ວັນກຳມະກອນປີນີ້ ຈະມີຫລາຍກິດຈະກຳ ທີ່ໜ້າສົນໃຈ
ວັນກຳມະກອນປີນີ້ ສູນກາງສະຫະພັນກຳມະບານລາວ ຈະຈັດໃຫ້ມີຫລາຍກິດຈະກຳທີ່ໜ້າ ສົນໃຈ ເພື່ອສະເຫລີມສະຫລອງວັນດັ່ງກ່າວ, ເປັນຕົ້ນແມ່ນ ກິດຈະກຳຍ່າງເພື່ອສຸຂະພາບ ຢູ່ປະຕູໄຊ ຫາຫໍຄຳ ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 1 ພຶດສະພາ 2018, ສ້າງຂະບວນການອອກແຮງງານ ແລະ ອະນາ ໄມຕາມສຳນັກງານອົງການອ້ອມຂ້າງ ແລະ ສວນສາທາລະນະອື່ນໆ, ສ້າງຂະບວນການແຂ່ງຂັນກິ ລາເປຕັງຢູ່ ພາຍໃນສູນກາງສະຫະພັນກຳມະບານລາວ.
ທ່ານ ສີມູນ ອຸ່ນລາສີ ຮອງ ເລຂາຄະນະພັກ ຮອງປະທານ ສູນກາງສະຫະພັນກຳມະບານ ລາວ ໄດ້ຖະແຫລງຕໍ່ສື່ມວນຊົນ ໃນວັນທີ 23 ເມສາ ນີ້ ກ່ຽວກັບການຈັດກິດຈະກໍາ ສະເຫລີມສະຫລອງ ວັນກຳມະກອນສາກົນ ຄົບຮອບ 132 ປີ (1/5/1886-1/5/2018) ໂດຍໃຫ້ຮູ້ວ່າ: ວັນກຳມະ ກອນສາກົນ ແມ່ນວັນທີ່ມີຄວາມໝາຍສຳຄັນຕໍ່ກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ສ່ອງ ແສງໃຫ້ເຫັນການກຳເນີດ ເຕີບໃຫຍ່ຂະຫຍາຍຕົວຂອງຊົນຊັ້ນກຳມະກອນ ແລະ ພາລະກຳປະຫວັດສາດ ຂອງຂະບວນກຳມະກອນສາກົນ, ຈາກເຫດການຂອງວັນທີ 1 ພຶດສະພາ 1886 ມັນໄດ້ສ້າງກະແສຟອງ ອັນໃຫຍ່ຫລວງ ແລະ ແຂງແຮງເຖິງຂະບວນກຳມະກອນຢູ່ທະວີບເອີຣົບ ແລະ ທະວີບອາເມຣິກາ ເປັນກຳລັງໃຈ ເຮັດໃຫ້ຂະບວນການຕໍ່ສູ້ຂອງກຳມະກອນໂລກ ທັງເປັນບາດ ກ້າວຂະຫຍາຍຕົວແຫ່ງ ໄຊຊະນະ, ເປັນເວທີທີ່ມີຄວາມໝາຍອັນສຳຄັນໃຫຍ່ຫລວງ ຂອງຊົນຊັ້ນກຳມະກອນໃນຂະບວນການຕໍ່ສູ້ ເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ.
ທ່ານ ສີມູນ ອຸ່ນລາສີ ຖະແຫລງວ່າ: ການສະເຫລີມສະຫລອງ ວັນກຳມະກອນສາກົນປີນີ້, ສູນກາງສະຫະພັນ ກຳມະບານລາວ ໄດ້ແຈ້ງການ ໃຫ້ສະຫະກຳມະບານກະຊວງ, ອົງ ການ, ນະຄອນຫລວງ ແລະ ແຂວງຕ່າງໆ ໃນທົ່ວປະເທດ ຈັດຕັ້ງການສະເຫລີມສະຫລອງດ້ວຍຫລາຍຮູບ ການ ເຊັ່ນ: ຈັດປາຖະກະຖາເລົ່າຄືນມູນເຊື້ອວັນກຳມະກອນສາກົນ, ຈັດຂະບວນການແຂ່ງຂັນກິລາ, ສິລະປະວັນນະຄະດີ, ອະນາໄມ ຕາມສຳນັກງານອົງການ, ສະຖານທີ່ເຮັດວຽກ, ຖະໜົນຫົນທາງ ແລະ ອື່ນໆ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງແຕ່ລະທ້ອງຖິ່ນ ແລະ ຮາກຖານ, ພ້ອມທັງຮຽກຮ້ອງໃຫ້ອົງການຈັດຕັ້ງກຳມະບານ ແຕ່ລະຂັ້ນພ້ອມທັງກຳມະກອນ ແລະ ຊາວຜູ້ອອກແຮງງານທັງ ຫລາຍ ຈົ່ງພ້ອມກັນສູ້ຊົນ ແລະ ຫ້າວຫັນປະຕິບັດໜ້າທີ່ວຽກງານຂອງຕົນ ທີ່ການຈັດຕັ້ງ ມອບໝາຍ ໃຫ້ສຳເລັດຜົນ, ສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ, ຊາວຜູ້ອອກແຮງງານ ໃຫ້ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ສືບຕໍ່ປັບປຸງ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານ, ໂດຍສະເພາະ ແມ່ນຢູ່ຂົງເຂດລັດວິສາຫະກິດ, ຫົວໜ່ວຍທຸລະກິດ ຂອງ ເອກະຊົນ ໃຫ້ໄດ້ຕາມແຜນພັດທະນາວຽກງານກຳມະບານລາວ ໃຫ້ບັນລຸຜົນສຳເລັດ, ສຸມໃສ່ໃນການລົງ ເຜີຍແຜ່ກົດໝາຍວ່າດ້ວຍກຳມະບານລາວ ສະບັບປັບປຸງໃຫ້ທົ່ວເຖິງ ເພື່ອເຮັດໃຫ້ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານໄດ້ຮັບຮູ້ ແລະ ເຂົ້າໃຈ, ຊຸກຍູ້ໃຫ້ກຳມະບານ ກະຊວງ, ອົງການ, ແລະ ຮາກຖານຕ່າງໆອ້ອມຂ້າງຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຕິດພັນ ກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ມີບັນຍາກາດຟົດຟື້ນ ແລະ ເພີ່ມ ທະວີການພົວ ພັນຮ່ວມມືກັບ ກຳມະບານບັນດາປະເທດເພື່ອນມິດຍຸດທະສາດ, ກຳມະບານສາກົນ, ກຳມະບານອາຊຽນ ແລະ ອົງການຈັດຕັ້ງສາກົນ ເພື່ອສອດຄ່ອງກັບແນວທາງການຕ່າງປະເທດຂອງພັກ ເພື່ອປະກອບສ່ວນ ເຂົ້າໃນຂະບວນການຂ່ຳນັບຮັບຕ້ອນ ວັນກຳມະກອນສາກົນ ຄົບຮອບ 132 ປີ ໃນປີນີ້ໃຫ້ມີ ຄວາມໝາຍເລິກເຊິ່ງ ແລະ ກວ້າງຂວາງ.