນັບແຕ່ມື້ນີ້ກໍຍັງບໍ່ສວາຍ ຈົ່ງຢຸດວັດທະນະທຳການເຮັດວຽກແບບດຸໝັ່ນຜິດບ່ອນຜິດເວລາ ເຊິ່ງເຫດຜົນດີໆທີ່ຄົນເຮົາບໍ່ຄວນດຸໝັ່ນແບບຜິດໆກໍຄື :
– ປະການທີ 1 : ການດຸໝັ່ນເຮັດວຽກທີ່ເນັ້ນແຕ່ປະລິມານ ໂດຍບໍ່ໃຊ້ສະໝອງ ບໍ່ມີທາງເຮັດໃຫ້ໄດ້ວຽກດີມີຄຸນນະພາບ, ລອງປ່ຽນວິທີເຮັດວຽກໃໝ່ ຄິດໃຫ້ຖີ່ຖ້ວນກ່ອນລົງມືເຮັດ ແລະ ຈັດອັນດັບຄວາມສຳຄັນໃຫ້ເປັນ ເຊື່ອວ່າວຽກຈະແລ້ວໄວກ່ວາເກົ່າຫລາຍ ທັງຍັງໄດ້ວຽກດີມີຄຸນນະພາບ ບໍ່ແມ່ນເຮັດໄປເລື້ອຍໆໂດຍບໍ່ຮູ້ຈັກວາງແຜນວຽກ.
– ປະການທີ 2 : ການໂຫມເຮັດວຽກຈົນແຈ້ງ ແລະ ນອນເດິກ ຕື່ນສວາຍ ທຳລາຍຄວາມຄິດສ້າງສັນໃໝ່ໆ ເພາະສະໝອງທີ່ອິດເມື່ອຍບໍ່ມີທາງຄິດຫຍັງອອກໄດ້ ເລື່ອງນີ້ຢັ້ງຢືນໂດຍ ເອຣຽນນາ ຮັບຟິງຕັນ ບັນນາທິການຄົນອັງກິດເຊື້ອສາຍເກຣັກ ຈາກເວັບໄຊ ຮັບຟິງຕັນ ໂພສ ທີ່ໄດ້ຮັບການຈັດອັນດັບຈາກວາລະສານຟ໊ອບ ໃຫ້ເປັນໜຶ່ງໃນແມ່ຍິງຊົງອິດທິພົນທີ່ສຸດໃນວົງການສື່ໂລກ.
– ປະການທີ 3 : ການດຸໝັ່ນເຮັດວຽກຕອນໄຟລົນກົ້ນ ເຮັດໃຫ້ອາລົມບໍ່ດີ ແລະ ທຳລາຍຄວາມສຳພັນກັບຜູ້ຄົນອ້ອມຂ້າງ, ລອງຈັດສັນເວລາເຮັດວຽກໃໝ່ ໂດຍກຽມວຽກໄວ້ນັບແຕ່ຫົວທີ ແລ້ວທ່ານຈະບໍ່ຕ້ອງໃຈຮ້າຍໃສ່ໃຜຕໍ່ໃຜໃຫ້ເສຍບັນຍາກາດ.
– ປະການທີ 4 : ຖ້າທ່ານເປັນເຈົ້ານາຍຄົນ ຄວນເປັນແບບຢ່າງທີ່ດີຂອງລູກນ້ອງ ໂດຍສະເພາະການບໍລິຫານຈັດການເວລາ ຄົນທີ່ເຮັດວຽກເປັນ ບໍ່ຈຳເປັນຕ້ອງໃຊ້ເວລາຢູ່ໃນຫ້ອງການຈົນເດິກດື່ນເພື່ອໃຫ້ໄດ້ຜົນງານໜ້ອຍດຽວ.
– ປະການທີ 5 : ດຸໝັ່ນເຮັດ ວຽກແຕ່ເຊົ້າຈົນຄໍ່າບັ່ນທອນສຸຂະພາບໃຫ້ຊຸດໂຊມ ເຊິ່ງໂຕຢ່າງໜຶ່ງເກີດຂຶ້ນທ້າຍປີກາຍນີ້ ມີພະນັກງານຍິງ ອາຍຸ 24 ປີ ຫົວໃຈວາຍຕາຍຄາໂຕະເຮັດວຽກ ຫລັງຈາກທີ່ນາງເຮັດວຽກຕິດຕໍ່ກັນ 30 ຊົ່ວໂມງ ໂດຍບໍ່ໄດ້ຢຸດພັກ.
– ປະການທີ 6 : ຢຸດພັກຈັກໜ້ອຍ ແລ້ວຈະຮູ້ວ່າວຽກສ່ວນຫລາຍທີ່ບ້າເຮັດຕອນນີ້ ເກືອບບໍ່ມີຄວາມສຳຄັນຫຍັງເລີຍ ມະນຸດເງິນເດືອນຈຳນວນຫລາຍກົ້ມໜ້າກົ້ມຕາເຮັດວຽກຊຳ້ໆຢູ່ໃນຫ້ອງການມື້ລະຫລາຍຊົ່ວໂມງ ໂດຍບໍ່ເຄີຍຖາມໂຕເອງວ່າສິ່ງທີ່ເຮົາເຮັດຢູ່ທຸກມື້ນີ້ມີປະໂຫຍດກັບຊີວິດເຮົາຫລາຍໜ້ອຍປານໃດ ເຮັດໃຫ້ເຮົາພັດທະນາຂຶ້ນຫລືບໍ່ ແລະ ໃຫ້ຫຍັງກັບສັງຄົມແດ່.
– ປະການທີ 7 : ຄອບຄົວຕ້ອງມາກ່ອນ ຢ່າປ່ອຍໃຫ້ວຽກເຮັດຊີວິດພັງ ຄວາມກ້າວໜ້າທາງວຽກງານອາດສຳຄັນສຳລັບໃຜຫລາຍຄົນ, ແຕ່ເມື່ອເອົາແທ້ໆແລ້ວທຽບບໍ່ໄດ້ເລີຍກັບການມີຄອບຄົວອົບອຸ່ນ ເພາະບໍ່ວ່າຍາມສຸກ ຫລື ຍາມທຸກ ພວກເຂົາແມ່ນຄົນທີ່ພ້ອມຈະຢູ່ຄຽງຂ້າງເຮົາແທ້ໆ.